ເປີດໂຕ​ເປັນທາງການແລ້ວ! ​ລົດ​ Chery​ Tiggo​ 5​ ລຸ້ນ​ ພ້ອມບຸກຕະຫຼາດໃນ ສປປ​ ລາວ

ໃນວັນທີ 24​ ມີນາ​ 2023​ ທີ່ຜ່ານມາ ຢູ່​ຫໍ​ປະຊຸມ​ແຫ່ງຊາດ ຫຼັກ6,​ ນະຄອນ​ຫຼວງ ວຽງຈັນ​​ ໄດ້ມີພິທີເປີດໂຕ ແລະ​ ແນະນຳຂໍ້ມູນກ່ຽວກັບລົດ Chery Tiggo​​ 5​ ລຸ້ນ​ຄື: Tiggo 2, Tiggo 4, Tiggo 7PRO, Tiggo 8 PRO ແລະ Tiggo 8 PHEV​ ໃຫ້ກັບ​ລູກຄ້າ​ ແລະ​ ແຂກຮ່ວມງານໄດ້ຮັບຮູ້ ກ່ອນຕັດສິນໃຈຊື້ເປັນເຈົ້າຂອງ.​

ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວໂດຍ ທ່ານ​ ເຈັຟ​ ຫຼີວ​, ຜູ້ອຳນວຍການເຊີຣີເອີຣົບ​ ແລະ​ ອາຊຽນ,​ ມີ​ ທ່ານ​ ຖັງ​ ຢູຫູ, ຜູ້ອຳນວຍການ ເຊີຣີປະຈຳ ສປປ​ ລາວ, ທ່ານ​ ດາວ​ວົງ​ ແກ້ວມະນີວົງ​, ປະທານບໍລິສັດ ວຽງຈັນມໍເຕີ ມາເກັດ ຈຳກັດ​, ພ້ອມດ້ວຍພະນັກງານບໍລິສັດ ແລະ​ ແຂກຖືເຊີນ​ກ່ຽວຂ້ອງເຂົ້າຮ່ວມ.​

ລົດ​ Chery ເປັນໜຶ່ງຍີ່ຫໍ້ລົດທີ່ມີຍອດຂາຍເປັນອັນດັບຕົ້ນໆຂອງ​ ສປ​ ຈີນ, ປັດຈຸບັນ ແມ່ນໄດ້ສົ່ງອອກໄປຈຳໜ່າຍ 80 ກວ່າປະເທດ ໃນທົ່ວໂລກ ແລະ ຫຼ້າສຸດໄດ້ບຸກຕະຫຼາດມາຈຳໜ່າຍໃນ ສປປ ລາວ ຢ່າງເປັນທາງການ ພາຍໃນຕົ້ນເດືອນມີນາ​ 2023​ ນີ້.

ສຳລັບຂໍ້ມູນລົດມີດັ່ງນີ້:

Tiggo 7 PRO: ເປັນ SUV ຂະນາດກາງ ຫຼູຫຼາສະງ່າສະໄຕລ Chery ເຄື່ອງຈັກ 1.5L 146 ແຮງມ້າ, ລະບົບເກຍ CVT 9Speed, ມາພ້ອມຕາໄຟໜ້າ Matrix LED, ຫຼັງຄາກະຈົກກວ້າງ Dome Ruspended Roof, ໄຟທ້າຍ LED ແນວຍາວ, ເພີ່ມບັນຍາກາດພາຍໃນດ້ວຍໄຟ Ambient Light ໃຫ້ບັນຍາກາດຫຼູຫຼາທັນສະໄໝ ພ້ອມໜ້າຈໍສຳພັດ 10 ນີ້ວ ແລະ ໜ້າຈໍຄວບຄຸມແອ 8ນີ້ວ. ຈຸດເດັ່ນແມ່ນສາມາດສາກໂທລະສັບແບບ Wireless Charger ໄດ້ພ້ອມ.

