ຮອງປະທານສະຫະພັນບານເຕະແຫ່ງຊາດລາວ 2 ທ່ານ ໄດ້ມອບເງິນສະຫນັບສະໜູນ ນັກກິລາທີມຊາດລາວ  U19 ລວມ 150 ລ້ານກີບ

ເພື່ອເປັນກຳລັງໃຈໃຫ້ກັບ ຄະນະຄູຝຶກ ແລະ ນັກກິລາ ທີ່ສາມາດຜ່ານເຂົ້າສູ່ຮອບຊີງຊະນະເລີດ ການແຂ່ງຂັນບານເຕະ ຊີງແຊ້ມ ອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ທີ່ສາມາດຜ່ານເຂົ້າສູ່ຮອບຊີງຊະນະເລີດ, ທ່ານ ຄຳໄພ່ ປຣະເສີດ ຫົວຫນ້າຄະນະທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ທັງເປັນຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມອບເງິນສະຫນັບສະຫນູນ 50,000,000 ກີບ

ອ່ານເພີ່ມ...

ໄຟຟ້າຫົງສາ ສະໜັບໜູນລູກປາໃຫ້ 3 ເມືອງ ປ່ອຍລົງແຫລ່ງນໍ້າທໍາມະຊາດ

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຮ່ວມກັບເມືອງ ຫົງສາ, ເມືອງ ເງິນ ແລະ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ຈັດກິດຈະກຳອະນຸລັກສັດນໍ້າ-ສັດປ່າ ປ່ອຍປາຄືນສູ່ແຫລ່ງນໍ້າທໍາມະຊາດ ເນື່ອງໃນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ປະຈໍາປີ 2022 ໃນລະຫວ່າງວັນທີ 12-13 ກໍລະກົດ

ອ່ານເພີ່ມ...

ແຟນບານເຕະໃນຊາດ ອາຊຽນ ຕ່າງອອກມາສະແດງຄວາມຍິນດີ ແລະ ຍ້ອງຍໍ ທີມຊາດລາວ U-19

ຈາກຜົນງານທີ່ໂດດເດັ່ນ ໃນການແຂ່ງຂັນ ເຕະບານ AFF U-19 ຂອງທີມຊາດລາວ ໄດ້ເຂົ້າຮອບ ຊິງຊະນະເລີດ ເປັນຄັ້ງປະຫວັດສາດ ໂດຍສາມາດ ຊະນະທຸກ ທຸກທີມໃນກຸ່ມດຽວກັນ ແລະ ຍັງສາມາດເອົາຊະນະເຕັງ #1 ທີມຊາດໄທ ໄປໄດ້ ດ້ວຍປະຕູ 2:0 ໃນຄໍ່າຄືນ ວັນທີ 13/07/2022 ທີ່ຜ່ານມາ, ແຟນບານ

ອ່ານເພີ່ມ...

ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຊີ້ແຈງກ່ຽວກັບບັນຫາທີ່ເກີດຂຶ້ນ

ໃນວັນທີ 13 ກໍລະກົດນີ້ ຜູ້ປະສານງານຂອງບໍລິສັດທາງລົດໄຟ ລາວ-ຈີນ ໄດ້ອອກມາຊີ້ແຈງກ່ຽວກັບບັນຫາທີ່ເກີດຂຶ້ນຜ່ານມາ ທີ່ໄດ້ມີຄຣິປຈາກເຫດການທີ່ຜູ້ໂດຍສານຖ້າເຂົ້າສະຖານີລົດໄຟ ຢູ່ດ້ານນອກ ແລ້ວໄດ້ຕາກຝົນ, ໂດຍລະບຸວ່າ: ເນື່ອງຈາກເຊົ້າວັນອັງຄານທີ 12 ກໍລະກົດ 2022 ຜ່ານມາໄດ້ເກີດມີຝົນຕົກຫນັກ ແລະ ມີຟ້າລົມແຮງ ເຮັດໃຫ້ກະທົບຕໍ່ຜູ້ໂດຍສານທີ່ກຳລັງລຽນແຖວຊື້ປີ້, ໃນຂະນະທີ່ເກີດເຫດການດັ່ງກ່າວ ມີບຸກຄົນຖ່າຍພາບໄດ້ ແລະ ນໍາໄປລົງສື່ສັງຄົມອອນລາຍ, ແຕ່ຕົວຈິງແລ້ວ ເວລາເກີດມີເຫດການສຸກເສີນດັ່ງກ່າວ

ອ່ານເພີ່ມ...

ໄຊສົມບູນ ຫາລືຜ່ານຮ່າງບົດວິພາກເສດຖະກິດໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ໄຊສົມບູນ ໄດ້ຈັດກອງປະຊຸມຜ່ານຮ່າງບົດວິພາກເສດຖະກິດ ໂຄງການພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນ ຂຶ້ນ ໃນວັນທີ 12 ກໍລະກົດ ຜ່ານມາ ທີ່ສຳນັກງານດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ທ່ານ ເພັດສະໝອນ ຈັນທະບູລີ ປະທານ

ອ່ານເພີ່ມ...

