ລາວ ຍັງບໍ່ມີວັກຊິນ ຫຼື ຢາປົວສະເພາະໄຂ້ຍຸງລາຍ ແຕ່ສາມາດປ້ອງກັນ ດ້ວຍການເບິ່ງແຍງທີ່ຖືກຕ້ອງ

ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ກະຊວງສາ ທາລະນະສຸກ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ລາວ ຍັງບໍ່ທັນມີວັກຊິນ ຫລື ຢາປົວສະເພາະພະຍາດໄຂ້ຍຸງລາຍ, ແຕ່ຖ້າຫາກຄົນເຈັບ ໄດ້ຮັບການເບິ່ງແຍງທີ່ຖືກຕ້ອງຈາກແພດໝໍ ກໍຈະສາມາດປ້ອງກັນ ການເຈັບເປັນຮຸນແຮງ ແລະ ເສຍຊີວິດໄດ້. ເນື່ອງຈາກໄລຍະນີ້ ພະຍາດໄຂ້ຍຸງລາຍພວມລະ ບາດຢ່າງກວ້າງຂວາງ ຖ້າຫາກທ່ານມີອາການໄຂ້ຂຶ້ນສູງ ໃຫ້ໄປຫາໝໍທັນທີ.

ເຊື້ອໄວຣັດໄຂ້ຍຸງລາຍ ສາມາດແຜ່ກະຈາຍຈາກຄົນສູ່ຄົນ ໂດຍຜ່ານຍຸງລາຍທີ່ມີເຊື້ອພະຍາດດັ່ງກ່າວ ເຊິ່ງໄຂ້ຍຸງລາຍມີອາການຄືໄຂ້ຫວັດ ແລະ ແກ່ຍາວເປັນເວລາ 2-7 ມື້, ຈະປະກົດອາການພາຍຫລັງ 4-10 ມື້ຫລັງຈາກທີ່ຖືກຍຸງກັດ, ອາການທົ່ວໄປຂອງໄຂ້ຍຸງລາຍ ແມ່ນມີໄຂ້ຂຶ້ນສູງ (40ອົງ ສາ) ເຮັດໃຫ້ຕ່ອມນ້ຳເຫລືອງໃຫຍ່, ປວດຕາມຂໍ້, ກະດູກ, ກ້າມຊີ້ນ, ມີຕຸ່ມຕາມຕົນໂຕ, ປວດຮາກ, ຮາກ, ເຈັບກະໂບງຕາ ແລະ ເຈັບຫົວເປັນຕົ້ນ.

ສຳລັບຕົວເລກຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ທົ່ວປະເທດປະຈຳວັນທີ 12 ກໍລະກົດ 2022 ມີຜູ້ຕິດເຊື້ອໃໝ່ ເພີ່ມ 366 ຄົນ ແລະ ເສຍຊີວິດໃໝ່ເພີ່ມ 2 ຄົນຢູ່ແຂວງອັດຕະປື. ສ່ວນຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ ແຕ່ຕົ້ນປີ 2022 ເຖິງປັດຈຸບັນ ມີ 8,222 ຄົນ ແລະ ເສຍຊີວິດ 12 ຄົນ. ຂະນະແຂວງທີ່ມີລາຍງານຜູ້ຕິດເຊື້ອ ຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ 4,149 ຄົນ, ສາລະວັນ 774 ຄົນ, ເຊກອງ 720 ຄົນ, ອັດຕະປື 597 ຄົນ, ຫລວງນ້ຳທາ 546 ຄົນ, ສະຫວັນນະເຂດ 333 ຄົນ ແລະ ຫລວງພະບາງ 252 ຄົນ. ສ່ວນຜູ້ເສຍຊີວິດຈາກພະຍາດດັ່ງກ່າວ ມີນະຄອນຫລວງວຽງຈັນ 5 ຄົນ, ອັດຕະປື 3 ຄົນ, ສາລະວັນ 2 ຄົນ, ອຸດົມໄຊ ແລະ ຊຽງຂວາງ ແຂວງລະ 1 ຄົນ.

