ເຈົ້າໜ້າທີ່ ຊີ້ແຈງເລື່ອງຮຽກເງິນຈາກນັກທ່ອງທ່ຽວໄທປັບໃໝຕາມລະບຽບການພຽງແຕ່ 700.000 ກີບ ບໍ່ແມ່ນ 5 ພັນບາດ ຕາມທີ່ເປັນຂ່າວ

ພັທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໄດ້ຖະແຫຼງຊີ້ແຈງກ່ຽວກັບເຫດການທີ່ກຳລັງເປັນກະແສໃນສື່ສັງຄົມອອນລາຍ ທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບຄຼິບວິດີໂອເຈົ້າໜ້າທີ່ ຕມ ສາກົນ ຂົວມິດຕະພາບລາວໄທ ແຫ່ງທີ 1 ຮຽກເກັບເງິນ ຈຳນວນ 5.000 ບາດຈາກນັກທ່ອງທ່ຽວໄທທີ່ບໍ່ໄດ້ຈຳກາເຂົ້າປະເທດ ໃນຄັ້ງວັນທີ 12 ພະຈິກ 2023 ຄວາມຈິງປັບໃໝຕາມລະບຽບການ ພຽງແຕ່ 700.000 ກີບເທົ່ານັ້ນ.

ພັທ ກິດ່ອນ ກິວົງໄຊ ຖະແຫຼງຕໍ່ສື່ມວນຊົນ ປກສ ໃນວັນທີ 20 ພະຈິກ ນີ້ວ່າ: ວັນທີ 12 ພະຈິກ 2023 ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະຈຳຢູ່ຂາອອກ ໄດ້ກວດກາໜັງສືຜ່ານແດນຂອງ ນາງ ນາພາພອນ ສຸກກະເສີມ (Ms NAPAPORNSUGKASEAM) ສັນຊາດໄທ, ໜັງສືຜ່ານແດນເລກທີ: AD1158593, ອອກໃຫ້ວັນທີ 30 ກັນຍາ 2023 ແລະ ໝົດອາຍຸໃນວັນທີ 29 ກັນຍາ 2028, ທີ່ຢູ່: ແຂວງ ໄຊຍະພູມ, ປະເທດໄທ. ເຫັນວ່າໜັງສືຜ່ານແດນຂອງຜູ້ກ່ຽວແມ່ນບໍ່ມີຕາປະທັບແຈ້ງເຂົ້າ ສປປ ລາວ ຊຶ່ງເປັນການລະເມີດ ກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ, ສະບັບເລກທີ 59/ສພຊ, ລົງວັນທີ 26 ທັນວາ 2014 ຊຶ່ງເປັນການເຂົ້າເມືອງຜິດກົດໝາຍ ຈະຖືກປັບໃໝ 2.000.000 ກິບ ຕາມມາດຕາ 12 ຂອງດຳລັດ ວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການກ່ຽວກັບການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ ສະບັບເລກທີ 21/ລບ, ລົງວັນທີ 20 ມັງກອນ 2021. ຕໍ່ກັບຄລິບວິດີໂອ ທີ່ນັກທ່ອງທ່ຽວໄທ ໄດ້ໂພດລົງໃນສື່ສັງຄົມອອນລາຍ ວ່າເຈົ້າໜ້າທີ່ ຕມ ຮຽກເກັບເງິນ ຈໍານວນ 5000 ບາດ ໃນເບື້ອງຕົ້ນນັ້ນ ເປັນພຽງການອະທິບາຍ ຂອງເຈົ້າໜ້າທີ່ ຕມ ເພື່ອໃຫ້ນັກທ່ອງທ່ຽວຮັບຊາບ.

