ອາຊຽນ ເພີ່ມທະວີ ການຄ້ຳປະກັນ ສະບຽງອາຫານ

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ,​ ອິນໂດເນເຊຍ ໄດ້ນຳສະເໜີ ສ້າງຖະແຫລງການ ບັນດາ ການນຳ ອາຊຽນ ເພື່ອແນໃສ່ ເພີ່ມທະວີ ການຮ່ວມມື ຍຸດທະສາດ ໃນການສ້າງກົນໄກ ເພີ່ມທະວີ ການຄ້ຳປະກັນ ສະບຽງ ອາຫານ, ລະບົບ ການສະໜອງ ພາກພື້ນ ແລະ ກະສິກຳ ແບບຍືນຍົງ. ພາຍຫລັງ​ ໄດ້​ຈັດກອງປະຊຸມ ອາຊຽນ ກ່ຽວກັບ ການເພີ່ມທະວີ ການເຊື່ອມໂຍງ ການຄ້ຳປະກັນ ສະບຽງອາຫານ ຈັດຂຶ້ນ ແບບທາງໄກ ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ Kasdi Subagyono,ເລຂາທິການໃຫຍ່ ກະຊວງ ກະສິກຳ ອິນໂດເນເຊຍ ​ເປີດ​ເຜີຍວ່າ: ບັນດາ ສິ່ງທ້າທາຍ ທົ່ວໂລກ ໃນປະຈຸບັນ ຊຸກຍູ້ ອາຊຽນ ກະທຳ ຢ່າງຮີບດ່ວນ, ທັງໃນ ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເພື່ອຍູ້ໄວ ແລະ ປັບປຸງ ລະບົບ ສະບຽງອາຫານ ໃຫ້ມີປະສິດທິຜົນ, ຮອບດ້ານ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ແລະ ຍືນຍົງຫລາຍກ່ວາ​ເກົ່າ.ສຳລັບ ຖະ ແຫລງການນີ້ ຈະປະກອບສ່ວນ ສ້າງຄວາມ ເປັນເອກະພາບ ກ່ຽວກັບ ບົດບາດ ຂອງບັນດາ ຂະແໜງການ ກ່ຽວຂ້ອງ ລວມມີ: ສະບຽງ ອາຫານ, ເສດຖະກິດ, ຄົມມະນາຄົມ ຂົນສົ່ງ ແລະ ການເງິນ. ສິ່ງນັ້ນ ໄດ້ສ້າງການຮ່ວມມື ຢ່າງໜັກແໜ້ນ ແລະ ກຳລັງແຮງ ສັງລວມ ເພື່ອແນໃສ່ ຮັບມືກັບ ບັນດາ ສິ່ງທ້າທາຍລວມ. ຄາດວ່າ, ຖະແຫລງການ ຈະໄດ້ຍົກອອກມາ ທີ່ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 43 ໃນເດືອນ ກັນຍາ ປີ​ນີ້

ຂ່າວໂດຍ:ປະເທດລາວ Pathedlao

error: Content is protected !!