ສະໝັກ Lotto Green Card ປະຈຳປີ 2025 ສາມາດອາໄສຢູ່ອາເມຣິກາໄດ້ຖາວອນ

ໂຄງການ “Diversity Visa Lottery DV-2025” ຮັບສະໝັກ Lotto Green Card ປະຈຳປີ 2025 ທີ່ເປັນໂຄງການທີ່ເພີ່ມຄວາມຫຼາກຫຼາຍຂອງປະຊາກອນໃນສະຫະລັດອາເມຣິກາ ໂດຍຈະເຮັດການສຸ່ມຫາຜູ້ໂຊກດີຈຳນວນ 55.000 ຄົນ ຈາກທົ່ວໂລກ ໃຫ້ສາມາດເດີນທາງໄປເຮັດວຽກ ສຶກສາ ຫຼື ອາໄສໃນອາເມຣິກາຟຣີ.

ນອກນີ້ ຍັງໄດ້ຮັບໃບຂຽວ ຫຼື Green Card ເຊິ່ງເປັນເອກະສານສຳຄັນ ທີ່ໃຫ້ສຳລັບຜູ້ຢູ່ອາໄສດ້ວຍວີຊ່າຖາວອນ (Immigrant visa) ອີກດ້ວຍ.

ກະຊວງການຕ່າງປະເທດຂອງສະຫະລັດອາເມຣິກາ ໄດ້ມີກຳນົດເປີດຮັບສະໝັກ Lotto Green Card ປະຈຳປີ 2025 ໄດ້ຕັ້ງແຕ່ວັນທີ 4 ຕຸລາ ຫາ 7 ພະຈິກ 2023 ປະກາດຜົນໃນວັນທີ 4 ພຶດສະພາ 2024 ໂດຍຜູ້ສະໝັກຕ້ອງມີຄຸນສົມບັດດັ່ງຕໍ່ໄປນີ້:

ຄຸນສົມບັດທີ່ຕ້ອງມີ

  1. ເກີດໃນປະເທດທີ່ມີສິດເຂົ້າຮ່ວມ DV (Diversity Visa Lottery)
  2. ບໍ່ຈຳກັດອາຍຸ
  3. ການສຶກສາ ຂັ້ນຕ່ຳ ມໍ 7
  • ຈົບມໍ 7 (ຮຽນ 12 ປີ ເຕັມ)
  • ຈົບ ເຕັກນິກວິຊາຊີບ ກໍສະໝັກໄດ້
  • ຈົບ ປະລິຍາຕີ ໂທ ເອກ ກໍສະໝັກໄດ້
  • ນັກສຶກສາປະລິນຍາຕີ ສະໝັກໄດ້
  • ນັກຮຽນ ນັກສຶກສາ ທີ່ຫາກໍຈົບໃໝ່ ມີການສຶກສາທີ່ລະບຸໄວ້ ເຖິງວ່າຍັງບໍ່ມີປະສົບການເຮັດວຽກ ກໍສະໝັກໄດ້
  • ຜູ້ສະໝັກສາມາກໃຊ້ປະສົບການເຮັດວຽກຢ່າງໜ້ອຍ 2 ປີ ພາຍໃນ 5 ປີທີ່ຜ່ານມາ ສະໝັກແທນໄດ້ ແຕ່ວ່າບໍ່ແມ່ນທຸກອາຊີບ ສະໝັກ DV ໄດ້

4. ບໍ່ຕ້ອງມີວີຊ່າ

5. ໃນກໍລະນີທີ່ເຄີຍມີວີຊ່າເຂົ້າສະຫະລັດອາເມຣິກາ ແຕ່ຢູ່ເກີນກຳນົດຈະຖືກຕັດສິດ ຖ້າຫາກໄດ້ຮັບເລືອກຈາກ Lotto Green Card ແຕ່ຖ້າພົນໂທດແບນແລ້ວ ສາມາດຮັບສິດໄດ້

6. ຜູ້ສະໝັກຕ້ອງໃສ່ຂໍ້ມູນທີ່ຖືກຕ້ອງ ກົງກັບຄວາມເປັນຈິງ ແລະ ໃສ່ຂໍ້ມູນໃຫ້ຄົບຖ້ວນ ລວມເຖິງການສົ່ງຮູບຖ່າຍຕາມຂະໜາດທີ່ກຳນົດ ຖ້າພົບວ່າຂໍ້ມູນບໍ່ຄົບຖ້ວນ ຫຼື ໃສ່ຂໍ້ມູນຜິດ ທາງອາເມຣິກາກໍຈະຕັດສິດທັນທີ ໂດຍຄາດວ່າຈະບໍ່ມີການຂໍຂໍ້ມູນເພີ່ມ ຫຼື ບໍ່ຕິດຕໍ່ກັບທາງອີເມວແຕ່ຢ່າງໃດ.

ເອກະສານທີ່ຈະສະໝັກ

  • ຮູບຖ່າຍວີຊ່າ 2×2 ຖ່າຍບໍ່ເກີນ 6 ເດືອນ
  • ຮູບຜູ້ສະໝັກຫຼັກ
  • ຮູບຄູ່ສົມທີ່ຈົດທະບຽນ
  • ຮູບລູກທຸກຄົນ

ຊ່ອງທາງການສະໝັກ

  • ສາມາດສະໝັກໄດ້ຜ່ານທາງເວັບໄຊ້ dvprogram.state.gov ເລີ່ມວັນທີ 4 ຕຸລາ-7 ພະຈິກ 2023
  • ສາມາດກວດຜົນການສະໝັກໄດ້ໃນວັນທີ 4 ພຶດສະພາ 2024
error: Content is protected !!