ສະຖານະການໂລກເຮັດໃຫ້ລາຄາອາຫານເພີ່ມ ແລະ ຖ່ວງດຶງເສດຖະກິດໂລກຫຼຸດລົງ

ທ່າມກາງສະຖານະການໂລກໃນປັດຈຸບັນ, ສອງອົງການຊັ້ນນຳຂອງໂລກເຊັ່ນ: ອົງການກອງທຶນເງິນຕາສາກົນ (IMF) ກ່າວເຕືອນວ່າ ເສດຖະກິດໂລກອາດຈະແຕກອອກເປັນຊິ້ນນ້ອຍໆ ອັນເປັນຜົນມາຈາກສະຖານະການໂລກໃນປັດຈຸບັນ ພ້ອມທັງລະບຸວ່າ ການສູນເສຍຄວາມຊື່ສັດທີ່ກໍ່ໂຕຂຶ້ນຕະຫຼອດໄລຍະຫຼາຍທົດສະວັດທີ່ຜ່ານມາຈະເຮັດໃຫ້ໂລກທຸກຍາກ ແລະ ມີຄວາມສ່ຽງຫຼາຍຍິ່ງຂຶ້ນ. ທ່ານນາງ ຄຣິສຕາລິນາ ຈໍເຈຍວາ ຜູ້ອຳນວຍການ IMF ລະບຸວ່າ ປະເທດຕ່າງໆຄວນຫຼຸດຜ່ອນອຸປະສັກທາງດ້ານການຄ້າເພື່ອບັນເທົາພາວະຂາດແຄນ ແລະ ຫຼຸດລາຄາສິນຄ້າ ຫຼັງຈາກທີ່ຫຼາຍກວ່າ 30 ປະເທດອອກມາດຕະການຈຳກັດການຄ້າໃນຂະແໜງອາຫານ, ພະລັງງານ

ອ່ານເພີ່ມ...

ປະທານປະເທດ ແຕ່ງຕັ້ງຜູ້ຕາງໜ້າພິເສດ ເຂົ້າຮ່ວມພິທີສາບານຕົນ ເຂົ້າຮັບຕຳແໜ່ງຂອງປະທານາທິບໍດີ ຟີລິບປິນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງລັດຖະບານ ແຫ່ງ ສາທາລະນະລັດ ຟີລິບປິນ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນຖານະຜູ້ຕາງໜ້າພິເສດ ທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມພິທີສາບານຕົນເຂົ້າຮັບຕຳແໜ່ງປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ຄົນທີ 17 ຂອງ ທ່ານ Ferdinand

ອ່ານເພີ່ມ...

ກະຊວງ ຖວທ ສະເໜີ ຮ່າງກົດໝາຍວ່າດ້ວຍ ວິຈິດສິນ (ສ້າງໃໝ່)

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ສະເໜີ ຮ່າງກົດໝາຍ ວ່າດ້ວຍວິຈິດສິນ (ກົດໝາຍສ້າງໃໝ່) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 4 ກໍລະກົດ ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໃບ

ອ່ານເພີ່ມ...

ປກສ ເມືອງ ຄົງເຊໂດນ ວາງ 5 ບາດກ້າວແກ້ໄຂບັນຫາຢາເສບຕິດ

ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ເມືອງ ຄົງເຊໂດນ ແຂວງ ສາລະວັນ ໄດ້ເລີ່ມປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ນັບແຕ່ເດືອນກັນຍາ 2021 ຫາ ເດືອນ ມິຖຸນາ 2022 ເຮັດໃຫ້ວຽກງານດັ່ງກ່າວ ລຸລ່ວງ ແລະ ສຳເລັດໄປແລ້ວຫລາຍດ້ານ ເຊິ່ງສະແດງອອກຄວາມເປັນເຈົ້າການຂອງພໍ່ແມ່ປະຊາຊົນ, ອົງການປົກຄອງບ້ານ, ເຈົ້າໜ້າທີ່ ແລະ

ອ່ານເພີ່ມ...

