ມືຖືສັນຍານບໍ່ດີ ແກ້ບໍ່ຍາກ

ໂທລະສັບມືຖືສັນຍານບໍ່ດີ ແບບວ່າ ໂທບໍ່ຄ່ອຍຕິດ, ອິນເຕີເນັດບໍ່ສະຖຽນ ຖືເປັນບັນຫາໜຶ່ງ ທີ່ຄົນໃຊ້ມືຖື ອາດຈະເຄີຍພົບ ເຊິ່ງສາເຫດນັ້ນ ກໍເປັນໄດ້ທັງຈາກຜູ້ບໍລິການເຄືອຂ່າຍ ຫຼື ອາດເກີດຈາກມືຖືຂອງເຮົາເອງ. ຖ້າບັນຫາເກີດຂຶ້ນຈາກມືຖືຂອງເຮົາ ກໍສາມາດແກ້ໄຂເບື້ອງຕົ້ນດ້ວຍໂຕເອງໄດ້ບໍ່ຍາກ ແລະ ມີຫຼາຍວິທີດ້ວຍກັນ.

  1. ເປີດ Airplane Mode ແລ້ວປິດ: ວິທີງ່າຍໆ ແລະ ໄວທີ່ສຸດຄືການເປີດ Airplane Mode (ໂໝດເຄື່ອງບິນ) ເພື່ອຕັດການເຊື່ອມຕໍ່ຈາກເຄືອຂ່າຍ ແລ້ວຖ້າບຶດໜຶ່ງ.  ຈາກນັ້ນ ໃຫ້ປິດ Airplane Mode ຄືເກົ່າ ໂດຍສາມາດເຮັດໄດ້ງ່າຍໆ ດ້ວຍການແຕະໄອຄອນ Airplane Mode ໃນແຖບແຈ້ງເຕືອນຂອງ Android ຫຼື Control Center ຂອງ iPhone ຫຼື ຈະເຂົ້າໄປປັບໃນເມນູ Settings ຂອງລະບົບກໍໄດ້.
  • Restart ເຄື່ອງ: ການRestart ເຄື່ອງມືຖື ກໍອາດຈະຊ່ວຍແກ້ໄຂບັນຫານີ້ໄດ້ ໂດຍໃຫ້ເລືອກ Restart, ແຕ່ຖ້າຫາກມືຖືບໍ່ມີປຸ່ມ Restart ກໍໃຫ້ໃຊ້ວິທີປິດເຄື່ອງຕາມປົກກະຕິ ແລ້ວເປີດຂຶ້ນມາໃໝ່ແທນ.
  • ເອົາ SIM ອອກ ແລ້ວໃສ່ໃໝ່: ແກະ SIM ອອກມາຈາກເຄື່ອງ ແລ້ວກວດເຊັກເບິ່ງວ່າ SIM ມີຄວາມເສຍຫາຍຫຍັງບໍ່,  ຈາກນັ້ນ ໃສ່ກັບເຂົ້າໄປຄືນ ໂດຍບໍ່ຈຳເປັນຕ້ອງປິດເຄື່ອງ. ແຕ່ມືຖືບາງລຸ້ນ ອາດຈຳເປັນໃຊ້ອຸປະກອນຊ່ວຍເພື່ອຖອດ SIM ອອກມາ, ສ່ວນມືຖືທີ່ໃຊ້  eSIM ນັ້ນ ບໍ່ຈຳເປັນຕ້ອງໃຊ້ວິທີນີ້ ເພາະບໍ່ມີຊິມໃຫ້ຖອດ.
  • ຕັ້ງຄ່າເຄືອຂ່າຍໃໝ່: ສຳລັບຜູ້ໃຊ້ iPhone ເທົ່ານັ້ນ ໂດຍເລີ່ມຈາກການເຂົ້າໄປທີ່ Settings > General > About ໃນຫົວຂໍ້  Carrier ຖ້າມີໃຫ້ເລືອກອັບເດດ ກໍລອງອັບເດດເບິ່ງ ຈາກນັ້ນຖ້າຍັງບໍ່ເຊົາກໍໃຫ້ເຂົ້າໄປທີ່ Settings > General > Reset > Reset Network Settings ເພື່ອຣີເຊັດ (reset) ການຕັ້ງຄ່າເຄືອຂ່າຍໃໝ່. ແຕ່ການໃຊ້ວິທີນີ້ Wi-Fi ທີ່ເຄີຍຈື່ຈໍາລະຫັດຜ່ານໄວ້ ລວມທັງການຕັ້ງຄ່າ VPN ແລະ ອື່ນໆ ທີ່ກ່ຽວຂ້ອງກັບການເຊື່ອມຕໍ່ເຄືອຂ່າຍ ຈະຖືກຣີເຊັດທັງໝົດ ເຮັດໃຫ້ຜູ້ໃຊ້ຕ້ອງຕັ້ງຄ່າມໆ່ອີກຄັ້ງ.
  • ຕິດຕໍ່ຜູ້ບໍລິການເຄືອຂ່າຍ: ຖ້າລອງວິທີຂ້າງເທິງທັງໝົດແລ້ວ ຍັງແກ້ບັນຫາບໍ່ໄດ້, ບັນຫາອາດເກີດຈາກ ຜູ້ໃຫ້ບໍລິການເຄືອຂ່າຍ ເຊັ່ນ: ສັນຍານຈາກເຄືອຂ່າຍມີບັນຫາ ຫຼື ຢູ່ໃນພື້ນທີ່ ທີ່ສັນຍານບໍ່ແຮງ, ລວມທັງບັນຫາອື່ນໆ ທີ່ທ່ານຕ້ອງຕິດຕໍ່ສອບຖາມກັບຜູ້ໃຫ້ບໍລິການເຄືອຂ່າຍເອງ.
error: Content is protected !!