ສອນເດັກແນວໃດ ໃຫ້ຮູ້ທັນສື່?

ທຸກມື້ນີ້ ເດັກ ແລະໄວລຸ້ນ ກາຍເປັນເຫຍື່ອຂອງສື່ໄດ້ງ່າຍ ໂດຍສະເພາະເລື່ອງການກິນອາຫານ. ສະນັ້ນ ຜູ້ເປັນພໍ່ ແລະແມ່ ຈຶ່ງຄວນໃຫ້ຄວາມສຳຄັນຕໍ່ການຮັບຂໍ້ມູນຈາກສື່ຂອງເດັກ ແລະ ຝຶກວິທີຄິດໃຫ້ພວກເຂົາຮູ້ທັນສື່ດັ່ງນີ້:

  1. ຝຶກລະບຽບການສັງເກດ ແລະຕັ້ງຄຳຖາມກັບສື່: ເຮົາຄວນສະໜັບສະໜູນໃຫ້ເດັກ ເກີດຄວາມສົງໄສໃນສື່ ແລ້ວຄິດວິເຄາະຫາຄຳຕອບ ກ່ອນຈະເຊື່ອ ແລະຄ້ອຍຕາມ ເປັນສິ່ງທີ່ຊ່ວຍຝຶກການໃຊ້ສະຕິໃຫ້ລະມີຄວາມລະວັງ ແລະເທົ່າທັນຕໍ່ສິ່ງຕ່າງໆທີ່ເຂົ້າມາໃນຊີວິດ.
  2. ວິເຄາະສື່ແລກປ່ຽນຄວາມຄິດເຫັນ: ເດັກແຕ່ລະຄົນຈະໃຊ້ປະສົບການທີ່ໄດ້ສັ່ງສອນ ແລະຮຽນຮູ້ມາເປັນສຳຄັນ ເພື່ອຜົນການວິເຄາະຫຼາຍດ້ານ ຈຶ່ງຄວນສົ່ງເສີມໃຫ້ເດັກຝຶກຝົນໃນເລື່ອງຂອງການ “ຟັງ” ໃຫ້ດີນຳອີກ.
  3. “ເຫັນດີ” ຫຼື “ບໍ່ເຫັນດີ” ໃຫ້ໃຊ້ເຫດຜົນ: ທຸກຂັ້ນຕອນຂອງການອະທິບາຍ, ແລກປ່ຽນນຳສະເໜີ ຫຼືສະແດງຄວາມຄິດເຫັນຕ່າງໆຄວນເປັນໄປດ້ວຍເຫດ ແລະຜົນຈະເປັນການສົ່ງເສີມໃຫ້ເກີດວຸດທິພາວະຂຶ້ນກັບເດັກ.
  4. ປະເມີນເຈຕະນາ ແລະຄຸນຄ່າຂອງສື່: ສຸດທ້າຍ ເດັກຄວນຮູ້ວ່າ ສື່ນັ້ນມີເຈຕະນາແນວໃດ? ຕ້ອງການສິ່ງໃດ ແລະຄາດຫວັງໃຫ້ເຮົາເກີດພຶດຕິກໍາແບບໃດ? ລວມເຖິງຄຸນຄ່າຂອງສື່ວ່າ ຢູ່ໃນລະດັບໃດ, ເມື່ອເດັກສາມາດອ່ານເຈຕະນາ ແລະປະເມີນຄ່າສື່ໄດ້ ກໍສະແດງວ່າ ເດັກມີທ່າອ່ຽງເທົ່າທັນສື່.
error: Content is protected !!