ບຸນມະໂຫລານກາເຟ-ຊາ ແລະ ຜົນຜະລິດ
ກະສິກຳພູພຽງບໍລະເວນ ຈະຈັດຂຶ້ນຢ່າງຍິ່ງໃຫຍ່

ແຫລ່ງຂ່າວຈາກ ແຂວງ​ ຈໍາປາສັກ ໃຫ້ຮູ້ວ່າ: ບຸນມະໂຫລານກາເຟ-ຊາ ພູພຽງບໍລະເວນ ແລະ ຜົນຜະລິດກະສິກຳ ປະຈຳປີ 2023 ຈະຈັດຂຶ້ນຢ່າງຫຍິ່ງໃຫຍ່ ແລະ ເປັນຄັ້ງປະຫວັດສາດ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ດິນແດນພູໄຟເກົ່າຖິ່ນກຳເນີດກາເຟລາວ ໃນວັນທີ 2-4 ກຸມພາ 2023.

ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໃຫ້ສໍາພາດວ່າ: ການຈັດງານໃນຄັ້ງນີ້, ເປັນການສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄື ແຜນພັດທະນາວຽກງານຂະແໜງອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ ຄັັ້ງທີ IX ຂອງແຂວງຈໍາປາສັກ ໃນການຊຸກຍູ້ສົົ່ງເສີມການຜະລິດເປັນສິນຄ້າຢູ່ພາຍໃນໃຫ້ເຂັັ້ມແຂງ, ທັງເປັນການສືບຕໍ່ຜັນຂະຫຍາຍໂຄງການງານບຸນກາເຟ-ຊາ ພູພຽງບໍລະເວນໃນແຕ່ລະປີ ຕິດພັນກັບການສົົ່ງເສີມດ້ານການຕະຫລາດ ໃຫ້ໄດ້ຮັບການຈັດຕັັ້ງປະຕິບັດເປັນລະບົບຕໍ່ເນື່ອງ ແລະ ກາຍເປັນບຸນປະເພນີຂອງ ແຂວງຈາປາສັກ. ພ້ອມນີ້, ຍັງເປັນການໂຄສະນາເຄື່ອງໝາຍການຄ້າກາເຟແຂວງ ຈໍາປາສັກ, ພັດທະນາກາເຟຄຸນນະພາບສູງ, ປະກອບສ່ວນຍົກລະດັບຄຸນຄ່າ ແລະ ຢັັ້ງຢືນເຖິງຖານະບົດບາດກາເຟລາວ ກໍຄື ຂອງແຂວງຈໍາປາສັກ ບົນເວທີຕະຫລາດໂລກ.

ທ່ານ ປບຸນຍະເດດ ທອງສະຫວັນ ຍັງໃຫ້ຮູ້ອີກວ່າ: ໃນການກະກຽມຈັດງານດັ່ງກ່າວ ມາຮອດປັດຈຸບັນມີຄວາມພ້ອມເປັນສ່ວນຫລາຍແລ້ວ ເຊິ່ງານວາງສະແດງສິນຄ້າ ແລະ ພິທີເປີດ ບຸນມະໂຫລານ ກາເຟ -ຊາ ຈະຈັດຂຶ້ນທີ່ ຕະຫລາດສະບາຍດີປາກຊ່ອງຫລັງໃໝ່, ກໍານົດວັນຈັດງານ 3 ວັນ ເລີ່ມເປີດພິທີແຕ່ຕອນບ່າຍວັນທີ 2 ໄປຮອດ ວັນທີ 4 ກຸມພາ 2023. ຄາດຄະເນຈະມີຫົວໜ່ວຍທຸລະກິດເຂົ້າຮ່ວມ ວາງສະແດງ ແລະ ຈໍາໜ່າຍສິນຄ້າ 30 ຫົວໜ່ວຍ, ລວມມີ 50 ຫ້ອງ ຄື: ຫົວໜ່ວຍກຸ່ມຜູ່ຜະລິດ, ສະຫະກອນກາເຟ-ຊາ, ບໍລິສັດເກັບຊື້ ແລະ ສົົ່ງອອກກາເຟ,ສະມະຄົມກາເຟລາວ, ສະມາມະຄົມຫັດຖະກໍາ, ໂຮງງານອຸດສາຫະກໍາປຸງແຕ່ງ, ທະນາຄານທຸລະກິດ, ທຸລະກິດຈໍາໜ່າຍພະຫານະ, ກຸ່ມຜະລິດສິນຄ້າ ໂອດັອບ- ຫັດຖະກໍາ ແລະ ທຸລະກິດ ຊື້-ຂາຍຜະລິດຕະພັນກາເຟ ອື່ນໆອີກ.

ສ່ວນການສໍາມະນາ ຈະຈັດຂຶ້ນໃນຕອນເຊົ້າວັນທີ 3 ກຸມພາ 2023 ຢູ່ໂຮງແຮມປາກຊ່ອງແດນງາມ ເມືອງປາກຊ່ອງ, ຈະມີຜູ້ແທນມາຈາກອົງການຈັດຕັ້ງສາກົນ, ຜູ້ຊ່ຽວຊານ ທີ່ມີປະສົບການທາງດ້ານການສົ່ງເສີມການຄ້າ ແລະ ການລົງທຶນ, ສະພາການຄ້າ ແລະ ອຸດສາຫະກໍາ (ສຄອ) ແຫ່ງຊາດ, ສາມະຄົມກາເຟລາວ, ສະຫະກອນຊາ, ນັກທຸລະກິດ ແລະ ພາກສ່ວນອື່ນໆ ປະມານ 30 ພາກສ່ວນ ເຂົ້າຮ່ວມ, ຫົວຂໍ້ສໍາມະນາ ໄດ້ກໍານົດ 5 ຫົວຂໍ້ ຄື: ການຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ; ການເຊື່ອມໂຍງດ້ານການຄ້າ, ການຕະຫລາດ, ແລະ ມາດຕະຖານສິນຄ້າ; ຂະບວນການຜະລິດ ແລະ ທິດທາງຕະຫລາດກາເຟ ສູ່ສາກົນ; ແຜນການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດເຂດເມືອງປາກຊ່ອງ; ຂະບວນການຜະລິດຊາ ແລະ ທິດທາງຈຳໜ່າຍສູ່ຕະຫລາດ ສາກົນ.

ຂ່າວ-ພາບ: ເກດສະໜາ ແກ້ວສຸວັນນະແສງ

error: Content is protected !!