ໂຮງໝໍແຂວງຄໍາມ່ວນ ອອກແຈ້ງການຂາດຢາປິ່ນປົວ ຈົນຈໍາເປັນຕ້ອງໃຫ້ພີ່ນ້ອງຄົນເຈັບ ໄປຫາເລາະຊື້ຢາເອງ

ພະແນກສາທາລະນະສຸກໂຮງຫມໍແຂວງຄໍາມ່ວນ ອອກແຈ້ງການອໍານວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນ ໃນໄລຍະວິກິດການ ທີ່ໂຮງຫມໍແຂວງ ຂາດຢາປິ່ນປົວຈໍາເປັນ ພື້ນຖານ ຈົນຈໍາເປັນຕ້ອງໃຫ້ພີ່ນ້ອງຄົນເຈັບ ໄປຫາເລາະຊື້ຢາເອງ ຕາມຮ້ານຂາຍຢານອກໂຮງຫມໍ

ສະພາບຄວາມຫຍຸ້ງຍາກ ໃນການຂາດດຸນຂອງການບໍລິການກອງທຶນປະກັນສຸຂະພາບ ພາກເອກະຊົນ(ກປຊ) ເຮັດໃຫ້ໂຮງຫມໍ ບໍ່ສາມາດຊໍາລະຫນີ້ສິນໄດ້ຕາມກໍານົດເວລາ ຈົນບໍລິສັດຢຸດການ ສົ່ງຢາ ໃຫ້ແກ່ໂຮງຫມໍແຂວງ.
ຜູ້ອໍານວຍການໂຮງຫມໍແຂວງຄໍາມ່ວນ ຂໍຖືເປັນກຽດ ແຈ້ງການມາຍັງພໍ່ແມ່ປະຊາຊົນ ພ້ອມທັງຜູ້ເກີດສິດປະກັນ ຕົ້ນ ທຸກພາກສ່ວນຮັບຮູ້ວ່າ ໂຮງຫມໍແຂວງ ຈໍາເປັນຕ້ອງໄດ້ດັດແກ້ ລະບົບການຄຸ້ມຄອງກອງທຶນໃຫມ່ດັ່ງນີ້:1. ການຟອກໄຂ່ຫຼັງ: ແມ່ນຈະເກັບຄ່າຢາເພິ່ມ 500,000 ກີບ/ກໍລະນີ(ບໍ່ລວມຢາກະຕຸ້ນໄຂ່ຫຼັງຕ່າງໆ)

  1. ກໍລະນີຜ່າຕັດ ແມ່ນໃຫ້ເກັບເງິນເພີ່ມ ຈາກເພດານສູງສຸດ ທີ່ປະກັນສຸຂະພາບຄຸ້ມຄອງ.
  2. ຢາທີ່ມີລາຄາສູງ ແມ່ນໄດ້ຈ່າຍເອງ(ມີລາຍການຕິດຄັດຕາມເຂດບໍລິການຕ່າງໆ, ລາຄາແມ່ນອິງໃສ່ລາຄາທ້ອງ ຕະຫຼາດຕົວຈິງ).
  3. ຄົນເຈັບກວດເຂດນອກແມ່ນໄດ້ຈ່າຍຄ່າບໍລິການປິ່ນປົວ 100%(ຍົກເລີກການເສຍສົມທົບກວດເຂດນອກ)
  4. ແມ່ຫຍິງຖືພາ ທີ່ສະຫມັກໃຈ ຂໍເລືອກເກີດລູກດ້ວຍການຜ່າຕັດ ແມ່ນຕ້ອງຈ່າຍຄ່າປິ່ນປົວ 100%, ໂດຍປະກັນ ສຸຂະພາບບໍ່ຄຸ້ມຄອງ
  5. ຖ້າສູນເລືອດບໍ່ມີເລືອດສະຫນອງໃຫ້ຄົນເຈັບ, ແມ່ນຄອບຄົວພີ່ນ້ອງຄົນເຈັບ ຕ້ອງໄດ້ລະດົມກັນບໍລິຈາກ ຫຼື ຊອກຫາຊ່ວຍແພດຕື່ມ ແລ້ວແຕ່ເງື່ອນໄຂທີ່ຈະຫາເລືອດມາໃສ່ໄດ້.
  6. ສໍາລັບເດັກລຸ່ມ 5 ປີ, ແມ່ຍິງຖືພາ, ຄົນທຸກຍາກ ແລະ ພະສົງ ນັກບວດ ສໍາມະເນນ ແມ່ນກອງທຶນປະກັນ ສຸຂະພາບ ຍັງຄຸ້ມຄອງ 100%, ດັ່ງນັ້ນ ຈຶ່ງແຈ້ງມາຍັງພໍ່ແມ່ປະຊາຊົນ ລວມໄປເຖີງພະນັກງານ ລັດຖະກອນ ແລະ ຊາວຜູ້ອອກແຮງງານ ທີ່ເກີດ ສິດປະກັນຕົນທັງຫຼາຍ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.
error: Content is protected !!