ທ່ານ ປອ ໂພໄຊ ສິດທິຊົນ ຮອງຫົວໜ້າພະແນກຖະແຫຼງ ຂ່າວ, ວັດທະນະທໍາ ແລະທ່ອງ ທ່ຽວແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຜ່ານສື່ອອນ ລາຍຕໍ່ລາຍການຈັບຄູ່ທຸລະກິດ ຈາກຣາຊະອານາຈັກໄທ ທີ່ ອອກອາກາດ ເວລາ 13:00-14:00 ໂມງ ທາງຄື້ນຄວາມຖີ່ FM 96,00 MHz ກ່ຽວກັບ ການຟື້ນຟູວຽກງານ ທ່ອງທ່ຽວ
Author: admin
ລັດຖະມົນຕີຕ່າງປະເທດ ອາຊຽນ ແລະ ຄູ່ຮ່ວມເຈລະຈາ ປຶກສາຫາລືຫຼາຍບັນຫາ
ໃນວັນທີ 4 ສິງຫາ 2022 ທີ່ ພະນົມເປັນ ກໍາປູເຈຍ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາ ຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ ຊຶ່ງປະກອບດ້ວຍ: ກອງປະຊຸມລັດ ຖະມົນຕີຕ່າງປະເທດອາຊຽນ –
ປ່ຽນຕົວເອງ ໃຫ້ມີເວລາວ່າງ
ການປ່ຽນຕົວເອງ ໃນເລື່ອງເວລາ ຖ້າຫາກຮູ້ຕົວ (ຫຼືມີຄົນບອກຢູ່ເລື້ອຍໆ) ວ່າ ທ່ານຜິດນັດໝູ່ ຫຼື ບໍ່ຄ່ອຍມີເວລາກັບໄປກິນເຂົ້າຢູ່ເຮືອນເປັນປະຈຳ ເນື່ອງຈາກອຸປະສັກດ້ານເວລາ ຄວນຄຳນຶງດັ່ງນີ້: ຢ່າຄິດວ່າ ຕົວເອງເປັນຄົນເຮັດວຽກທົນສຸດໆ: ຄຳເວົ້ານີ້ ຈະເຮັດໃຫ້ທ່ານບໍ່ຢາກຈະພັກຜ່ອນ. ທາງທີ່ດີ ທ່ານຄວນຮູ້ວ່າ ຕົວເອງ ກໍມີຂີດຈຳກັດ, ເວົ້າອອກມາດັງໆ ວ່າ “ຂ້ອຍບໍ່ໄຫວແລ້ວ” ແລ້ວອອກໄປຫາເວລາພັກຜ່ອນແດ່. ຢ່າກະຕືລືລົ້ນທີ່ຈະສົມບູນແບບ: ຄວາມຄິດທີ່ວ່າ
ລົດບັນທຸກຫີນກາວຕິດໝ໋ອກ ຕຳປະສານກັບ ລົດເມ 45 ບ່ອນນັ່ງ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຈຳນວນຫຼາຍ
ອຸບັດຕິເຫດລົດບັນທຸກຫີນ ກາວຕິດໝ໋ອກ ໝາຍເລກທະບຽນ ບຂ 9484 ກຳແພງນະຄອນ ແລະ ເລກທະບຽນໝ໋ອກ ບກ 2487 ສະຫວັນນະເຂດ, ເຊິ່ງຂັບຂີ່ໂດຍ ທ້າວ ລຸ້ງນິລັນ (ແອັ້ງ) ອາຍຸ 46 ປີ, ຕຳກັບລົດເມທ່ອງທ່ຽວ 45 ບ່ອນນັ່ງ, ໝາຍເລກທະບຽນ ບກ 1499
ສານປະຊາຊົນ ແຂວງ ວຽງຈັນ ຕັດສິນຄະດີຜູ້ຖືກຫາຄ້າ-ຂາຍຢາເສບຕິດ 13 ຄົນ
ໃນວັນທີ 28 ກໍລະກົດ 2022 ຜ່ານມານີ້, ສານປະຊາຊົນ ແຂວງ ວຽງຈັນ ໄດ້ນໍາເອົາຄະດີຢາເສບຕິດ ຈໍານວນຫຼາຍເລື່ອງຂຶ້ນມາພິຈາລະນາຕັດສິນຄະດີ, ເຊິ່ງລວມມີຜູ້ຖືກຫາທີ່ເຄື່ອນໄຫວຄ້າ-ຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ຄອບຄອງປະເພດຢາບ້າ ຈໍານວນ 13 ຄົນ. ບັນດາຜູ້ຖືກຫງທີ່ສານປະຊາຊົນ ແຂວງວຽງຈັນ ນໍາມາພິຈາລະນາ ຕັດສິນປະກອບມີ ຄື: 1. ທ້າວ ດອນ
