ລາວ ມີຜູ້ເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບປະມານ 6,800 ຄົນຕໍ່ປີ

ອົງການອະນາໄມໂລກ ໄດ້ລາຍງານໃຫ້ຮູ້ໃນກອງປະຊຸມຮ່ວມລະຫວ່າງທີມຊ່ຽວຊານທາງດ້ານສຸຂະພາບຈາກພາກພື້ນ ແລະ ສາກົນ ແລະ ສື່ມວນຊົນລາວ ໃນວັນທີ 18 ພະຈິກ ຜ່ານມາ ຢູ່ນະຄອນຫລວງວຽງຈັນ ວ່າ: ການຊົມໃຊ້ຢາສູບເຮັດໃຫ້ສູນເສຍມູນຄ່າເຖິງ 3,6 ຕື້ກີບ ແລະ ແຕ່ລະປີມີຜູ້ເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບປະມານ 6,800 ຄົນ ໃນ ສປປ ລາວ.

ກອງປະຊຸມດັ່ງກ່າວ, ຈັດຂຶ້ນ ໃນໂອກາດທີ່ທີມຊ່ຽວຊານດັ່ງກ່າວໄ ດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ເພື່ອປຶກສາຫາລືມາດຕະການຄວບຄຸມຢາສູບ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບ ທີ່ໄດ້ປັບປຸງໃຫ້ສອດຄ່ອງກັບສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ ຫລື (WHO FCTC).

ໃນກອງປະຊຸມ ໄດ້ນໍາສະເໜີບົດລາຍງານກ່ຽວກັບການຄວບຄຸມຢາສູບ ໂດຍສະເພາະກໍລະນີສຶກສາການ ຈັດຕັ້ງປະຕິບັດ ສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ ທີ່ເຮັດການສຶກສາຮ່ວມກັນຂອງອົງການຂອງທີມງານຊ່ຽວ ໂດຍຮ່ວມມືກັບກະຊວງສາທາລະນະສຸກ ເຊິ່ງຜົນການສຶກສາໄດ້ກຳນົດທິດທາງ ແລະ ວິທີການຫລີກລ້ຽງທີ່ຈະສູນເສຍທາງເສດຖະກິດ ແລະ ສຸຂະພາບ ທີ່ມີມູນຄ່າສູງເຖິງ 10 ພັນຕື້ກີບ ໃນໄລຍະ 15 ປີຕໍ່ໜ້າ ດ້ວຍຄວາມພະຍາຍາມໃນການຄວບຄຸມຢາສູບທີ່ເຂັ້ມງວດ, ມີປະສິດທິພາບ ແລະ ວິທີແກ້ໄຂອຸປະສັກຕ່າງໆ ທີ່ສ້າງຂຶ້ນໂດຍອຸດ ສາຫະກຳຢາສູບ. ນອກນີ້, ຍັງປຶກສາຫາລືກ່ຽວກັບວຽກງານຄວບຄຸມຢາສູບ ທີ່ກ່ຽວພັນກັບອາກອນຢາສູບ, ລະບຽບການທີ່ກ່ຽວພັນກັບອຸດສາຫະກໍາຢາສູບ, ຢາສູບຮູບແບບໃໝ່ ລວມທັງຢາສູບໄຟຟ້າ, ການສື່ສານເພື່ອສຸຂະພາບ ລວມເຖິງການຮ່ວມມືກັນລະຫວ່າງບັນດາຂະແໜງການ, ການຫຸ້ມຫໍ່ ແລະ ການຕິດສະຫລາກ ຜະລິດຕະພັນຢາສູບ.

ທ່ານນາງ ເຄດ ລານນັນ (Kate Lannan) ນັກກົດໝາຍອາວຸໂສ ຈາກກອງເລຂາສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ ໄດ້ມີຄໍາເຫັນວ່າ: ສປປ ລາວ ມີອັດຕາອາກອນຢາສູບຕໍ່າສຸດໃນບັນດາປະເທດອາຊຽນ ແລະ ໃນພາກພື້ນປາຊີຟິກຕາເວັນຕົກຂອງອົງການອະນາໄມໂລກ. ພວກເຮົາຮັບຮູ້ນໍາກັນວ່າ ການຂຶ້ນລາຄາຢາສູບໃຫ້ແພງຂຶ້ນ ເປັນມາດຕະການທີ່ມີປະສິດທິພາບໃນການຫລຸດຜ່ອນການສູບຢາ, ມາດຕະການທາງດ້ານລາຄາ ແລະ ອາ ກອນ ຍັງສາມາດປົກປ້ອງສັງຄົມລາວ ຈາກການເປັນພະຍາດຮ້າຍແຮງທີ່ເກີດຈາກຢາສູບ, ການເສຍຊີວິດກ່ອນໄວອັນຄວນ ແລະ ຍັງເປັນມາດຕະການທີ່ດີໃນການເພີ່ມລາຍຮັບໃຫ້ແກ່ລັດຖະບານຕື່ມອີກ.

