6 ອາຫານ ເພີ່ມພູມຄຸ້ມກັນໃນລະດູໜາວ

1. ອາຫານຣົດເຜັດຮ້ອນຈາກໝາກເຜັດ ແລະ ເຄື່ອງເທດ ເຊັ່ນ ໝາກເຜັດ, ຜັກຫອມ, ກະທຽມ, ພິກໄທ, ຂີງ, ຂ່າ, ຂີ້ໝິ້ນ, ໃບກະເພົາ ຫຼື ສະໝຸນໄພຕ່າງໆ ທີ່ຊ່ວຍຫຼຸດອາການຕັນດັງ ເຊັ່ນ ຜັກບົວລະພາ, ຫົວຜັກບົ່ວ ແລະ ຫົວຜັກທຽມ ນຳມາປະກອບອາຫານຈຳພວກແກງຮ້ອນໆ ເຊັ່ນ ແກງໄກ່ ຈະຊ່ວຍໃຫ້ຫາຍໃຈໂລ່ງຂຶ້ນ ແລະ ປັບສົມດຸນຮ່າງກາຍໃຫ້ປົກກະຕິ.

2. ການດື່ມນໍ້າຫຼາຍໆ ຫຼື ການດື່ມນໍ້າອຸ່ນ ມື້ລະບໍ່ຕໍ່າກວ່າ 8 ຈອກ ແທນການດື່ມກາເຟ ຫຼື ນໍ້າອັດລົມ ຊ່ວຍໃຫ້ຮ່າງກກາຍອົບອຸ່ນ, ຫຼຸດອາການໄຂ້ຫວັດໄດ້, ຊ່ວຍໃຫ້ທາງເດີນຫາຍໃຈ ແລະ ທາງເດີນອາຫານຊຸ່ມຊື່ນຂຶຶ້ນ, ຖ່າຍເທສະດວກ ແລະ ຢຸດການຈະເລີນເຕີບໂຕຂອງໄວຣັດ ໄດ້ອີກດ້ວຍ. ເຄື່ອງດື່ມສະໝຸນໄພທີ່ນິຍົມດື່ມ ແມ່ນ ນໍ້າຂີງ ຄື ນຳເອົາຂີງປະມານ 2-3 ປ່ຽງ ແລະ ກະທຽມ 2-3 ງີມ ແຊ່ລົງໄປໃນນໍ້າຮ້ອນທີ່ຝົດ 5-10 ນາທີ ແລະ ແຕ່ງເປັນນໍ້າຊາດື່ມ. ມັນມີສັບພະຄຸນຊ່ວຍຂັບເຫື່ອ, ຊ່ວຍໃຫ້ລະບົບທາງເດີນຫາຍໃຈເຮັດວຽກໄດ້ດີຂຶ້ນ, ຊ່ວຍບັນເທົາອາການຂໍ້ອັກເສບໄດ້ອີກ.

3. ແກງໄກ່ຮ້ອນໆ ຊ່ວຍບັນເທົາອາການຕັນດັງ, ອາການໄອ, ຊ່ວຍກະຕຸ້ນພູມຄຸ້ມກັນພ້ອມທັງໃຫ້ໂປຼຕິນທີ່ດີຕໍ່ຮ່າງກາຍ, ເຮັດໃຫ້ຮ່າງກາຍສົດຊື່ນຂຶ້ນ. ທ່ານອາດຈະຕື່ມຜັກຫຼາຍສີ ເພື່ອເພີ່ມປະໂຫຍດຈາກສານ ແອນຕີອອກຊີແດນ ເຮັດໃຫ້ຮ່າງກາຍແຂງແຮງກໍໄດ້.

4. ສານຕໍ່ຕ້ານອະນຸມຸນອິດສະຫຼະ ເຊັ່ນ ເບຕາແຄໂຣທີນ ຫຼື ວິຕາມິນເອ, ວິຕາມິນຊີ, ວິຕາມິນອີ ທີ່ຊ່ວຍກຳຈັດສິ່ງແປກປອມ ແລະ ເຊື້ອໂຣກອອກຈາກຮ່າງກາຍ ຫຼື ເລືອກກິນຜັກ, ໝາກໄມ້ ທີ່ມີສານຕໍ່ຕ້ານອະນຸມຸນອິດສະຫຼະສູງ ເຊັ່ນ ກາຣົດ, ຜັກໃບຂຽວ, ສີດາ, ເລີແຊັງ, ແຄນຕາລຸບ, ໝາກຫຸ່ງສຸກ ເຫຼົ່ານີ້ເປັນຕົ້ນ.

5. ຫົວຜັກບົ່ວ ແລະ ກະທຽມ: ກະທຽມຊ່ວຍປ້ອງກັນ ແລະ ຮັກສາໄຂ້ຫວັດໄດ້ຢ່າງດີ ໂດຍນຳເອົາກະທຽມ 1 ງີມນ້ອຍ ມາຝານເປັນປ່ຽງບາງໆ ແລ້ວໃຊ້ບ່ວງເນັ້ນໃຫ້ແຕກ, ເຕີມນຳ້ຮ້ອນລົງໄປ 1 ຖ້ວຍ, ປິດຝາປະໄວ້ປະມານ 5 ນາທີ ແລ້ວຕື່ມນຳ້ເຜິ້ງ ແລະໝາກນາວລົງໄປ. ຫຼັງຈາກນັ້ນ ເອົາມາດື່ມມື້ລະ 2 ຖ້ວຍນ້ອຍ ຈະຊ່ວຍຫຼຸດອາການເປັນຫວັດໃຫ້ເບົາບາງລົງ ຫຼື ຈະຕຳຫົວຜັກບົ່ວໃສ່ຖ້ວຍແລ້ວດົມ ຈະຊ່ວຍໃຫ້ຫາຍໃຈໂລ່ງຂຶ້ນໄດ້.

6. ໂຢເກິດ ຊ່ວຍກະຕຸ້ນການເຮັດວຽກຂອງຈຸລັງເມັັດເລືອດຂາວ ແລະ ເສີມສ້າງສານແອນຕີ້ບໍດີ້ບາງຊະນິດ ໂດຍເລືອກກິນໂຢເກິດຣົດທຳມະຊາດ ຊະນິດໄຂມັນຕຳ່, ນຳ້ຕານໜ້ອຍ ແລະ ມີຈຸລິນຊີ ທີ່ມີປະໂຫຍດທີ່ມີຊີວິດຢູ່ ຈະໄດ້ຮັບປະໂຫຍດຢ່າງເຕັມທີ່.

error: Content is protected !!