ຈາກນັ້ນ, ເຈົ້າໜ້າທີ່ ຕມ ໄດ້ເຊີນຜູ້ກ່ຽວເຂົ້າໄປຫ້ອງການຕາມລະບຽບ ເພື່ອດໍາເນີນການສືບສວນ-ສອບສວນ ເກັບກຳຂໍ້ມູນໃນເບື້ອງຕົ້ນ ຈຶ່ງສາມາດຮູ້ໄດ້ວ່າ ໜັງສືຜ່ານແດນຂອງຜູ້ກ່ຽວບໍ່ມີຕາປະທັບແຈ້ງເຂົ້າ ສປປ ລາວ ແທ້ ຊຶ່ງເປັນການເຂົ້າເມືອງລະເມີດກົດໝາຍ ວ່າດ້ວຍການເຂົ້າອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ມາດຕາ 52 ຂໍ້ 1 ແລະ ຈະຖືກປັບໃໝ ເປັນຈຳນວນເງິນ 2.000.000 ກີບ ຕາມດຳລັດ ວ່າດ້ວຍ ການປັບໃໝ ແລະ ນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດ ກົດ ໝາຍ ແລະ ລະບຽບການກ່ຽວກັບການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ 21/ລບ, ລົງ ວັນທີ 20 ມັງກອນ 2021 ມາດຕາ12 ການຫຼົບຫຼັກການກວດກາ ຫຼື ບໍ່ປະທັບຕາແຈ້ງເຂົ້າ-ອອກ ຈາກເຈົ້າໜ້າທີ່ຕຳຫຼວດ ກວດຄົນເຂົ້າ-ອອກເມືອງ ປະຈຳດ່ານຊາຍແດນ ແລະ ສະໜາມບິນສາກົນພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະຄົນບໍ່ມີສັນຊາດ ທີ່ເດີນທາງເຂົ້າ-ອອກ ສປປ ລາວ ໂດຍຜ່ານ ດ່ານຊາຍແດນ ແລະ ສະໜາມບິນສາກົນ ທີ່ທາງການກຳນົດໄວ້ ແຕ່ມີເຈດຕະນາເມີນເສີຍ ຫຼົບຫຼັກການກວດກາ ຫຼື ບໍ່ປະທັບ ຕາແຈ້ງເຂົ້າ-ອອກ ຈາກເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານຊາຍແດນ ແລະ ສະໜາມບິນສາກົນ ຈະຖຶກ ປັບໃໝ ສອງລ້ານກີບ ພ້ອມທັງເຮັດບົດບັນທຶກ ແລະ ສຶກສາອົບຮົມ.

ໃນຕົວຈິງເຈົ້າໜ້າທີ່ ຕມ ໄດ້ປັບໃໝຜູ້ກ່ຽວເປັນຈຳນວນເງິນ 700.000 ກີບ ຕາມການສະເໜີຂອງ ຜູ້ກ່ຽວ ແລະ ຝ່າຍເຈົ້າໜ້າທີ່ ຕມ ກໍເຫັນດີນໍາ ຊຶ່ງເປັນການປະຕິບັດນະໂຍບາຍຜ່ອນຜັນຕໍ່ຜູ້ກ່ຽວ ຊຶ່ງພວກເຮົາບໍ່ ເອົາການປັບໃໝເປັນຫຼັກ ແຕ່ຖືເອົາການສຶກອົບຮົມກ່າວເຕືອນ ອະທິບາຍໃຫ້ເຂົ້າໃຈຕໍ່ກົດໝາຍ-ລະບຽບການເປັນສໍາຄັນ ພ້ອມ ທັງໄດ້ດຳເນີນປະທັບຕາແຈ້ງເຂົ້າ-ອອກ ສປປ ລາວ ໃຫ້ຜູ້ກ່ຽວ ແລ້ວ ອະນຸຍາດໃຫ້ເດີນທາງອອກ ສປປ ລາວ ໃນວັນດຽວກັນ.

ໂອກາດນີ້, ພັທ ກິດ່ອນ ກິວົງໄຊ ຈຶ່ງຮຽກຮ້ອງມາຍັງບັນດາທ່ານຜູ້ໂດຍສານ ກໍຄືນັກທ່ອງທ່ຽວ ທີ່ ເດີນທາງເຂົ້າ-ອອກ ສປປ ລາວ ໂດຍຜ່ານດ່ານຊາຍແດນ ແລະ ສະໜາມບິນສາກົນ ຕ້ອງປະຕິບັດຕາມກົດໝາຍ-ລະບຽບການ ຢ່າງເຂັ້ມງວດ ກໍຄືການແຈ້ງ ເອກະສານເດີນທາງຂອງຕົນຕໍ່ເຈົ້າໜ້າທີ່ ຕມ ປະຈຳດ່ານດ້ວຍຕົນເອງທຸກຄັ້ງ ແລະ ຕ້ອງມີການ ກວດກາຄືນຢ່າງລະອຽດ.

ສໍາລັບຜູ້ຊົມໃຊ້ສື່ສັງຄົມອອນລາຍປະເພດຕ່າງໆ ກໍຕ້ອງເສບຂ່າວຢ່າງມີສະຕິ ເບິ່ງຂໍ້ມູນໃນຫຼາຍດ້ານ ລວມທັງຊອງລາຍການໂທລະພາບ, ວິທະຍຸ ແລະ ອື່ນໆ ກໍຕ້ອງໃຫ້ມີຂໍ້ມູນຄົບຖ້ວນ, ພາວະວິໄສ ເພື່ອເຮັດໃຫ້ສັງຄົມບໍ່ມີຄວາມສັບສົນ ແລະ ເຂົ້າໃຈໄປໃນທາງທີ່ຖືກຕ້ອງ ແລະທຸກຄົນໃນສັງຄົມສາມາດ ເຂົ້າເຖິງຂໍ້ມູນກ່ຽວກັບການເຂົ້າ-ອອກ ສປປ ລາວ ຕາມເວັບໄຊ້ www.immigration.gov.la, ເບີໂທສອບຖາມສາຍດ່ວນ 1502.

ພາບ-ຂ່າວ: ຄຳໂຖ

error: Content is protected !!