ອັດຕະປື ຫາລືຜົນກະທົບດ້ານສິ່ງແວດລ້ອມໂຄງການຂຸດຄົ້ນ-ປຸງແຕ່ງ ຫີນອ່ອນປະໂກໄດ

ວັນທີ 29 ມິຖຸນາ 2022 ແຂວງອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລື ຂັ້ນບ້ານ, ເມືອງ, ແຂວງ ຕໍ່ຮ່າງບົດລາຍ ງານການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບດ້ານສິ່ງ ແວດລ້ອມຂອງ ໂຄງການຂຸດຄົ້ນ ແລະ ສ້າງຕັ້ງໂຮງງານປຸງແຕ່ງ ຫີນອ່ອນປະໂກໄດ ແບບທົດລອງສໍາເລັດຮູບ ເພື່ອຈຳໜ່າຍພາຍໃນ ແລະ ຕ່າງປະເທດ ຢູ່ບ້ານ ຄຳວົງສາ,ເມືອງພູວົງ, ແຂວງອັດຕະປື ຂອງບໍລິສັດ ແສງອາລຸນ ຂຸດຄົ້ນແຮ່-ຫີນອຸດສາຫະກຳ ຈຳກັດ ຮ່ວມກັບ ບໍລິສັດດວງຕາວັນກໍ່ສ້າງເຄຫາສະຖານ ຈຳກັດ.

ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ໄດ້ມີຄຳເຫັນວ່າ: ການປຶກສາຫາລື ໃນຄັ້ງນີ້ ແມ່ນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດ ລ້ອມ ແລະ ດຳລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງ ແວດລ້ອມ ຈາກໂຄງການລົງທຶນ ແລະ ກິດຈະການຕ່າງໆ ໂດຍແນໃສ່ຮັບຟັງເອົາຄໍາຄິດຄໍາເຫັນຈາກພາກສ່ວນທີ່ກ່ຽວ ຂ້ອງ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ ເຂົ້າໃສ່ໃນການປັບປຸງບົດລາຍງານ ການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ແຜນຄຸ້ມຄອງ-ຕິດຕາມ ກວດກາສິ່ງແວດລ້ອມໃຫ້ຄົບຖ້ວນສົມບູນ ກ່ອນຈະມີ ການອອກໜັງສືຢັ້ງຢືນຮັບຮອງ ເອົາບົດລາຍງານດັ່ງກ່າວ.

ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີກ່ຽວກັບຄວາມເປັນມາ ຂອງໂຄງການ, ຮ່າງບົດລາຍງານ ແລະ ແຜນຄຸ້ມຄອງ-ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການ ຈາກບໍລິສັດທີ່ປຶກສາທາງດ້ານສິ່ງແວດລ້ອມ, ການປະເມີນພາບລວມຜົນກະທົບທີ່ອາດຈະເກີດຂຶ້ນ ແລະ ມາດຕະການຫລຸດຜ່ອນ. ແຜນການຄຸ້ມຄອງດ້ານສິ່ງແວດ ລ້ອມທາງສັງຄົມ ແລະ ທຳມະຊາດ ທີ່ທາງບໍລິສັດຂໍສ້າງຕັ້ງໂຮງງານປຸງແຕ່ງຢູ່ເຂດອຸດສະຫະກຳຫລັກ 18 ບ້ານທາດພະໄຊ ເມືອງໄຊເສດຖາ ໃນເນື້ອທີ່ປະມານ 11 ເຮັກຕາ ໃນເບື້ອງຕົ້ນຈະສະເໜີີຂໍພື້ນທີ່ສ້າງໂຮງງານ 6 ເຮັກຕາ ເພື່ອເຮັດການທົດລອງກ່ອນ. ໃນນັ້ນ ປະກອບມີ ຫ້ອງການ,ຫໍພັກພະນັກງານ,ຫ້ອງຜະລິດສິນຄ້າ,ຫ້ອງເກັບມ້ຽນສິນຄ້າ, ລານກອງຫີນປາໂກໄດ ແລະ ພຶ້ນທີ່ສີຂຽວ. ນອກຈາກນີ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄຳຄິດຄຳເຫັນໃສ່ບົດສະເໜີໂຄງການດັ່ງກ່າວຢ່າງກົງໄປກົງມາ ເປັນຕົ້ນ ແມ່ນສະເໜີໃຫ້ທາງບໍລິສັດ ລົງສຳຫລວດພຶ້ນທີ່ ແລະ ເຮັດບົດວິພາກຄືນໃໝ່ແລ້ວ ມາຜ່ານພາກສ່ວນທີ່ກ່ຽວຂ້ອງ,ກຳນົດການທົດລອງຜະລິດ ໃຫ້ຊັດເຈນ ແລະ ລະອຽດຕື່ມ, ລວມທັງລະບົບຄຸ້ມຄອງ ແລະ ປົກປັກຮັກສາໃນການຂຸດຄົ້ນໃນ 4 ຈຸດ, ໃຫ້ກຳນົດຈຸດສ້າງເສັ້ນທາງແຕ່ບໍ່ຫີນຫາໂຮງງານທີ່ຈະປຸງແຕ່ງໃຫ້ຊັດດເຈນ ແລະ ລະອຽດ, ການກຳນົດຂອບເຂດຂອງໂຮງງານ ແລະ ການໃຊ້ນ້ຳເຂົ້າໃນການຜະລິດ. ຈາກນັ້ນຜູ້ຕາງໜ້າບໍລິສັດ ກໍໄດ້ຮັບເອົາຄຳຄິດຄຳເຫັນ ຂອງຜູ້ແທນ ເພື່ອນຳໄປປັບປຸງ ແລະ ແກ້ໄຂໃຫ້ສຳເລັດ.

ຂໍ້ມູນຂ່າວ: ສິດຕິພອນ

error: Content is protected !!