4 ເຄັດລັບເບິ່ງແຍງຜິວຍາມໜາວ ທີ່ສາວໆຄວນຮູ້

1. ທາເບບີອອຍ ຫຼັງຈາກອາບນຳ້ແລ້ວໃໝ່ໆ: ຫຼັງອາບນຳ້ໃໝ່ໆ ໂດຍສະເພາະຄົນທີ່ອາບນຳ້ອຸ່ນໃນຍາມໜາວ ຜິວຈະແຫ້ງ່າຍ, ໃຫ້ໃຊ້ເບບີອອຍ ທາທົ່ວໂຕໃນຂະນະທີ່ໂຕປຽກໝາດໆ ບໍ່ຕ້ອງຖ້າໃຫ້ແຫ້ງ ຈະເຮັດໃຫ້ຜິວນຸ່ມຊຸ່ມຊື່ນ. ເບບີອອຍຈະບຳລຸງໃຫ້ຜິວນຽນເງົາ.

2. ທາຄີມບຳລຸງທັງເຊົ້າ ແລະ ກ່ອນເຂົ້ານອນ: ນອກຈາກນີ້ ຄວນໝັ່ນທາຄີມບຳລຸງທຸກຄັ້ງ ເຊົ້າ-ແລງ ໂດຍສະເພາະຄົນທີ່ຢູ່ໃນຫ້ອງແອເຢັນ ເປັນປະຈຳ ເພາະຜິວຈະຂາດຄວາມຊຸ່ມຊື່ນ. ສະນັ້ນ ຄວນທາຄີມເລື້ອຍໆ ໃຫ້ເປັນນິດໄສ ຈະເຮັດໃຫ້ຜິວບໍ່ແຫ້ງ, ບໍ່ແຕກ.

3. ຂັດຜິວໄດ້ ແຕ່ຢ່າດຸເກີນໄປ: ຍາມໜາວ ຄວນຂັດຜິວໃຫ້ໜ້ອຍລົງ, ໃຫ້ເຫຼືອບໍ່ເກີນອາທິດລະ 1 ຄັ້ງກໍພໍ, ຫຼັງຈາກຂັດຜິວ ກໍບຳລຸງດ້ວຍຄີມ ຢ່າໃຫ້ຂາດ, ຖ້າຂັດຜິວດຸເກີນໄປໃນຍາວໜາວ ຜິວອາດຈະແຕກແຫ້ງ ຈົນເປັນບາດແຜໄດ້.

4. ຈຸດໃດແຫ້ງ ໃຫ້ນວດດ້ວຍນຳ້ມັນໝາກພ້າວ: ສ່ວນໃດທີ່ຍັງມີຈຸດແຕກແຫ້ງ, ຫຍາບ ລອງໃຊ້ນຳ້ມັນໝາກພ້າວ ທາໆນວດໆ ເປັນປະຈຳສະເພາະຈຸດ ຈະເຮັດໃຫ້ຜິວຄ່ອຍໆນຸ່ມ ແລະ ມື່ນຂຶ້ນ, ຮອຍແຕກແຫ້ງ ຄ່ອຍໆຈາງຫາຍໄປ ກາຍເປັນຜິວນຽນນຸ່ມ.

error: Content is protected !!