ພົບຖໍ້າໃໝ່ ທີ່ພູຜາມ່ານ ແຂວງ ຄຳມ່ວນ

ສາຍພະຈົນໄພຕ້ອງລອງ! ຄົ້ນພົບຖໍ້າເລິກ 170 ແມັດ, ທີ່ພູຜາມ່ານ ແຂວງ ຄຳມ່ວນ (170 m deep, Vertical cave for who ever like the challenge at the Rock View point)”. ແຫຼ່ງຂໍ້ມູນຈາກ:

ອ່ານເພີ່ມ...

ການປ່ອຍສັດ, ລ້ຽງສັດ ແລະ ການມ້າງຮົ້ວ ແລວທາງລົດໄຟ ແມ່ນຜິດຕໍ່ລະບຽບກົດໝາຍວ່າດ້ວຍການລົດໄຟ

ຕາມການລາຍງານຈາກ Laos – China Railway Company Limited ໃຫ້ຮູ້ວ່າ: ຜ່ານມາໄດ້ມີເຫດການສັດລ້ຽງທີ່ຖືກປ່ອຍເຂົ້າມາໃນເຂດແລວທາງລົດໄຟເປັນຈຳນວນຫຼາຍຄັ້ງ, ສາເຫດກໍມາຈາກມີປະຊາຊົນຈໍານວນໜຶ່ງ ຍັງບໍ່ເອົາໃຈໃສ່ປະປ່ອຍ, ລ້ຽງສັດຢູ່ໃກ້ບໍລິເວນແລວທາງລົດໄຟ ແລະ ອີກສາເຫດໜຶ່ງກໍແມ່ນເນື່ອງຈາກວ່າມີຄົນບໍ່ດີໄປລັກຮົ້ວ ແລະ ທໍາລາຍຮົ້ວກັ້ນຄວາມປອດໄພແລວທາງລົດໄຟ, ຈິ່ງເຮັດໃຫ້ມີສັດລ້ຽງເຂົ້າໄປໃນແລວທາງລົດໄຟ ພາໃຫ້ເກີດອຸປະຕິເຫດ ລົດໄຟຕໍາສັດລ້ຽງ, ເຊີ່ງເປັນອັນຕະລາຍຕໍ່ການເດີນລົດໄຟ ແລະ ຫຼາຍເທື່ອເຮັດໃຫ້ລົດໄຟຈຳເປັນຕ້ອງໄດ້ຢຸດແບບສຸກເສີນ ຫຼື ຈອດລົດຊົ່ວຄາວເພື່ອກວດກາຄວາມເສຍຫາຍ ໃຫ້ມີຄວາມຮັບປະກັນຄວາມປອດໄພ ຈຶ່ງສາມາດເດີນລົດໄຟຕໍ່.

ອ່ານເພີ່ມ...

ອັດຕະປື ຫາລືຜົນກະທົບດ້ານສິ່ງແວດລ້ອມໂຄງການຂຸດຄົ້ນ-ປຸງແຕ່ງ ຫີນອ່ອນປະໂກໄດ

ວັນທີ 29 ມິຖຸນາ 2022 ແຂວງອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລື ຂັ້ນບ້ານ, ເມືອງ, ແຂວງ ຕໍ່ຮ່າງບົດລາຍ ງານການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບດ້ານສິ່ງ ແວດລ້ອມຂອງ ໂຄງການຂຸດຄົ້ນ ແລະ ສ້າງຕັ້ງໂຮງງານປຸງແຕ່ງ ຫີນອ່ອນປະໂກໄດ ແບບທົດລອງສໍາເລັດຮູບ ເພື່ອຈຳໜ່າຍພາຍໃນ ແລະ ຕ່າງປະເທດ ຢູ່ບ້ານ ຄຳວົງສາ,ເມືອງພູວົງ, ແຂວງອັດຕະປື

ອ່ານເພີ່ມ...

