4 ສູດ ປ່ຽນປາກຄຳ້ ກາຍເປັນສີບົວ

ສູດທີ 1: ແປງຖູແຂ້ວວາສລີນ

  • ໃຊ້ແປງຖູແຂ້ວເກົ່າ (ແນະນຳແບບທີ່ເປັນຂົນນຸ່ມ) ປະສົມນຳ້ມັນວາສລີນເລັກໜ້ອຍ.
  • ແປງເທິງຮິມສົບເບົາໆເປັນວົງມົນ.
  • ປະໃຫ້ນຳ້ມັນວາສລີນໄວ້ເທິງປາກ.

ສູດທີ 2: ຜັດຖູດ້ວຍນໍ້າຕານ

  • ປະສົມນຳ້ມັນໝາກກອກເລັກໜ້ອຍເຂົ້າກັບນຳ້ຕານ.
  • ຜັດຖູນວດເປັນວົງມົນໃສ່ເທິງຮິມສົບຂອງທ່ານເບົາໆ.
  • ລ້າງອອກດ້ວຍນຳ້ອຸ່ນ.
  • ທາລິບມັນບຳລຸງໃນທັນທີ.

ສູດທີ 3: ຜັດຖູດ້ວຍເບກກິ້ງໂຊດາ

  • ປະສົມເບກກິ້ງໂຊດາເຂົ້າກັບນຳ້ເລັກໜ້ອຍໃຫ້ຮູ້ສຶກໜຽວໆ.
  • ໃຊ້ແປງຖູແຂ້ວເກົ່າ (ຂົນນຸ່ມໆ) ປະສົມ ແລ້ວແປງເທິງຮິມສົບເບົາໆເປັນວົງມົນ.
  • ລ້າງອອກໃຫ້ສະອາດ ແລະທາລິບມັນບຳລຸງໃນທັນທີ.

ສູດທີ 4: ຜັດຖູດ້ວຍນໍ້າເຜິ້ງ

  • ປະສົມນຳ້ເຜິ້ງເຂົ້າກັບນຳ້ຕານເລັກໜ້ອຍ.
  • ຜັດຖູເປັນວົງມັນໃສ່ເທິງຮິມປາກຢ່າງອ່ອນໂຍນ.
  • ຫຼັງຈາກນັ້ນສາມາດປະໄວ້ໄດ້ເໝິດຄືນ.
error: Content is protected !!