ທ່ານ ປະທານປະເທດ ຢ້ຽມຢາມໂຮງງານແປ້ງມັນຕົ້ນ ແລະ ປຸຍຊີວະພາບ ເມືອງ ປາກລາຍ
ໃນໂອກາດທີ່ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງປາກລາຍ, ແຂວງ ໄຊຍະບູລີ ໃນວັນທີ 3 ສິງຫາ 2022 ນີ້, ໄດ້ເຂົ້າຢ້ຽມຢາມໂຮງງານຜະລິດ ແປ້ງມັນຕົ້ນ ຂອງບໍລິສັດ ພັດທະນາກ້າວໜ້າລາວ ຈໍາກັດ ເຊິ່ງໂຮງງານແຫ່ງນີ້ປະກອບມີເຄື່ອງຈັກ
ກອງປະຊຸມປັນຍາປະດິດໂລກ 2022 ຈະຈັດຂຶ້ນຢູ່ ນະຄອນ ຊຽງໄຮ
ຕາມຂ່າວຈາກ CRI, ກອງປະຊຸມ ປັນຍາ ປະດິດໂລກ 2022 ແລະ ງານ ນໍາສະເໜີຄູ່ຮ່ວມມື ຂອງກອງປະຊຸມ ດັ່ງກ່າວ ໄດ້ຈັດຂຶ້ນຢູ່ ນະຄອນ ຊຽງໄຮ ປະເທດ ຈີນ ໃນລະຫວ່າງ ວັນທີ 1 ຫາ 3 ກັນຍາ ປີນີ້. ສໍາລັບກອງປະຊຸມ
ປັດຈຸບັນ ລາວ ມີຄວາມຫຍຸ້ງຍາກ 4 ບັນຫາ
ໃນວັນທີ 2 ສິງຫາ ນີ້, ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບ ທິດທາງ ແລະ ວິທີການປຸກລະດົມຂົນຂວາຍ ປະຊາຊົນ ຊັ້ນຄົນຕ່າງໆ ເພື່ອຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ-ເງິນຕາ ແລະ ຄ່າຄອງຊີບສູງ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາສະພາທິດສະດີສູນກາງ,
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 55
ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 55 ພາຍໃຕ້ຄໍາຂວັນ “ອາຊຽນ: ຮ່ວມກັນແກ້ໄຂບັນດາສິ່ງທ້າທາຍ” ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 3 ສິງຫາ 2022 ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ ໂດຍການເປັນກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ,
ບໍລິສັດທາງລົດໄຟ ລາວ-ຈີນ ເລັ່ງປັບປຸງແກ້ໄຂໃຫ້ການຊື້-ຂາຍປີ ມີຄວາມສະດວກຂຶ້ນກວ່າເກົ່າ
ຕໍ່ກັບສະພາບການຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນການເດີນທາງຜ່ານທາງລົດໄຟ ລາວ-ຈີນ ເປັນຕົ້ນ ມີນັກທ່ອງທ່ຽວລຽນແຖວຊື້ປີ້ລົດໄຟ ເປັນຈຳນວນຫລາຍ ຢູ່ສະຖານີລົດໄຟນະຄອນຫລວງວຽງຈັນ, ບໍ່ມີຫ້ອງນ້ຳຢູ່ນອກອາຄານ ສະຖານີ, ມີກຸ່ມຄົນ, ບຸກຄົນສວຍໂອກາດ ຊື້-ຂາຍປີ້ ເກັງກຳໄລ ທັງໃນທາງບວກ ແລະ ທາງລົບ ຂອງສັງຄົມຢູ່ສື່ສັງຄົມອອນລາຍ ເຊິ່ງອາດຈະສ້າງຄວາມເສຍຫາຍຕໍ່ພາບພົດ ແລະ ການທ່ອງທ່ຽວຂອງ ສປປ ລາວ. ຕໍ່ກັບບັນຫາດັ່ງກ່າວ, ບໍລິສັດທາງລົດໄຟ










