ພິທີເປີດການນໍາໃຊ້ເວັບໄຊ້ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

​ໃນວັນທີ 17 ພະຈິກ 2023 ຜ່ານມາ, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມາການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ເປັນປະທານພິທີເປີດການນໍາໃຊ້ເວັບໄຊ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍມີຊື່ວ່າ https://laoschairmanship2024.gov.la/ ໂດຍມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ປະທານຄະນະກໍາມະທິການ ສະພາແຫ່ງຊາດ, ຮອງເຈົ້າຄອງນະຄອນຫລວງ, ຮອງລັດຖະມົນຕີ ແລະ ຕາງຫນ້າບັນດາກົມກອງຂອງກະຊວງກ່ຽວຂ້ອງ ເຂົ້າຮ່ວມ.

ພາຍຫລັງພິທີເປີດເວັບໄຊ ປະທານອາຊຽນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ກໍໄດ້ສືບຕໍ່ເປັນປະທານກອງປະຊຸມ 14 ອະນຸກໍາມະການ ໃນການກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນ ການກະກຽມໜ້າວຽກຮີບດ່ວນ ເຊັ່ນ: ການກຳນົດບູລິມະສິດ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ; ສະຖານທີ່ປະຊຸມ ແລະ ສະະຖານທີ່ພັກເຊົາ; ພາຫະນະຂົນສົ່ງ ແລະ ພາຫະນະສຳລັບບັນດາປະມຸກລັດ/ຫົວໜ້າລັດຖະບານ, ລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສ, ຄະນະຜູ້ແທນ ແລະ ນັກຂ່າວຕ່າງປະເທດ; ການປັບປຸງຖະໜົນຫົນທາງ ແລະ ສະຫນາມບິນ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຄວາມເປັນລະບຽບດ້ານຈະລາຈອນ; ລະບົບການສື່ສານ ແລະ ອິນເຕີເນັດ; ລວມທັງບຸກຄະລາກອນ; ແຜນງົບປະມານ; ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ມີຄວາມຈຳເປັນຕ້ອງກະກຽມລ່ວງໜ້າ.

ຜ່ານການປຶກສາຫາລື ເຫັນວ່າ ການກະກຽມວຽກງານຕ່າງໆ ມີຄວາມຄືບຫນ້າດີ ທີ່ຈະດໍາເນີນການເປັນປະທານອາຊຽນ ທີ່ຈະເລີ່ມຂຶ້ນຢ່າງເປັນທາງການ ໃນວັນທີ 1 ມັງກອນ 2024 ນີ້ ໂດຍສະເພາະ ການເປັນເຈົ້າພາບ ແລະ ປະທານບັນດາກອງປະຊຸມ ລະດັບລັດຖະມົນຕີ ທີ່ສໍາຄັນໃນໄລຍະປີ 2024 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ກໍຄື ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ທີ່ຈະຈັດຂື້ນໃນເດືອນ ຕຸລາ 2024.

​ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ເນັ້ນຢໍ້າໃຫ້ບັນດາອະນຸກໍາມະການ ສືບຕໍ່ດໍາເນີນການກະກຽມໜ້າວຽກຂອງຕົນ ດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ເພື່ອຮັບປະກັນຜົນສຳເລັດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

The install appeared to go well at first, but then I couldn't figure out how to turn the wifi on after rebooting and plugging in the usb wifi. I found out, that it maybe it has something to do with the dynamically created default user called ubuntu, which the system uses as the user used to boot. Ridership on the last outbound trip of the day, departing downtown Kennedy Plaza at PM, carries relatively high ridership 19 passengers, which may indicate that there is latent demand for later service.
error: Content is protected !!