ທົ່ວເມືອງໜອງບົກປູກເຂົ້ານາປີໄດ້ແລ້ວ 14.042 ເຮັກຕາ

ຕາມການລາຍງານຈາກ ທ່ານ ສຸກສະຫວັນ ສຸວັນນະລາດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໜອງບົກ ແຂວງຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນໂອກາດລົງເຄື່ອນໄຫວຕິດຕາມສະພາບການຜະລິດເຂົ້ານາປີ ແລະ ພືດລະດູຝົນຢູ່ເມືອງໜອງບົກ ເມື່ອບໍ່ດົນນີ້ວ່າ: ໃນລະດູການຜະລິດເຂົ້ານາປີ 2023 ນີ້, ທົ່ວເມືອງມີເນື້ອທີ່ແຜນການທັງໝົດ 15.980 ເຮັກຕາ, ຄາດຄະ ເນຜົນຜະລິດ 59.925 ໂຕນ. ໃນນີ້, ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 11.105 ເຮັກຕາ, ຄາດຄະເນຜົນຜະລິດ 41.644 ໂຕນ, ແຜນການປູກເຂົ້າເປັນສິນຄ້າ 4.875 ເຮັກຕາ, ຄາດຄະເນຜົນຜະລິດ 18.281 ໂຕນ. ມາຮອດປັດຈຸບັນ, ນາຫວ່ານປະຕິບັດໄດ້ 9.519 ເຮັກຕາ ເທົ່າກັບ 59,57% ຂອງແຜນການ, ນາດໍາປະຕິບັດໄດ້ 4.523 ເຮັກຕາ ເທົ່າກັບ 28,30% ຂອງແຜນ ການ.

ທ່ານ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ປະຈໍາເມືອງໜອງບົກ ຍັງໃຫ້ຮູ້ອີກວ່າ: ດ້ານການຜະລິດພືດລະດູຝົນປີ 2023 ທົ່ວເມືອງມີເນື້ອທີ່ແຜນການ 702 ເຮັກຕາ, ຄາດຄະເນຜົນຜະລິດ 5.279 ໂຕນ. ໃນນີ້, ແຜນການປູກພືດເປັນສະບຽງອາຫານ 300 ເຮັກຕາ, ຄາດຄະເນຜົນຜະລິດ 2.250 ໂຕນ, ແຜນການປູກພືດເປັນສິນຄ້າ 402 ເຮັກຕາ, ຄາດຄະເນຜົນຜະລິດ 3.029 ໂຕນ. ປັດຈຸບັນ, ການປູກພືດລວມໃນທົ່ວເມືອງປະຕິບັດໄດ້ 351 ເຮັກຕາ ເທົ່າກັບ 50% ຂອງເນື້ອທີ່ແຜນການທັງໝົດ. ໃນນີ້ການປູກພືດເປັນສະບຽງອາຫານ ປະຕິບັດໄດ້ 150 ແລະ ປູກພືດ ເປັນສິນຄ້າ ປະຕິບັດໄດ້ 201 ເຮັກຕາ. ສໍາລັບພືດທີ່ປູກຫລາຍທີ່ສຸດແມ່ນ ມັນຕົ້ນ, ຮອງລົງມາແມ່ນໝາກຖົ່ວ, ໝາກແຕງ, ສາລີ ແລະ ປະເພດພືດຜັກລວມ ເພື່ອສະໜອງຕະຫລາດພາຍໃນແຂວງ.

ຂ່າວ-ພາບ: ແດງສະຫວັດ

error: Content is protected !!