ຕ້ອງການ ອາສາສະໝັກ ວຽກກຸສົນຊ່ວຍເຫຼືອນັກຮຽນ

ຜູ້ໃດມີໃຈກຸສົນ ຢາກຊ່ວຍເຫຼືອເດັກນ້ອຍນັກຮຽນ ໃນເຂດທີ່ຕ້ອງການຄວາມຊ່ວຍເຫຼືອ ແຕ່ຍັງບໍ່ມີໂອກາດ, ທ່ານມີໂອກາດແລ້ວ!

ການອາສາສະໝັກ ເພື່ອຊ່ວຍໃຫ້ເດັກນ້ອຍນັກຮຽນ ໃນເຂດຊົນນະບົດ ແລະ ເຂດທີ່ຕ້ອງການຄວາມຊ່ວຍເຫຼືອ ໄດ້ມີໂອກາດ ແລະ ສາພາບແວດລ້ອມກັບການຮຽນ ທີ່ດີ ແລະ ປອດໄພຂຶ້ນ ບໍ່ແມ່ນແຕ່ຈະໄດ້ບຸນທັນຕາເຫັນ ແລະ ບໍ່ແມ່ນແຕ່ເປັນການປະກອບສ່ວນ ໃນສັງຄົມ ທີ່ດີ ແລະ ມີຄວາມໝາຍ, ມັນຍັງເປັນການສະສົມປະສົບການທີ່ດີ ສໍາລັບບາດກ້າວເຂົ້າສູ່ການເຮັດວຽກເປັນມືອາຊີບ ແລະ ເພີ່ມໂອກາດໃຫ້ຄົນເອງ ກັບການໄດ້ວຽກເຮັດທີ່ດີ.

ເຮົາຍັງມີອີກ 1 ຕໍາແໜ່ງເຫຼືອ ສໍາລັບອາສາສະໝັກເພດຍິງ ກັບໂຄງການຊ່ວຍເຫຼືອໂຮງຮຽນ ປະຖົມ ທ່າກົກໄຮ່ ທີ່ເມືອງ ປາກງື່ມ. ທ່ານໃດສົນໃຈ ແລະ ມີຄຸນນະພາບສ່ວນຕົວ ດັ່ງລຸ່ມນີ້ ເຮົາຢາກໄດ້ທ່ານ ມາເປັນສ່ວນໜຶ່ງຂອງທີມງານຂອງພວກເຮົາ:

  • ເພດຍິງ ອາຍຸລະຫວ່າງ 20 – 30 ປີມ, ຈົບ ມ. 7 ຢ່າງຕໍ່າ (ມີປະຣິນຍາຕີ ຍິ່ງດີ)
  • ມີຄວາມລະອຽດ ກັບຂໍ້ມູນ
  • ເປັນຜຸ້ທີ່ມີຄວາມສາມາດ ດ້ານການສື່ສານ (ຂຽນ, ອ່ານ, ເວົ້າຈາ) ແລະ ມະນຸດສໍາພັນ ທີ່ດີ
  • ບໍ່ຢ້ານກ້ອງ — ສາມາດສໍາພາດ, ສົນທະນາ ຫຼື ປະຕິບັດໜ້າທີ່ອື່ນໆ ຕໍ່ໜ້າກ້ອງໄດ້ຕາມປົກກະຕິ
  • ຢາກຮຽນຮູ້ ແລະ ສາມາດຮຽນຮູ້ໄດ້ໄວ ກ່ຽວກັບການບໍລິຫານ, ການໃຊ້ກ້ອງ ແລະ ຄັອມພິວເຕີ
  • ບໍ່ຢ້ານທີ່ຈະເປັນຜູ້ນໍາພາ ຜູ້ທີ່ມີອາຍຸສູງກວ່າ

ທ່ານໃດສົນໃຈ ກະລຸນາສົ່ງຂໍ້ຄວາມສະແດງຕວາມສົນໃຈ ແລະ ອາຊີວະປະຫວັດໄດ້ທີ່ info@intergro-inc.com ຫຼື +856 20 99 962 832. ເລີ່ມດຽວນີ້ ເຖິງ 6 ຕຸລາ 2023. ທ່ານໃດສະໝັກກ່ອນ ມີໂອກາດ ໄດ້ຖືກເລືອກເຂົ້າຮ່ວມທີມງານ ຫຼາຍກວ່າຜູ້ສະໝັກນໍາຫຼັງ.

error: Content is protected !!