ສປ ຈີນ ຈົດທະບຽນລິຂະສິດ ຊອຟແວ ຄອມພິວເຕີ 1.835 ລ້ານລາຍການ

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ, ​ເມື່ອ​ບໍ່​ດົນ​ມາ​ນີ້, ສູນປ້ອງກັນ ລິຂະສິດ ສປ ຈີນ ໄດ້ເປີດເຜີຍ ບົດລາຍງານ ການວິເຄາະ ສະພາບການ ຈົດທະ ບຽນລິຂະສິດ ຊອຟແວ ຄອມພິວເຕີ ທົ່ວປະເທດຈີນ ພາຍ​ໃນປີ 2022 ຈຳນວນ1.835 ລ້ານ​ລາຍການ ຈຳນວນ ຈົດທະບຽນ ໄດ້ຮັກສາ ລະດັບ 1ລ້ານລາຍການ ຂຶ້ນໄປ ພາຍ ໃນ 5ປີ ລຽນຕິດ ຊຶ່ງໄດ້ ເຮັດໃຫ້ ຍອດຈຳນວນ ຈົດທະບຽນ ຊອຟແວ ຂອງ ສປ ຈີນ ໃນ10ປີ ຜ່ານ ມາ ເພີ່ມຂຶ້ນ 10ລ້ານລາຍການ. ເມື່ອທຽບໃສ່ ປີ2012, ຈຳນວນ ຈົດທະ ບຽນ ຊອຟແວ ປະຈຳປີ ໄດ້ເພີ່ມຂຶ້ນ 12ເທົ່າ.ຄຽງຄູ່ກັບ ການປັບປຸງ ສະພາບ ແວດລ້ອມ ການປ້ອງກັນ ແລະ ການປະດິດສ້າງ ລິຂະສິດ ໃຫ້ສົມບູນຂຶ້ນ, ໃນ10ປີ ຜ່ານ ມານີ້, ຄຸນນະພາບ ແລະ ຈຳນວນ ຊອຟແວ ໄດ້ຍົກສູງຂຶ້ນ ຢ່າງຮອບດ້ານ,ເຊິ່ງໄດ້ຊຸກຍູ້ ໃຫ້ອຸດສາຫະກຳ ແລະ ຂະແໜງການ ຫລາຍ ຂຶ້ນ ກວ່າເກົ່າ ເຊິ່ງເປັນ ບາດກ້າວ ອັນໜັກ ແໜ້ນ ໃນເສັ້ນທາງ ປະດິດສ້າງ ແລະ ການພັດທະນາ ຢ່າງ​ເຂັ້ມ​ແຂງ ​ຍິ່ງ​ຂຶ້ນ./.

ຂ່າວໂດຍ: ປະເທດລາວ Pathedlao

error: Content is protected !!