ໄຊຍະບູລີ ຫາລືການຄຸ້ມຄອງຕິດຕາມລົດຂົນສົ່ງສິນຄ້າຕ່າງປະເທດທີ່ບໍ່ໄດ້ຮັບອະນຸຍາດ

ກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງຕິດຕາມລົດຂົນສົ່ງສິນຄ້າທີ່ບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງເຂົ້າມາຂົນສົ່ງສິນຄ້າຢູ່ແຂວງໄຊຍະບູລີ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງໄຊຍະບູລີ. ໂດຍການເປັນປະທານຂອງ ທ່ານ ຄໍາເພັດ ພົມມະລາດ ຫົວໜ້າພະແນກ ຍທຂ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາເພັດ ພົມມະລາດ ກ່າວວ່າ: ຜ່ານມາສະພາບການຂົນສົ່ງສິນຄ້າຂອງຜູ້ລົງທຶນສໍາປະທານປູກພືດເປັນສິນຄ້າສົ່ງອອກຈໍາໜ່າຍໄປຕ່າງປະເທດ ຍັງນໍາໃຊ້ລົດຂົນສົ່ງທີ່ບໍ່ຖືກຕ້ອງ ແລະ ຕີເປົ່າເຂົ້າມາຂົນສິນຄ້າພາຍໃນແຂວງໄຊຍະບູລີໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ໄດ້ເສຍຄ່າທໍານຽມອາກອນເຂົ້າງົບປະມານຂອງລັດເຮັດໃຫ້ເກີດມີປະກົດການຫຍໍ້ທໍ້ ແລະ ເປັນການລ່ວງເກີນຂອງຜູ້ປະກອບການຂົນສົ່ງພາຍໃນແຂວງ ທີ່ມີພາຫະນະຂົນສົ່ງແຕ່ບໍ່ມີວຽກເຮັດ; ຮ້າຍແຮງໄປກວ່ານັ້ນຜູ້ລົງທຶນຕ່າງປະເທດທີ່ມາລົງທຶນຢູ່ແຂວງໄຊຍະບູລີ ຍັງໄດ້ໃຊ້ລົດຂົນສົ່ງຕ່າງປະເທດ ຕີເປົ່າເຂົ້າມາຂົນສົ່ງສິນຄ້າ, ຄົນຂັບລົດກໍເປັນຄົນຕ່າງປະເທດບໍ່ມີໃບອະນຸຍາດເຮັດວຽກຢູ່ລາວ, ມີການດັດແປງເຕັກນິກຕໍ່ເຕີມຍານພາຫະນະ ແລະ ບັນທຸກນໍ້າໜັກເກີນທີ່ບໍ່ຖືກລະບຽບກົດໝາຍກໍານົດ, ເຮັດໃຫ້ເສັ້ນທາງເປ່ເພເສຍຫາຍ, ຂັບລົດບໍ່ປະຕິບັດລະບຽບກົດຈະລາຈອນ, ແລ່ນລົດໄວເກີນກໍານົດ, ບໍ່ອະນຸຍາດເປີດທາງໃຫ້ລົດຄັນອື່ນແຊງຂຶ້ນໜ້າ ແລະ ເປັນສາເຫດພາໃຫ້ເກີດອຸບັດເຫດຕາມທ້ອງຖະໜົນສ້າງຄວາມເສຍຫາຍແກ່ຊັບສິນຂອງລັດກໍຄືຂອງບຸກຄົນ.
ທ່ານ ພວງຄໍາ ພິລາເກດ ຮອງຫົວໜ້າພະແນກ ຍທຂ ໄດ້ຍົກໃຫ້ເຫັນວ່າ: ແຂວງໄຊຍະບູລີ ເປັນແຂວງບໍລິການທາງຜ່ານມີເສັ້ນທາງຫຼວງແຫ່ງຊາດເລກ 4, 4A, 4B ແລະ 2W, ມີຂົວຂ້າມນໍ້າຂອງ 3 ແຫ່ງ ແລະ ດ່ານສາກົນ 4 ດ່ານ, ດ່ານປະເພນີທ້ອງຖິ່ນຈໍານວນໜຶ່ງ. ທົ່ວແຂວງມີບໍລິສັດຂົນສົ່ງສິນຄ້າ 34 ບໍລິສັດ ນອກຈາກນັ້ນຍັງມີບໍລິສັດທີ່ດໍາເນີນການຂົນສົ່ງຂີ້ເທົ່າລອຍ, ຂົນສົ່ງຊີມັງ, ມີລົດຂົນສົ່ງສິນຄ້າທັງໝົດ 830 ຄັນ. ໃນນັ້ນລົດຫົວລາກຫາງລາກ 404 ຄັນ, ລົດ 12 ລໍ້ 295 ຄັນ, ລົດສິບລໍ້ 79 ຄັນ, ລົດ 6 ລໍ້ 52 ຄັນ. ນອກຈາກນັ້ນຍັງມີລົດຂົນສົ່ງສິນຄ້າຜູ້ລົງທຶນທີ່ປູກກ້ວຍ, ຖົ່ວເຫຼືອງ, ໝາກໂມ ແລະ ພືດອື່ນໆອີກຈໍານວນ 31 ບໍລິສັດທີ່ນໍາໃຊ້ລົດບັນທຸກສິນຄ້າ ແລະ ອຸປະກອນເຄື່ອງມື, ປຸ໋ຍ ແລະ ຝຸ່ນ ເພື່ອຮັບໃຊ້ເຂົ້າການຜະລິດ. ໃນ 1 ປີຜ່ານມາການຂົນສົ່ງສິນຄ້າຢູ່ແຂວງໄຊຍະບູລີເຫັນວ່າມີຫຼາຍເປັນຕົ້ນແມ່ນຜົນຜະລິດກະສິກໍາປູກພືດເປັນສິນຄ້າສົ່ງອອກໄປຈໍາໜ່າຍຢູ່ຕ່າງປະເທດຂອງຜູ້ລົງທຶນສໍາປະທານ, ແຕ່ການຂົນສົ່ງສ່ວນໃຫຍ່ເປັນລົດຂອງຕ່າງປະເທດທີ່ບໍ່ໄດ້ຮັບອະນຸຍາດຖືກຕ້ອງ, ຕີເປົ່າເຂົ້າມາດໍາເນີນການຂົນສົ່ງສິນຄ້າ. ເຮັດໃຫ້ລົດຂົນສົ່ງຂອງຜູ້ປະກອບການທຸລະກິດພາຍໃນແຂວງບໍ່ມີໂອກາດໄດ້ຂົນສົ່ງສິນຄ້າດັ່ງກ່າວ. ເນື່ອງຈາກຜູ້ລົງທຶນເປັນຊາວຕ່າງປະເທດຍັງມີການອະນຸຍາດໃຫ້ລົດຂອງຕ່າງປະເທດຕີເປົ່າມາຂົນສົ່ງສິນຄ້າໃນດິນແດນ ສປປ ລາວ, ການຂົນສົ່ງສິນຄ້າຈຶ່ງບໍ່ສອດຄ່ອງກັບລະບຽບກົດໝາຍ ແລະ ບໍ່ສອດຄ່ອງກັບສົນທິສັນຍາທີ່ລາວເປັນພາຄີຄື: ແລ່ນລົດອອກນອກເຂດຊາຍແດນ ແລະ ນອກເສັ້ນທາງທີ່ກໍານົດ ຄົນຂັບລົດເປັນຄົນຕ່າງປະເທດບໍ່ມີໃບອະນຸຍາດເຮັດວຽກຢູ່ລາວ ຮ້າຍແຮງໄປກວ່ານັ້ນຍັງມີການດັດແປງຕໍ່ເຕີມຜິດມາດຕະການເຕັກນິກ ແລະ ບັນທຸກນໍ້າໜັກເກີນເຮັດໃຫ້ເສັ້ນທາງເປ່ເພເສຍຫາຍ. ນອກຈາກນັ້ນຍັງສ້າງຄວາມບໍ່ສະຫງົບຕໍ່ກັບສັງຄົມເກີດມີປະກົດການຫຍໍ້ທໍ້ພາຍໃນສັງຄົມ, ເປັນການຍາດວຽກເຮັດງານທຳຂອງຄົນລາວ ແລະ ບໍ່ໄດ້ເສຍພັນທະອາ ກອນໃຫ້ລັດສວຍໂອກາດຂົນສົ່ງສິນຄ້າຜິດກົດໝາຍ. ຍັງມີເຈົ້າໜ້າທີ່ຈໍານວນໜຶ່ງເປັນຜູ້ອໍານວຍຄວາມສະດວກຕາມສາຍທາງ ຊຶ່ງປີຜ່ານມາສາມາດສັງລວມລົດຂົນສົ່ງສິນຄ້າທີ່ເຂົ້າ-ອອກຕາມດ່ານສາກົນລາວ-ໄທຄື: ດ່ານສາກົນຂົວມິດຕະພາບນໍ້າເຫືອງ, ດ່ານສາກົນພູດູ່, ດ່ານສາກົນນໍ້າເງິນ ແລະ ດ່ານສາກົນປາງມອນໄດ້ທັງໝົດ 13.432 ຖ້ຽວ, ຂາເຂົ້າ 6,​347 ຖ້ຽວ ແລະ ຂາອອກ 7.085 ຖ້ຽວ; ນອກຈາກນັ້ນຍັງມີບໍລິສັດຂອງຕ່າງປະ ເທດທີ່ມາລົງທຶນປູກໝາກໂມສົ່ງອອກໄປຕ່າງປະເທດຈໍານວນ 10 ບໍລິສັດ, ປູກໝາກກ້ວຍ 10 ບໍລິສັດ ແລະ ປູກຖົ່ວເຫຼືອງ 3 ບໍລິສັດ. ການຂົນສົ່ງຂອງຜູ້ລົງທຶນແມ່ນໃຊ້ລົດຕ່າງປະເທດເປັນຜູ້ຂົນສົ່ງຜົນຜະລິດເອງໂດຍຍານພາຫະນະຂອງຜູ້ປະກອບການຂົນສົ່ງພາຍໃນ ໂດຍການນໍາໃຊ້ລົດຕີເປົ່າ ແລະ ຂົນສົ່ງຫີນຂົບ ເພື່ອໄປ ຈໍາໜ່າຍ ແລະ ສົ່ງອອກບັນດາປະເທດໃກ້ຄຽງທີ່ມີຊາຍແດນຕິດຈອດກັນ. ຈາກນັ້ນ ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນແລກປ່ຽນຊຶ່ງກັນ ແລະ ກັນ ໃນການຂົນສົ່ງສິນຄ້າໃນໄລຍະຜ່ານມາມີຂໍ້ສະດວກ ແລະ ຫຍຸ້ງຍາກແນວໃດເພື່ອຈະເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຂົນສົ່ງສິນຄ້າຢູ່ພາຍໃນແຂວງໄຊຍະບູລີໃຫ້ໄດ້ຮັບຜົນສໍາເລັດ.
ຂ່າວ-ພາບ: ບຸນທີ

error: Content is protected !!