ຕີນໄກ່ຕົ້ມຊີອິ້ວ

ສ່ວນຜະສົມ: ນໍ້າມັນພືດ            2 ບ່ວງແກງ ຕີນໄກ່                300 ກຣາມ ເຫຼົ້າ                   2 ບ່ວງແກງ ຂ່າ                    1 ຫົວ ຫົວສີໄຄ              2 ຫົວ ໃບຂີ້ຫູດ             ຕາມໃຈມັກ ຫົວຜັກບົ່ວໃຫຍ່      ເຄິ່ງຫົວ ຊີອິ້ວຂາວ            1 ບ່ວງແກງ

ອ່ານເພີ່ມ...

ຫຼວງພະບາງ ເລັ່ງແກ້ໄຂຫາງສຽງສັງຄົມການຂາຍເຂົ້າໃສ່ບາດ

ເພື່ອເຮັດໃຫ້ການຂາຍເຄື່ອງໃສ່ບາດໃຫ້ກັບນັກທ່ອງທ່ຽວຢູ່ ນະຄອນ-ຫຼວງພະບາງ ມີຄວາມເປັນລະບຽບ-ຮຽບຮ້ອຍ ໃນໄລຍະຜ່ານມາອົງການປົກຄອງນະຄອນ-ຫຼວງພະບາງ ໄດ້ອອກລະບຽບການຄຸ້ມຄອງຢ່າງຮັດກຸມ ຊຶ່ງໄດ້ແຕ່ງຕັ້ງຄະນະກຳມະການແຕ່ລະພາກສ່ວນຮັບຜິດຊອບຢ່າງລະອຽດ ເພື່ອຮັບປະກັນບໍ່ໃຫ້ເກີດຫາງສຽງທີ່ບໍ່ດີຕາມມາ ທັງສ້າງແຮງຈູງໃຈໃຫ້ກັບນັກທ່ອງທ່ຽວ ໃຫ້ເຂົ້າມາທ່ອງທ່ຽວຫຼວງພະບາງນັບມື້ນັບຫຼາຍຂຶ້ນ. ທ່ານ ວິໄລທອງ ມະນີວອນ ຮອງເຈົ້ານະຄອນ-ຫຼວງພະບາງ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ການໃສ່ບາດຍາມເຊົ້າ ເປັນປະເພນີທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ສືບທອດກັນມາຫຼາຍເຊັ່ນຄົນ. ກິດຈະກຳການໃສ່ບາດຍາມເຊົ້າໄດ້ກາຍເປັນສິ່ງດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ແລະ ເຂົ້າຮ່ວມກິດຈະກຳການໃສ່ບາດຫຼາຍຂຶ້ນ, ໃນໄລຍະລັດຖະບານເປີດປະເທດຕ້ອນຮັບນັກທ່ອງທ່ຽວເຕັມຮູບແບບ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ

ອ່ານເພີ່ມ...

ລາວ-ໄທ ທົບທວນວຽກງານການຮ່ວມມືຂະແໜງອຸດສາຫະກຳ ແລະ ການຄ້າ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບ ທ່ານ ເຈດສະດາ ກະຕາເວທິນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ເຂົ້າຢ້ຽມພົບປະ ເມື່ອວັນທີ 2 ສິງຫາ ນີ້ ທີ່ກະຊວງ

ອ່ານເພີ່ມ...

ນ້ຳຕົກຕາດ ຫ້ວຍໄຄ້ ອີກໜຶ່ງສະຖານທີ່ທ່ອງທ່ຽວ ທີ່ຄວນສໍາຜັດ

ບ້ານຜາວີ ຕັ້ງຢູ່ຫ່າງຈາກເທດສະບານເມືອງ ຫຼາ, ແຂວງ ອຸດົມໄຊ ປະມານ 12 ກິໂລແມັດ ມີເສັນທາງຄົມມະນາຄົມເຂົ້າເຖິງທັງສອງລະດູ ແຕ່ເປັນເສັ້ນທາງດິນແດງ ໃນລະດູຝົນການ ໄປ-ມາ, ຫາ-ສູ່ ຂ້ອນຂ້າງລຳບາກ. ບ້ານຜາວີ ເປັນບ້ານຊົນເຜົ່າກຶມມຸ ກວມ 100%, ມີ 40 ຫລັງ ຄາເຮືອນ, ມີປະຊາກອນ 200

ອ່ານເພີ່ມ...

ນັກກິລາ ປັດຈາສີລັດ ຄວ້າຫລຽນຄຳ ທຳອິດ ໃຫ້ກັບທັບ ນັກກິລາມະຫາວິທະຍາໄລ ລາວ

ແຟ້ງ ວົງພັກດີ ແລະ ວັນໄຊ ບຸນນະວົງ ນັກກິລາປັດຈາສີລັດຄວ້າ ຫລຽນຄຳ ທຳອິດ ໃຫ້ກັບທັບນັກກິລາມະຫາວິທະຍາໄລ ລາວ ໃນການແຂ່ງຂັນກິລາມະຫາວິທະຍາໄລ ອາຊຽນ ຄັ້ງທີ 20 ໃນປະເພດຟ້ອນຄູ່ຊາຍ ໄດ້ຄະແນນລວມທັງຫມົດ 569 ຄະແນນ. ໃນຂະນະທີ່ຫຼຽນເງິນຕົກເປັນຂອງນັກກີລາຈາກປະເທດ ມາເລເຊຍ ຄະແນນ 563 ແລະ ຫຼຽນທອງ

ອ່ານເພີ່ມ...