Tiggo 8 PRO: ເປັນ SUV ຂະນາດໃຫຍ່ 7ບ່ອນນັ່ງ ກັບເຄື່ອງຈັກ 1.6L 197 ແຮງມ້າ. ເພີ່ມຄວາມປອດໄພຍິ່ງຂື້ນກັບກ້ອງຮອບຄັນ 360ອົງສາ. ເພີ່ມຄວາມຫຼຸຫຼາພາຍໃນດ້ວຍ Ambient Light Multicolor ແລະ ສະດວກສະບາຍຍິ່ງຂື້ນກັບ Wireless Charger ແລະ ລະບົບແອແຍກສ່ວນ 3ໂຊນ (ແຖວໜ້າ,ແຖວກາງ ແລະ ແຖວຫຼັງ). ຫຼັງຄາກະຈົກ Panoramic Sunroof ກວ້າງຂວາງໂປ່ງສະບາຍຕາ.

Tiggo 8 PHEV: ເປັນອີກໜື່ງພະລັງງານສະອາດ ເປັນມິດກັບສິ່ງແວດລ້ອມ ດ້ວຍມໍເຕີໄຟຟ້າຄູ່ໜ້າຫຼັງ ແລະ ເຄື່ອງຈັກ DHT 1.5L ໃຫ້ຂຸດພະລັງ 326 ແຮງມ້າ. ແຮງບິດ 510 ນິວຕັນແມັດ, ອັດຕາເລັ່ງ 0-100 ພຽງ 4.9 ວິນາທີ ປະຫຍັດນ້ຳມັນ 25Km/L ເກຍ 9 speed ແລະ 11 ໂໝດຂັບຂີ່.

ແບັດເຕີລີ 19.27kWh ສາມາດແລ່ນໄດ້ 100Km ຕໍ່ການສາກ 1 ຄັ້ງ,​ Smart ໄປອີກຂັ້ນດ້ວຍລະບົບສັ່ງການດ້ວຍສຽງຜ່ານ AI ( Hello Chery! ) ຄວບຄຸມທຸກຢ່າງພຽງແຕ່ອອກຄຳສັ່ງ!

Tiggo 4 PRO: ເປັນລົດຊົວສະປອດ,​ ເຄື່ອງຈັກ​ 1,5​ ລິດ,​ ອັດຕາເລັ່ງ​ 0-100 Km/h, ລະບົບເກຍ 9CVT, ປຸ່ມສະຕາດ,​ ເບາະຄົນຂັບໄຟຟ້າປັບ 6​ ທິດທາງ,​ ມີຖົງລົມນິລະໄພ,​ ກະຈົກຫຼັງຄາແບບ Sunroof,​ ມີລະບົບເຊັນເຊີຖອຍຫຼັງ,​ ແວ່ນຂ້າງລະບົບໄຟຟ້າພ້ອມໄຟ້ຽວ.​

Tiggo 2 PRO: ເປັນ SUV ລຸ້ນນ້ອຍສຸດທີ່ນຳເຂົ້າມາ, ເໝາະສຳລັບການຂັບຂີ່ໃນເມືອງ ກະທັນຮັດຂັບຂີ່ສະດວກ.​

ຈັກ 1.5L TCI+ CVT ຕາໄຟໜ້າ Halogen ລໍ້ແມັກ Alloy two tone, ພາຍໃນຕົບແຕ່ງສະໄຕລສະປອດ ເບາະໜັງ ພ້ອມໜ້າຈໍສຳພັດຂະນາດ 9​ ນີ້ວ.

ສະດວກສະບາຍໄປອີກຂັ້ນດ້ວຍລະບົບ Cuise Control ຄວບຄຸມຄວາມໄວອັດຕະໂນມັດ.

