ຖອດຖອນບົດຮຽນ ການພັດທະນາ ວຽກງານທໍລະນີສາດ ແລະ ບໍ່ແຮ່

ກອງປະຊຸມສະຫລຸບ ແລະ ຖອດຖອນບົດຮຽນ ກ່ຽວກັບການພັດທະນາອຸດສາຫະກຳທໍລະນີສາດ ແລະ ບໍ່ແຮ່ ທົ່ວປະເທດ ຈັດຂຶ້ນໃນລະຫວ່າງວັນທີ 11-12 ມັງກອນ 2023 ຜ່ານມາ ໂດຍທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ຮູ້ວ່າ: ໃນປີ 2022 ຜ່ານມາ ການພັດທະນາວຽກງານທໍລະນີສາດ ແລະ ບໍ່ແຮ່ ຍັງມີຫລາຍດ້ານ ມີລັກສະນະກວມລວມໃນຂອບເຂດທົ່ວປະເທດ ຫາກທຽບໃສ່ຄວາມຮຽກຮ້ອງຕ້ອງການໃນການພັດທະນາ ວຽກງານທໍລະນີສາດ ແລະ ບໍ່ແຮ່ ໃນໄລຍະໃໝ່ແລ້ວ ເຫັນວ່າ ຄຸນນະພາບ, ປະສິດທິຜົນໃນການເຮັດບົດບາດ ແລະ ໜ້າທີ່ເປັນເສນາທິການ ໃຫ້ແກ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນກ່ຽວກັບການຄຸ້ມຄອງວຽກງານທໍລະນີສາດ ແລະ ບໍ່ແຮ່ຍັງບໍ່ສູງ; ການຫັນເອົາກົດໝາຍແຮ່ທາດ ມາສ້າງເປັນລະບຽບການ, ເປັນນິຕິກຳລຸ່ມກົດໝາຍ ເພື່ອເປັນເຄື່ອງມືນໍາໃຊ້ເຂົ້າໃນການຄຸ້ມຄອງການພັດທະນາວຽກງານທໍລະນີສາດ ແລະ ບໍ່ແຮ່ຍັງຊັກຊ້າ, ບໍ່ທັນເປັນລະບົບຄົບຊຸດ.

ພ້ອມກັນນີ້, ການເຜີຍແຜ່, ໂຄສະນາ ເພື່ອສ້າງຄວາມຮັບຮູ້ກ່ຽວກັບເນື້ອໃນກົດໝາຍຍັງເຮັດໄດ້ໜ້ອຍ, ການບັງຄັບໃຊ້ກົດໝາຍ, ລະບຽບການຕ່າງໆທີ່ກ່ຽວຂ້ອງຍັງຂາດຄວາມສັກສິດ ນັບທັງການປະ ຕິບັດສັນຍາຕ່າງໆ ກໍຍັງມີຄວາມລະຫລວມ ເຮັດໃຫ້ໄລຍະຜ່ານມາ ມີຫລາຍປະກົດການຫຍໍ້ທໍ້ເກີດຂຶ້ນນັບທັງຢູ່ເບື້ອງລັດ ແລະ ເບື້ອງຜູ້ປະກອບການ ເປັນຕົ້ນຢູ່ເບື້ອງລັດ ແມ່ນການຄົ້ນຄວ້າ, ສຶກສາຂໍ້ມູນບໍ່ຊັດເຈນ, ບໍ່ຮັດກຸມ, ມີການອະນຸມັດໃຫ້ດຳເນີນການຊະຊາຍ, ບໍ່ສອດຄ່ອງກັບກົດໝາຍ ໃຫ້ດຳເນີນການ. ສຳລັບເບື້ອງຜູ້ປະກອບການ ກໍມີຫລາຍເຊັ່ນ: ມີສະພາບການລັກລອບຂຸດຄົ້ນ, ເຊື່ອງອຳ, ອະນຸ ມັດຂອບເຂດໜຶ່ງຊໍ້າພັດລາມໄປໃສ່ຂອບເຂດໃໝ່, ການປະຕິບັດສັນຍາ, ພັນທະດ້ານຕ່າງໆບໍ່ຖືກຕ້ອງ, ເຂັ້ມງວດ ແລະ ທັນເວລາ. ສ່ວນຫລາຍມີແຕ່ຢາກໃຫ້ເບື້ອງລັດ ປະຕິບັດນະໂຍບາຍຕໍ່ຜູ້ປະກອບການ, ແຕ່ການປະຕິບັດພັນທະຂອງຜູ້ປະກອບການຕໍ່ພາກລັດ ຊໍ້າພັດບໍ່ຕັ້ງໃຈເຮັດ ແລະ ສະພາບການອື່ນໆ.

