IMF ບອກ! ປີນີ້ ເສດຖະກິດລາວ ຈະຂະຫຍາຍໂຕ 4%

ກອງທຶນການເງິນລະຫວ່າງປະເທດ IMF WASHINGTON DC ໃຫ້ຮູ້ວ່າ: ໃນປີ 2023 ຈະເຫັນ ສປປ ລາວ ມີການຂະຫຍາຍຕົວທາງເສດຖະກິດຢູ່ທີ່ 4% ແລະ ໃນປີ 2024 ເຖິງວ່າຈະມີຄວາມບໍ່ແນ່ນອນຂອງເສດຖະກິດໂລກ ປະເທດລາວ ກໍຍັງຈະຂະຫຍາຍຕົວເພີ່ມຂຶ້ນ.

ເນື່ອງຈາກການເປີດປະເທດຈີິນ ຄູ້ຄ້າສຳຄັນຂອງລາວ ແລະ ການຂະຫຍາຍຕົວຂອງເສດຖະກິດຈະສ້າງຜົນກະທົບທາງບວກ; ນອນນັ້ນ, IMF ຍັງໄດ້ຄາດຄະເນ ການຂະຫຍາຍຕົວຂອງເສດຖະກິດ ໃນປີ 2023 ຂອງປະເທດອ້ອມຂ້າງເຮົາໄວ້ດັ່ງນີ້:

• ເສດຖະກິດຂອງ ຈີນ ຈະຂະຫຍາຍໂຕ 5,2%;
• ປະເທດໄທ 3,4%;
• ປະເທດຫວຽດນາມ 5,8%;
• ປະເທດກຳປູເຈຍ 5,8%;
• ປະເທດອິນໂດເນເຊຍ 5%; ປະເທດມາເລເຊຍ 4,5%
• ປະເທດມຽນມາ 2,6%.

ທີ່ມາ: vientianetimes

error: Content is protected !!