ເປີດນໍາໃຊ້ຈຸດປ່ຽນຖ່າຍສິນຄ້າສະຖານີວຽງຈັນໃຕ້ ຢ່າງເປັນທາງການ

CRI-FM 93 ໄດ້ລາຍງານໃຫ້ຮູ້ວ່າ: ຄ່ຽງຄູ່ກັບຕູ້ຄອນເທັນເນີບັນຈຸສິນຄ້າຂ້າມຊາດງວດທຳອິດ ໄດ້ສຳເລັດການປ່ຽນຖ່າຍຈາກລາງລົດໄຟມາດຕະຖານໄປເຖິງລາງລົດໄຟໜຶ່ງແມັດ ແລະແລ່ນໄປສູ່ທ່າກຳປັ່ນແຫລມສະບັງ ຂອງໄທ, ຈຸດເຄື່ອນຖ່າຍສິນຄ້າສະຖານີລົດໄຟ ວຽງຈັນໃຕ້ ໄດ້ເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 1 ກໍລະກົດນີ້, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ທາງລົດໄຟ ຈີນ-ລາວ-ໄທ ໄດ້ສໍາເລັດການເຊື່ອມຕໍ່ກັນ. ​ ຈຸດປ່ຽນຖ່າຍສິນຄ້າສະຖານີວຽງຈັນໃຕ້ ສາມາດຂຶ້ນເໜືອເຊື່ອມຕໍ່ສູນລໍາລຽງສິນຄ້ານະຄອນເສີງຕູ່, ຈຸ່ງກິ່ງ ຊີອ່ານ ແລະເຂດອື່ນໆຂອງຈີນ ແລະເຊື່ອມຕໍ່ລົດໄຟຈີນ-ເອີຣົບ,

ອ່ານເພີ່ມ...

ແຕ່ງງານມາ 22 ປີ ຜົວຮ່ວມເພດກັບເມຍທຸກມື້

ຜົວເມຍບາງຄູ່ທີ່ແຕ່ງງານກັນເປັນເວລາດົນ ມັກຈະມີບັນຫາເລື່ອງເທິງຕຽງ ຫຼື ການໄດ້ເຫັນໜ້າກັນທຸກມື້ ກໍອາດເຮັດໃຫ້ຄວາມຕ້ອງການທາງເພດຫຼຸດລົງຕາມເວລາ, ແຕ່ວ່າ ຄູ່ຜົວເມຍທີ່ເລົ່າຕໍ່ໄປນີ້ ຮຽກໄດ້ວ່າ ສະໝໍ່າສະເໝີ ຈົນກາຍເປັນຄວາມລະທົມທຸກຂອງເມຍ ເມື່ອຜົວຂະຫຍັນເລື່ອງເທິງຕຽງທຸກມື້ ເພາະນາງບໍ່ຄ່ອຍມີເວລາໄດ້ພັກຜ່ອນ ຫຼື ແມ່ນແຕ່ເວລາປ່ວຍ. ເມື່ອວັນທີ 17 ພຶດສະພາ 2022 ເວບໄຊ ETtoday ເຜີຍວ່າ ອະດີດສິລະປິນຍິງຂອງ ໄຕ້ຫວັນ ຊື່ວ່າ:

ອ່ານເພີ່ມ...

ພົບວັດຖຸບູຮານທີ່ເກົ່າແກ່ຈຳນວນ 237 ຕົວຢ່າງ​ ເຊິ່ງຝັງໄວ້ໃຕ້ດິນ ຢູ່ທີ່ຜາສາດຫີນ ວັດພູຈໍາປາສັກ 

ມີການລາຍງານຂອງເພຈ ໃນວັນທີ 30 ມິຖຸນາ 2022 ໃນເວລາ 14:24:22 ໂມງ ໂດຍໃສ່ຫົວຂໍ້ວ່າ : Korean cultural heritage investigation team discovers 317 relics in Laos Temple ໄດ້ມີການຄົ້ນພົບ ວັດຖຸບູຮານ ທີ່ເກົ່າແກ່

ອ່ານເພີ່ມ...
error: Content is protected !!