ປກສ ເມືອງ ໄຊເສດຖາ ຈັບກຸມແກ້ງ ລັກເຫຼັກທາງລົດໄຟ ໄດ້ 9 ຄົນ

ໃນເດືອນ ມິຖຸນາ 2022 ຜ່ານມາ, ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງ ໄຊເສດຖາ, ນະຄອນຫຼວງ ວຽງຈັນ ສົມທົບກັບ ປກສ ກຸ່ມ VI ໄຮ່ຄຳ ແລະ ຕຳຫຼວດໜ່ວຍງານທາງລົດໄຟ ໄດ້ນຳກຳລັງວິຊາສະເພາະລົງແກ້ໄຂ ແລະ ມ້າງກຸ່ມແກ້ງລັກເຫຼັກລາງລົດໄຟ ໄປດຳເນີນຄະດີ ແລະ ໃນນັ້ນ ສາມາດຈັບຕົວພວກຖືກຫາໄດ້

ອ່ານເພີ່ມ...

ລັດ ຫາຊ່ອງທາງແກ້ໄຂລາຄາສິນຄ້າ ບາງລາຍການທີ່ຈໍາເປັນ

ໃນວັນທີ 12 ກໍລະກົດ 2022, ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ແລະ ຄວາມເປັນເອກະພາບ ກ່ຽວກັບວິທີທາງແກ້ໄຂບັນຫາລາຄາສິນຄ້າ ແລະ ຄ່າບໍລິການ ບາງລາຍການສິນຄ້າທີ່ຈໍາເປັນທີ່ມີລາຄາເພີ່ມຂຶ້ນສູງໃນປັດຈຸບັນ ຜ່ານລະບົບທາງໄກ ໂດຍການເປັນປະທານຂອງ ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍ ໃນ, ມີບັນດາພະແນກອຸດສາຫະກຳ

ອ່ານເພີ່ມ...

ລາວ​ ຖືກເລື່ອນໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນງານມະຫາກໍາກິລາຊີເກມ​ ອອກໄປເປັນປີ 2031 ຈາກ 2029

ຄະນະມົນຕີຊີເກມຂອງ ສປປ ລາວ ໄດ້ເດີນທາງ ເຂົ້າຮ່ວມກອງປະຊຸມ ກະກຽມຄວາມພ້ອມການຈັດການແຂ່ງຂັນກິລາຊີເກມ ຄັ້ງທີ 32 ທີ່ຈະຈັດຂຶ້ນໃນເດືອນ​ພຶດສະພາ​ 2023 ປະເທດ ກໍາປູເຈຍ ເປັນເຈົ້າພາບ.​ ຄະນະມົນຕີປະກອບດ້ວຍ: ທ່ານ ນາງຂັນທະລີ ສິລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ປະທານສະຫະພັນຄົນພິການແຫ່ງຊາດລາວ, ທ່ານ ສົມພູ

ອ່ານເພີ່ມ...

ລາວ ຍັງບໍ່ມີວັກຊິນ ຫຼື ຢາປົວສະເພາະໄຂ້ຍຸງລາຍ ແຕ່ສາມາດປ້ອງກັນ ດ້ວຍການເບິ່ງແຍງທີ່ຖືກຕ້ອງ

ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ກະຊວງສາ ທາລະນະສຸກ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ລາວ ຍັງບໍ່ທັນມີວັກຊິນ ຫລື ຢາປົວສະເພາະພະຍາດໄຂ້ຍຸງລາຍ, ແຕ່ຖ້າຫາກຄົນເຈັບ ໄດ້ຮັບການເບິ່ງແຍງທີ່ຖືກຕ້ອງຈາກແພດໝໍ ກໍຈະສາມາດປ້ອງກັນ ການເຈັບເປັນຮຸນແຮງ ແລະ ເສຍຊີວິດໄດ້. ເນື່ອງຈາກໄລຍະນີ້ ພະຍາດໄຂ້ຍຸງລາຍພວມລະ ບາດຢ່າງກວ້າງຂວາງ ຖ້າຫາກທ່ານມີອາການໄຂ້ຂຶ້ນສູງ ໃຫ້ໄປຫາໝໍທັນທີ. ເຊື້ອໄວຣັດໄຂ້ຍຸງລາຍ

ອ່ານເພີ່ມ...

ສົ່ງ​ແຮງ​ໃຈ​ເຊຍ​ທີມ​ຊາດ ​ລາວ​ ຮອບ​ຮອງ​ຊະ​ນະ​ເລີດ

ຕາຕະລາງ ຄະແນນການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 19 ປີ ຊີງແຊັມອາຊຽນປະຈຳປີ 2022 ທີ່ປະເທດອິນໂດເນເຊຍ ກຸ່ມບີ ທີມຊາດລາວ ລົງສະໜາມ 4 ນັດ ຊະນະ 4 ນັດ ມີ 12 ຄະ ແນນ ເປັນອັນດັບ 1 ກຸ່ມບີ. ທີມຊາດລາວ

ອ່ານເພີ່ມ...
error: Content is protected !!