ທ່ານ ດາວວົງ ພອນແກ້ວ ຍັງໃຫ້ຮູ້ອີກວ່າ: ເນື່ອງຈາກການຈັດຕັ້ງປະຕິບັດແຜນພັດທະນາວຽກງານທໍລະນີສາດ ແລະ ບໍ່ແຮ່ ໃນປີ 2022 ທີ່ຜ່ານມາ ແມ່ນນອນຢູ່ໃນໄລຍະທີ່ສະພາບການພາກພື້ນ, ສາກົນ ແລະ ພາຍໃນປະເທດໄດ້ມີການຜັນແປຢ່າງສັບສົນ ໂດຍສະເພາະ ສະພາບຄວາມຫຍຸ້ງຍາກ, ຝຶດເຄືອງທາງດ້ານເສດຖະກິດ, ງົບປະມານ-ການເງິນ, ການຖີບຕົວສູງຂຶ້ນຂອງລາຄານໍ້າມັນ, ລາຄາສິນຄ້າຫລາຍຊະນິດ, ອັດຕາແລກປ່ຽນເງິນຕາ, ຜົນສະທ້ອນຈາກການລະບາດຂອງພະຍາດໂຄວິດ-19 ແລະ ຄວາມຫຍຸ້ງຍາກໃນດ້ານອື່ນໆ ເຮັດໃຫ້ຂະແໜງພະລັງງານ ແລະ ບໍ່ແຮ່ ພວກເຮົາໄດ້ມີແຜນການ, ໂຄງການ, ໜ້າວຽກຈຳນວນໜຶ່ງຖືກຢຸດຊະງັກ, ເກີດຄວາມຊັກຊ້າ, ບໍ່ສາມາດບັນລຸໄດ້ຕາມກຳນົດເວລາ ແລະ ພົບຄວາມຫຍຸ້ງຍາກໃນດ້ານອື່ນໆ. ແຕ່ເຖິງແນວໃດກໍຕາມ, ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະ ລັດຖະບານ, ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນ ບວກກັບຄວາມຕັດສິນໃຈ, ຄວາມເປັນເຈົ້າການ, ບຸກບືນສູ້ຊົນ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຂອງຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນ, ກຳມະກອນໃນທົ່ວຂະແໜງພະລັງງານ ແລະ ບໍ່ແຮ່ ພວກເຮົາກໍສາມາດຍາດໄດ້ຜົນສຳເລັດທີ່ມີລັກສະນະຕໍ່ເນື່ອງ ແລະ ໜັກແໜ້ນ. ຜົນງານທີ່ເປັນພື້ນຖານແມ່ນຂະແໜງການພວກເຮົາ ສາມາດເຮັດພາລະບົດບາດ ແລະ ໜ້າທີ່ເປັນເສນາທິການໃຫ້ແກ່ພັກ, ລັດຖະບານ, ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນ ໃນການພັດທະນາວຽກງານທໍລະນີສາດ ແລະ ບໍ່ແຮ່ ໄດ້ຢ່າງຖືກຕ້ອງ.

ຂ່າວ: ມະນີທອນ

ຂໍ້ມູນ: ກະຊວງພະລັງງານ ແລະ ບໍ່ແຮ່

error: Content is protected !!