ສຳລັບການປິ່ນປົວພະຍາດໄຂ້ຍຸງລາຍ ຕ້ອງປຶກສາແພດໝໍ, ພັກຜ່ອນໃຫ້ພຽງພໍ, ດື່ມນ້ຳຫລາຍໆ ແລະ ກິນອາຫານທີ່ມີປະໂຫຍດ, ຖ້າມີອາການໄຂ້ສູງກວ່າ 39 ອົງສາ ແມ່ນໃຫ້ກິນຢາປາຣາເຊຕາໂມນ ທຸກໆ 8 ຊົ່ວໂມງ ແລະ ຫ້າມບໍ່ໃຫ້ກິນຢາ ແອສໄພຣິນ ຫລື ອີບຸໂປຣເຟນ ເພາະມັນຈະເພີ່ມຄວາມສ່ຽງໃຫ້ເລືອດໄຫລ. ສ່ວນວິທີປ້ອງກັນຕົນເອງຈາກຍຸງລາຍກັດກໍຄື ທາຢາກັນຍຸງ, ທູບໄລ່ຍຸງ ແລະ ເຄື່ອງໄລ່ຍຸງແບບໃຊ້ໄຟຟ້າ, ໃສ່ຕາໜ່າງກັນຍຸງໃນປະຕູ ແລະ ປ່ອງຢ້ຽມ ສາມາດປ້ອງກັນຍຸງບໍ່ໃຫ້ເຂົ້າມາໃນເຮືອນໄດ້, ນອນໃນມຸ້ງຍ້ອມຢາກັນຍຸງ ທັງກາງເວັນ ແລະ ກາງຄືນ. ພ້ອມກັນນີ້, ຄວນໃສ່ເສື້ອແຂນຍາວ ແລະ ໂສ້ງ ຫລື ກະໂປງຍາວ ເພື່ອປົກຄຸມຮ່າງກາຍຕົນເອງ ແລະ ພ້ອມກັນອະນາໄມແຫລ່ງແຜ່ພັນຂອງຍຸງລາຍ ເປັນຕົ້ນ ຖອກນ້ຳອອກຈາກຄຸ, ອ່າງ, ຊາມ ແລະ ພາຊະນະໃສ່ນ້ຳອື່ນໆ ພ້ອມທັງຂັດຖຸທາງໃນພາຊະນະ, ປົກ ຫລື ອັດຝາພາຊະນະທີ່ມີນ້ຳ, ທຳຄວາມສະອາດທາງໃນຂອງໂຖດອກໄມ້, ກະຖາງຕົ້ນໄມ້ ແລະ ໝັ່ນປ່ຽນນ້ຳເປັນປະຈຳ, ຖິ້ມພາຊະນະທີ່ບໍ່ໃຊ້ແລ້ວທີ່ອາດເປັນແຫລ່ງເພາະພັນຍຸງລາຍ, ຂວ້ຳພາຊະນະໃຫຍ່ ທີ່ບໍ່ສາ ມາດຖິ້ມໄດ້ ເພື່ອປ້ອງກັນນ້ຳຂັງ ພ້ອມທັງອະນາໄມທໍ່, ຮ່ອງນ້ຳຢູ່ຕະຫລອດ ແລະ ປະຕິບັດ 5ປ ເປັນປະຈຳ ເພື່ອກຳຈັດໜອນນ້ຳຍຸງລາຍ ເຊິ່ງມັນຈະຊ່ວຍໃຫ້ປ້ອງກັນຕົວທ່ານເອງ ແລະ ຄົນອ້ອມຂ້າງໃຫ້ປອດໄພຈາກພະຍາດໄຂ້ຍຸງລາຍ.

ຂໍ້ມູນຂ່າວ: ມະນີທອນ

error: Content is protected !!