ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນຄໍາແຫ່ງຊາດ ໃຫ້ແກ່ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ

ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍສັນລະເສີນ ຕໍ່ການປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ບຣູໄນ ໃນຕະຫຼອດໄລຍະ 30 ປີ ຜ່ານມາ ລັດຖະບານ ແຫ່ງ ສປປ ລາວ ໄດ້ຈັດພິທີປະດັບຫຼຽນຄຳແຫ່ງຊາດ ໃຫ້ແກ່ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ໃນວັນທີ 3 ຕຸລາ 2023 ທີ່ທໍານຽບປະທານປະເທດ ໃນໂອກາດເດີນ ທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃຫ້ກຽດປະດັບຫຼຽນໂດຍພະນະທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ ຫຼຽນດັ່ງກ່າວ ເປັນຫຼຽນທີ່ມີຄຸນຄ່າສູງສຸດ ຂອງ ສປປ ລາວ ທີ່ມອບໃຫ້ຂັ້ນປະມຸກລັດ ແລະ ຜູ້ນໍາປະເທດ ທີ່ເປັນເພື່ອນມິດສະໜິດແໜ້ນ ແລະ ມີຜົນງານອັນໂດດເດັ່ນ ປະ ກອບສ່ວນເຂົ້າໃນການພັດທະນາ ສປປ ລາວ.

ໃນພິທີ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຮູ້ສຶກເປັນກຽດຢ່າງສູງ ແລະ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນຄໍາແຫ່ງຊາດ ໃຫ້ແກ່ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ໃນຄັ້ງນີ້ ເຊິ່ງເປັນການສ່ອງແສງໃຫ້ເຫັນເຖິງຄວາມຮູ້ບຸນຄຸນອັນເລິກເຊິ່ງ ເປັນການຍ້ອງຍໍສັນລະເສີນ ແລະ ການຕີລາຄາສູງຂອງລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ການປະກອບສ່ວນຂອງ ສົມເດັດ ຊຸນຕານ ທີ່ຍາມໃດກໍ່ເອົາໃຈໃສ່ຖະນຸບໍາລຸງ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ຕະຫຼອດໄລຍະ 30 ປີຜ່ານມາ ແລະ ໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ຝ່າຍລາວຈະສືບຕໍ່ເຮັດວຽກຮ່ວມກັບ ຝ່າຍບຣູໄນ ເພີ່ມພູນຄູນສ້າງສາຍພັວພັນການເປັນຄູ່ຮ່ວມຍຸດທະສາດ ຈັດຕັ້ງຜັນຂະຫຍາຍບັນດາເອກະສານທີ່ສອງຝ່າຍ ໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ເພື່ອຄວາມຈະເລີນກ້າວໜ້າຂອງສອງປະເທດ ລາວ-ບຣູໄນ ກໍຄືເພື່ອພາລະກິດປົກປັກຮັກສາ ສັນຕິພາບ ສະຖຽນລະພາບ ມິດຕະພາບ ການຮ່ວມມືເພື່ອການພັດ ທະນາຢູ່ໃນພາກພື້ນ ແລະ ໃນໂລກ ພ້ອມນີ້ ກໍໄດ້ອວຍພອນ ສົມເດັດ ຊຸນຕານ ແລະ ຄະນະຜູ້ແທນຂັ້ນສູງຂອງບຣູໄນ ດາຣູຊາລາມ ຈົ່ງປະສົບຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາພັດທະນາປະເທດ ແລະ ສືບຕໍ່ເສີມຂະຫຍາຍສາຍພົວພັນອັນດີງາມ ລະຫວ່າງ ສປປ ລາວ-ບຣູໄນ ດາຣູຊາລາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.

ໃນຂະນະດຽວກັນ ສົມເດັດ ຊຸນຕານ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຮູ້ສຶກປິຕິຍິນດີເປັນຢ່າງຍິ່ງທີ່ ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີປະດັບຫຼຽນຄຳແຫ່ງຊາດ ໃຫ້ຕົນເອງໃນຄັ້ງນີ້ ການທີ່ໄດ້ຮັບຫຼຽນທີ່ມີຄຸນຄ່າສູງສຸດຈາກລັດຖະບານ ແຫ່ງ ສປປ ລາວ ໃນຄັ້ງນີ້ ຖືເປັນຂອງຂວັນອັນລ້ຳຄ່າທີ່ສຸດ ທັງເປັນການປະດັບກຽດສັກສີ ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ເປັນກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ຕົນເອງ ໃນການສືບຕໍ່ຊຸກຍູ້ສາຍພົວພັນມິດຕະພາບຂອງສອງປະເທດ ໂດຍສະເພາະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ບຣູໄນ ດາຣູຊາລາມ ແລະ ສປປ ລາວ ໃຫ້ເລີນງອກງາມຍິ່ງໆຂຶ້ນໃນຕໍ່ໜ້າ ທັງສ່ອງແສງໃຫ້ເຫັນເຖິງການພົວພັນຮ່ວມມືສອງປະເທດນັບມື້ໃກ້ຊິດກັນຫຼາຍຂຶ້ນ ລັດຖະບານ ແລະ ປະຊາ ຊົນບຣູໄນ ຈະຮ່ວມເຮັດວຽກກັບຝ່າຍລາວຢ່າງຕັ້ງໜ້າ ເພື່ອເສີມຂະຫຍາຍການຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ດ້ານເສດຖະກິດ ການຄ້າ ການລົງທຶນ ແລະ ຂະແໜງການຕ່າງໆ ທີ່ສອງຝ່າຍມີທ່າແຮງຮ່ວມກັນ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໃນຕໍ່ໜ້າ ອວຍພອນໃຫ້ສາຍພົວ ພັນສອງປະເທດ ຈົ່ງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ນຳເອົາໝາກຜົນຕົວຈິງມາສູ່ປະຊາຊົນສອງປະເທດ ບຣູໄນ-ລາວ.

ພິທີປະດັບຫຼຽນໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ເຕັມໄປດ້ວຍໝາກຜົນສຳເລັດອັນຈົບງາມ ເຊິ່ງມີຂຶ້ນໃນທ່າມກາງບັນຍາກາດ ທີ່ປະຊາຊົນ ລາວ-ບຣູໄນ ພວມສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ.

error: Content is protected !!