ມາຮອດປັດຈຸບັນ Chery ໄດ້ຕັ້ງໂຮງງານຜະລິດລົດຍົນໄປແລ້ວ 10 ກວ່າແຫ່ງທົ່ວໂລກ, ໂຊຣູມ ແລະ ສູນບໍລິການ 1.500 ແຫ່ງໃນຕ່າງປະເທດ. ດ້ວຍຖານການຜະລິດນີ້ Chery ຈື່ງສາມາດເຈາະຕະຫຼາດລົດຍົນໃນອາຊີ, ເອີຣົບ, ອາຟຣິກາ, ອາເມລິກາໃຕ້ ແລະ ອາເມລິກາເໜືອ ໄດ້, ຈາກຜົນງານໄລຍະ 20 ປີແຫ່ງການສົ່ງອອກຕ່າງປະເທດຢ່າງຈິງຈັງ, ຜະລິດຕະພັນ Chery ໄດ້ຂາຍໄປເຖິງ 80 ປະເທດທົ່ວໂລກ ແລະ ໄດ້ຮັບຄວາມປະທັບໃຈຈາກຜູ້ຊົມໃຊ້ຢູ່ຕ່າງປະເທດກວ່າ 2.​000.​000 ຄົນ ແລະ ຍັງກາຍເປັນຍີ່ຫໍ້ລົດຍົນຈີນ ອັນດັບໜຶ່ງທີ່ຍອດການສົ່ງອອກຕໍ່ປີສຸງເຖິງ 200.​000 ຄັນ ແລະ​ ຫຼ້າສຸດ ໃນປີ 2022, ບໍລິສັດ Chery ໄດ້ສົ່ງອອກລົດຍົນຫຼາຍກວ່າ 450.​000 ຄັນ ເຊິ່ງທຳລາຍສະຖິຕິການສົ່ງອອກລົດຍົນໂດຍສານຂອງຈີນ ທີ່ບໍ່ເຄີຍມີມາກ່ອນ ແລະ ມາຮອດໃນທ້າຍປີ 2022 Chery ມີລູກຄ້າຢູ່ຕ່າງປະເທດຫຼາຍກວ່າ 2,4 ລ້ານຄົນ.

ການເຂົ້າສູ່ຕະຫຼາດລາວໃນປີນີ້ ທາງ ບໍລິສັດ ວຽງຈັນມໍເຕີມາເກັດ ແມ່ນຈະໄດ້ນຳເອົາລົດ ແລະ ນາວັດຕະກຳເທັກໂນໂລຍີທີ່ດີທີ່ສຸດຂອງ Chery ມາຈຳໜ່າຍໃຫ້ຄົນລາວເຮົາໄດ້ຊົມໃຊ້ ໃນຕົ້ນເດືອນມີນາ 2023 ນີ້ ເຊີ່ງມາພ້ອມກັບການບໍລິການ ແລະ ຄຸນນະພາບທີ່ໄດ້ມາດຕະຖານ ໃນລາຄາທີ່ສາມາດເຂົ້າເຖິງໄດ້ ແລະ ກຽມພ້ອມທີ່ຈະຂະຫຍາຍສາຂາໄປທົ່ວປະເທດ ໃນໄລຍະອັນໃກ້ໆນີ້.

ສຳລັບການຈຳໜ່າຍ ຈະມີໂປຣໂມຊັ່ນພິເສດສຳລັບ ລູກຄ້າທີ່ຈອງລ່ວງໜ້າ 10​ ຄັນທຳອິດ ຮັບໄປເລີຍ IPHONE 14 ແລະ ສິດພິເສດອີກຫຼາກຫຼາຍ!

ເລີ່ມວັນທີ 25 ມີນາ ຫາ 04 ເມສາ 2023 ລູກຄ້າສົນໃຈແວ່ຊົມລົດ Chery ໄດ້ທີ່ບູທ ຊັ້ນ 01 ສູນການຄ້າ Parkson

ທ່ານສາມາດຕິດຕາມຂໍ້ມູນເພີ່ມຕື່ມໄດ້ທີ່ Facebook page: Chery Laos

error: Content is protected !!