ສິ່ງທີ່ຜູ້ຊາຍຄວນຮູ້ ເມື່ອເມຍຖືພາ

ນາທີທີ່ໄດ້ຍິນເມຍເວົ້າວ່າ “ກຳລັງຖືພາ” ເຊື່ອວ່າ ຜູ້ຊາຍທຸກຄົນຕ້ອງດີໃຈທີ່ສຸດ ເພາະຈະມີສະມາຊິກຄົນໃໝ່ຂອງຄອບຄົວແລ້ວ. ແຕ່ວ່າ ການເປັນພໍ່ມືໃໝ່ ມັນບໍ່ໄດ້ລຽບງ່າຍແບບທີ່ທຸກຄົນຄິດ, ຍັງມີອີກຫຼາຍຢ່າງທີ່ຜູ້ຊາຍ ຕ້ອງຮຽນຮູ້ ແລະ ຮັບມືໃນລະຫວ່າງທີ່ເມຍກຳລັງຖືພາ. ເບິ່ງແຍງ ແຕ່ບໍ່ຕ້ອງຕາມຕິດ: ເຖິງແມ່ນການຖືພາຈະເປັນອຸປະສັກຕໍ່ຮ່າງກາຍຂອງແມ່ຍິງ ແຕ່ພວກເຂົາກໍບໍ່ໄດ້ອ່ອນແອ ແບບວ່າ ບໍ່ເຖິງຂັ້ນຕາມຕິດຄອຍຊ່ອຍທຸກຢ່າງ ໃຫ້ຕະຫຼອດເວລາກໍໄດ້. ແມ່ທີ່ອູ້ມທ້ອງ ຈຳເປັນຕ້ອງເຮັດກິດຈະກຳບາງຢ່າງດ້ວຍໂຕເອງ, ລວມເຖິງສາມາດອອກກຳລັງກາຍໄດ້ ໂດຍບໍ່ມີຜົນກະທົບຕໍ່ການຄອດລູກກ່ອນກຳນົດ ຫຼື

ອ່ານເພີ່ມ...

6 ເດືອນຕົ້ນປີຜ່ານມາ ແຮງງານ ລາວ ສາມາດນຳເງິນຕາເຂົ້າສູ່ປະເທດໄດ້ຫຼາຍກວ່າ 4.5 ລ້ານໂດລາ

ທ່ານ ສຸລິຍາ ຄຳວົງສາ ຮອງຫົວໜ້າກົມຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ທ່ານ ສີສຸພັນ ນາມວົງສາ ຮອງຫົວໜ້າພະແນກ ຮສສ ແຂວງສະຫວັນນະເຂດ ໄດ້ເປັນປະທານຮ່ວມໃນກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງວິສາຫະກິດບໍລິການຈັດຫາງານ ຊຶ່ງກອງປະຊຸມໄດ້ຈັດຂຶ້ນ ຫວ່າງບໍ່ດົນມານີ້ ທີ່ພະແນກ ຮສສ ແຂວງສະຫວັນນະເຂດ ຊຶ່ງມີຕາງໜ້າພະແນກ

ອ່ານເພີ່ມ...

The Long Walk (ບໍ່ມີວັນຈາກ) ຮູບເງົາ ລາວ ເລື່ອງທຳອິດ ທີ່ໄດ້ເຂົ້າສາຍໃນ Netflix

ວັນທີ 1 ສິງຫາ 2022 ທີ່ຜ່ານມາ, ແຟນເພຈ ທາງການ ຂອງ Netflix ໄດ້ໂພສເຊີນຊວນທຸກຄົນ ໃຫ້ໄປຮັບຊົມຮູບເງົາເລື່ອງ ບໍ່ມີວັນຈາກ – The Long Walk (2019) ຮູບເງົາປະເພດໄຊໄຟລ້ຳຍຸກ-ສະຫຍອງຂວັນ ຜົນງານຂອງຜູ້ກຳກັບແມັດຕີ້ ໂດ (Mattie Do) ຈະເປັນຮູບເງົາລາວເລື່ອງທຳອິດທີ່ໄດ້ເຂົ້າ Netflix

ອ່ານເພີ່ມ...

ໂທດຂອງຢາເສບຕິດ ອອກລິດແລ້ວອາລະວາດ ຈູດເຮືອນຕົນເອງ

ທ້າວ ລາວຈື ອາຍຸ 28 ປິ ຫວ່າງງານ ຢູ່ບ້ານ ໄຜ່ລ້ອມ, ເມືອງ ໄຊທານີ, ນະຄອນຫຼວງ ວຽງຈັນ ຖືກເຈົ້າໜ້າທີ່ ປກສ ກຸ່ມໂຄກສີວິໄລ ຈັບຕົວ ວັນທີ 27 ກໍລະ ກົດ 2022, ຍ້ອນຜູ້ກ່ຽວເມົາຢາບ້າຫຼາຍ ແລ້ວກໍ່ເຫດອາລະວາດຈູດເຮືອນຕົນເອງ. ເຈົ້າໜ້າທີ່

ອ່ານເພີ່ມ...
error: Content is protected !!