ເປີດໂຕ BMB ສຸດຍອດແບຣນເຄື່ອງສຽງຊັ້ນນຳຈາກປະເທດຍີ່ປຸ່ນ ພ້ອມບຸກຕະຫຼາດໃນລາວ 

ວັນທີ 24 ມີນາ 2023 “ບຣາເດີ ປະເທດໄທ” ຈັດງານ “BMB Premium  Real Sound”  ຂຶ້ນ ທີ່ໂຮງແຮມຄຣາວພຣາຊາ ວຽງຈັນ ສປປລາວ ເພື່ອເປີດໂຕຮ້ານໄອເຊັນເຕີ ໃນຖານະຕົວແທນຈໍາໜ່າຍເຄື່ອງສຽງ BMB ສຸດຍອດແບຣນຊັ້ນນຳຈາກປະເທດຍີ່ປຸ່ນຢ່າງເປັນທາງການ ນອກຈາກນີ້ພາຍໃນງານຍັງມີການຈັດສະແດງຊຸດເຄື່ອງສຽງລະດັບພຣີມ້ຽມ  ລວມເຖິງເຕັກໂນໂລຊີອັນທັນສະໄໝທີ່ເປັນສິດທິພິເສດສະເພາະຈາກ  “BMB”  ອີກຢ່າງຫຼວງຫຼາຍ  

ສຳລັບ “BMB”  ຖືເປັນແບຣນເຄື່ອງສຽງທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍໃນປະເທດໄທ ແລະ ຫຼາຍໆປະເທດດ້ວຍຄຸນະພາບມາຕະຖານລະດັບໂລກ ທີ່ສາມາດນໍາໄປໃຊ້ໄດ້ໃນຫຼາກຫຼາຍກິດຈະກຳ ແລະ ທຸລະກິດ 

ຫຼັງຈາກສະຖານະການ ການແຜ່ລະບາດຂອງພະຍາດໂຄວິດ – 19 ເລີ່ມຫຼຸດຜ່ອນລົງຢ່າງຕໍ່ເນື່ອງໃນລະຫວ່າງໄຕມາດ 3 ຂອງປີ 2022  ຄາດການວ່າໃນປີ 2023 ການທ່ອງທ່ຽວ ການຈັດປະຊຸມ ແລະ    ສຳມະນາໃນຮູບແບບຕ່າງໆ ລວມເຖິງກຸ່ມທຸລະກິດດ້ານຄວາມບັນເທີງເລີ່ມກັບມາຟື້ນຕົວອີກຄັ້ງ ທັງໃນປະເທດໄທ ແລະ ກຸ່ມປະເທດ CLMV ໂດຍສະເພາະໃນ ສປປລາວ ເຮັດໃຫ້ແບຣນເຄື່ອງສຽງພຣີມ້ຽມກາຍເປັນອີກໜຶ່ງທຸລະກິດທີ່ໜ້າສົນໃຈ

ດ້ວຍການເຕີບໂຕຢ່າງວ່ອງໄວຂອງເສດຖະກິດຫຼາຍພາກສ່ວນໃນ ສປປລາວ ບວກກັບຄຸນະພາບ ແລະ ຄວາມທົນທານຂອງ “ເຄື່ອງສຽງ BMB ສຸດຍອດແບຣນຊັ້ນນຳຈາກປະເທດຍີ່ປຸ່ນ ” ເຮັດໃຫ້ “ບຣາເດີປະເທດໄທ” ມີແຜນຊຸກຍູ້ສົ່ງເສີມໃຫ້ “BMB”  ໃຫ້ສາມາດແຂ່ງຂັນໃນດ້ານເຄື່ອງສຽງໃນ ສປປລາວ ຜ່ານ “ຮ້ານໄອເຊັນເຕີ” ເຊິ່ງໄດ້ຮັບການແຕ່ງຕັ້ງໃຫ້ເປັນຕົວແທນຈໍາໜ່າຍຢ່າງເປັນທາງການ ເພື່ອຕອບໂຈດກັບ life style ດ້ານຄວາມບັນເທີງຂອງຜູ້ບໍລິໂພກ ແລະຜູ້ປະກອບການສະຖານບັນເທີງໃນ ສປປລາວ ທີ່ກຳລັງປ່ຽນແປງໄປຢ່າງຕໍ່ເນື່ອງ 

“BMB”  ເປັນແບຣນເຄື່ອງສຽງສັນຊາດຍີ່ປຸ່ນທີ່ມີຄວາມຊ່ຽວຊານ ແລະ ໂດດເດັ່ນຫຼາຍ ຈົນໄດ້ຮັບການຍົກຍ້ອງຈາກທົ່ວໂລກໃນດ້ານຄຸນະພາບສຽງ ເຊິ່ງມີຫົວໃຈຫຼັກຢູ່ທີ່ “ການຜະລິດດອກລຳໂພງ” ດ້ວຍເຈ້ຍຄຸນະພາບ ຕ້ອງໃຊ້ອົງປະກອບນ້ຳທີ່ມີຄຸນະພາບສູງ ຈາກແຫຼ່ງນໍ້າທໍາມະຊາດບໍລິສຸດໃກ້ພູເຂົາໄຟຟູຈິ ແລະ ກວດສອບຄຸນະພາບສຽງໂດຍຜູ້ຊ່ຽວຊານເພື່ອໃຫ້ໄດ້ມາຕະຖານດຽວກັນທຸກອັນ

ນອກຈາກນີ້ລຳໂພງຂອງ “BMB”  ໃນແຕ່ລະລຸ້ນ ຍັງໄດ້ມີການພັດທະນາຈຸດເດັ່ນ ແລະ ລັກສະນະຂອງສຽງທີ່ແຕກຕ່າງກັນອອກໄປ ເພື່ອຕອບສະໜອງການໃຊ້ຊີວິດໃນທຸກຮູບແບບ ບໍ່ວ່າຈະເປັນສຽງກາງທີ່ຄົມຊັດ ຫຼື ສຽງທຸ້ມທີ່ເປັນເອກະລັກ  ເຮັດໃຫ້ໄດ້ສໍາຜັດເຖິງຄວາມໝາຍຂອງຄຳວ່າ “Premium Real Sound” ຢ່າງແທ້ຈິງ 

ທັງນີ້, ລະບົບເຄື່ອງສຽງ BMB ທີ່ບຣາເດີປະເທດໄທນຳເຂົ້າມາຈຳໜ່າຍມີຫຼາຍເຖິງ 24 ລຸ້ນ ປະກອບໄປດ້ວຍເຄື່ອງຂະຫຍາຍສຽງ, ລຳໂພງ,  soud processor, ໄມໂຄໂຟນທັງແບບສາຍ Dynamic Microphone ແລະ ແບບໄຮ້ສາຍ Wireless Microphone 

ສຳລັບຜູ້ທີ່ສົນໃຈໃນ ສປປລາວ

ສາມາດຕິດຕໍ່ຕົວແທນຈຳໜ່າຍ “BMB”  

ສຸດຍອດເຄື່ອງສຽງຊັ້ນນຳຈາກປະເທດຍີ່ປຸ່ນຢ່າງເປັນທາງການ ໄດ້ທີ່ເຟສບຸກ  iCenter Lao

ຫຼື ໂທ. +856 20 55 525 354

error: Content is protected !!