ລັດຖະມົນຕີ ກະຊວງ ອຄ ຢ້ຽມຢາມໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ

ເມື່ອວັນທີ 17 ມັງກອນ 2023 ຜ່ານມາ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ (ອຄ) ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ພາວເວີ ມະຫາຊົນ; ພ້ອມທັງລົງເບິ່ງຕົວຈິງຢູ່ພາກສະໜາມຂອງໂຄງການກໍ່ສ້າງ ໂຮງງານກັ່ນຕອງ ແລະ ປຸງແຕ່ງນໍ້າມັນເຊື້ອໄຟ ເຊິ່ງເປັນໂຮງງານແຫ່ງທີ2 ທີ່ກໍາລັງກໍ່ສ້າງພື້ນຖານໂຄງລ່າງ ຢູ່ທີ່ບ້ານດິນດຳ, ເມືອງຄໍາ, ແຂວງຊຽງຂວາງ ຕື່ມອີກ.

ພິທີຕ້ອນຮັບ, ຈັດຂຶ້ນຢູ່ທີ່ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຂອງບໍລິສັດ ຍອດງື່ມພາວເວີ ມະຫາຊົນ; ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ສົມຫັວງ ຄຸຣຸລັດ, ຜູ້ອໍານວຍການ; ທ່ານ ອຸທັນ ໄຕລິດທິ, ຮອງອຳນວຍການ ແລະ ທ່ານ ສົມຫັວງ ພັນທະວົງ ພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະດັ່ງກ່າວ, ທ່ານ ສົມຫວັງ ຄຸຣຸລັດ, ຜູ້ອຳນວຍການ ບໍລິສັດ ຍອດງື່ມ ພາວເວີ ມະຫາຊົນ ກໍ່ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດບັນດາໜ້າວຽກທັງໝົດຂອງໂຮງງານ ນັບແຕ່ໄດ້ເຊັນສັນຍາຊື້-ຂາຍ ນໍ້າມັນເຊື້ອໄຟ ກັບ ບໍລິສັດ ລັດວິສະຫະກິດ ນ້ຳມັນເຊື້ອໄຟເປັນຕົ້ນມາ. ສ່ວນວັດຖຸດິບແມ່ນໄດ້ນໍາເຂົ້າມາຈາກປະເທດໄທ, ມາເລເຊຍແລະ ສສ ຫວຽດນາມ.

ໂຮງງານຂອງພວກເຮົາ, ສ້າງຕັ້ງຂຶ້ນໃນເດືອນພະຈິກ 2021 ດ້ວຍທຶນຈົດທະບຽນ 100 ຕື້ກີບ ດຳເນີນທຸລະກິດດ້ານປຸງແຕ່ງນ້ຳມັນເຊື້ອໄຟ ມີກຳລັງການຜະລິດ-ປຸງແຕ່ງນໍ້າມັນກາຊວນເບື້ອງຕົ້ນ 10 ລ້ານລິດ/ເດືອນ ແລະ ສາມາດເພີ່ມກໍາລັງການຜະລິດເປັນ 30 ລ້ານລິດ/ເດືອນ ແລະ ໄດ້ຫັນປ່ຽນຮູບແບບວິສາຫະກິດ ຈາກບໍລິສັດຈຳກັດ ມາເປັນ ຮູບແບບບໍລິສັດມະຫາຊົນ ແລະ ໄດ້ເພິ່ມທຶນຈົດທະບຽນຂຶ້ນເປັນ 150 ຕື້ກີບ ເພື່ອກຽມພ້ອມໃນການເຂົ້າເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວຕໍ່ໄປ.

ໃນປີ 2022 ຜ່ານມາ, ພວກເຮົາໄດ້ດຳເນີນການຜະລິດ-ປຸງແຕ່ງ ໃນຊ້ວງ 4 ເດືອນທ້າຍປີ ສາມາດຈໍາໜ່າຍນໍ້າມັນກາຊວນອອກສູ່ສັງຄົມ, ຜູ້ຊົມໃຊ້ພາຍໃນແຂວງຊຽງຂວາງ, ແຂວງໃກ້ຄຽງ ແລະ ບັນດາໂຄງການຕ່າງໆ. ໂດຍສະເພາະ ການຮັບໃຊ້ງານມະຫະກຳກີລາແຫ່ງຊາດ ຊຽງຂວາງເກມ ໄດ້ 12 ລ້ານລິດ ແລະ ມອບພັນທະອາກອນປະເພດຕ່າງໆ ໃຫ້ແກ່ລັດຖະບານຈຳນວນ 23,6 ຕື້ກີບ.

ຄຽງຄູ່ກັນນັ້ນ, ທ່ານຍັງໄດ້ລາຍງານຜົນການດຳເນີນທຸລະກິດຂອງໂຮງງານໃນປີ 2022 ຜ່ານມາ ແລະ ທິດທາງແຜນການໃນປີ 2023 ລວມທັງແຜນຂະຫຍາຍທຸລະກິດຂອງບໍລິສັດ ກໍ່ຄືໂຄງການກໍ່ສ້າງໂຮງງານກັ່ນຕອງ ແລະ ປຸງແຕ່ງນໍ້າມັນເຊື້ອໄຟ, ມີກຳລັງການຜະລິດ 800 ລ້ານລິດຕໍ່ປີ ກວມເອົາ 60% ຂອງການນຳໃຊ້ນໍ້າມັນເຊື້ອໄຟທົ່ວ ສປປ ລາວ ໂດຍຈະມີທັງຜະລິດຕະພັນນໍ້າມັນກາຊວນ, ແອັດຊັງ ແລະ ນໍ້າມັນເຕົາ.

ປັດຈຸບັນ, ການປັບປຸງລະບົບພື້ນຖານໂຄງລ່າງ ເຫັນວ່າ: ສຳເລັດໄປກວ່າ 50% ແລະ ຄາດວ່າຈະໃຫ້ສຳເລັດຕາມແຜນທີ່ວາງໄວ້ ແລະ ສາມາດຜະລິດອອກຈຳໜ່າຍເພື່ອຮັບໃຊ້ສັງຄົມໄດ້ໃນຊ້ວງທ້າຍປີ 2024.

ຫຼັງຈາກນັ້ນ, ທ່ານ ມະໄລທອງ ກົມມະສິດ ພ້ອມດ້ວຍຄະນະ ກໍ່ໄດ້ລົງຕິດຕາມເບິ່ງການຜະລິດຂອງໂຮງງານແຫ່ງທີ 1 ແລະ ການກໍ່ສ້າງລະບົບພື້ນຖານໂຄງລ່າງຂອງໂຮງງານແຫ່ງທີ 2; ຊຶ່ງທ່ານໄດ້ຂໍໃຫ້ໂຮງງານເອົາໃຈໃສ່ສືບຕໍ່ຜະລິດ-ປຸງແຕ່ງ ນໍ້າມັນເຊື້ອໄຟໃຫ້ໄດ້ຕາມມາດຕະຖານສາກົນ ເພື່ອຮອງຮັບການຊົມໃຊ້ຂອງສັງຄົມຍ່າງຕໍ່ເນື່ອງ, ເປັນຫຼັກປະກັນດ້ານພະລັງງານໃຫ້ແກ່ ສປປ ລາວ ຕໍ່ໄປ.

[ເນື້ອໃນ-ພາບ: ບໍລິສັດ ຍອດງື່ມ ພາວເວີ ມະຫາຊົນ]

error: Content is protected !!