ໃນປີ 2016 ສປປ ລາວ ໄດ້ອອກຂໍ້ຕົກລົງຂອງລັດຖະມົນຕີກະຊວງສາທາລະນະສຸກ ກ່ຽວກັບຄຳເຕືອນສຸຂະພາບທີ່ເປັນຮູບພາບ ໃສ່ຊອງ ແລະ ຕຸດຢາສູບ. ບໍລິສັດຢາສູບ ໄດ້ພະຍາຍາມທວງດຶງ ແລະ ແກ່ຍາວເວລາການ ຈັດຕັ້ງປະຕິບັດຄໍາເຕືອນດັ່ງກ່າວ ເຊິ່ງເປັນຍຸດທະວິທີຂອງບັນດາບໍລິສັດຢາສູບໃນທົ່ວໂລກ ໃນການຂັດຂວາງການປະຕິບັດມາດຕະການຄວບຄຸມຢາສູບ. ພວກເຮົາຈໍາເປັນປະຕິບັດບັນດາມາດຕະການສຳຄັນເຫລົ່ານີ້ ໂດຍປາສະຈາກຄວາມຊັກຊ້າ ເຊັ່ນ: ການຫຸ້ມຫໍ່ຊອງ ແລະ ຕູດຢາສູບ ທີ່ບໍ່ມີການໂຄສະນາ ຕາມການກໍານົດຂອງກົດໝາຍວ່າດ້ວຍ ການຄວບຄຸມຢາສູບແຫ່ງຊາດ ເພື່ອຊ່ວຍຮັກສາຊີວິດ.

ແນວໃດກໍຕາມ ສປປ ລາວ ໄດ້ກ້າວເຂົ້າສູ່ບາດກ້າວອັນສຳຄັນຂອງການເປັນໜຶ່ງໃນຫລາຍກວ່າ 30 ປະເທດທົ່ວໂລກ ໃນການຫ້າມຂາຍຜະລິດຕະພັນຢາສູບ ລວມທັງຢາສູບໄຟຟ້າ, ຜະລິດຕະພັນຢາສູບດັ່ງກ່າວ ໄດ້ຖືກຂາຍຜ່ານສື່ສັງຄົມອອນລາຍ ແລະ ສາມາດເຂົ້າເຖິງຢ່າງງ່າຍດາຍ ລວມທັງເດັກນ້ອຍ ແລະ ໄວໜຸ່ມ ທີ່ເຂົ້າໃຈຜິດວ່າເປັນຜະລິດຕະພັນທັນສະໄໝ. ແຕ່ຜະລິດຕະພັນເຫລົ່ານີ້ ເປັນການຫລອກລວງຜູ້ຊົມໃຊ້, ເປັນອັນຕະລາຍຕໍ່ສຸຂະພາບຢ່າງຮ້າຍແຮງ ແລະ ມີຄວາມສ່ຽງຕໍ່ການຕິດສານນິໂກຕິນ ສຳລັບຄົນຮຸ່ນໃໝ່.

ທ່ານນາງ ຢິງ ຣູໂລ (Ying-Ru Lo) ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ກ່າວວ່າ: ມີຂໍ້ມູນຊີ້ໃຫ້ເຫັນຈະ ແຈ້ງວ່າ ການສູບຢາເຮັດໃຫ້ຄົນເສຍຊີວິດເກືອບ 10 ເທົ່າ ເມື່ອທຽບກັບການເສຍຊີວິດຂອງການເກີດອຸບັດເຫດຕາມທ້ອງຖະໜົນໃນ ສປປ ລາວ, ໃນແຕ່ລະປີມີການເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບປະມານ 6.800 ຄົນ, ເຊິ່ງພວກເຂົາ ແມ່ນພໍ່ແມ່, ພໍ່ເຖົ້າ-ແມ່ເຖົ້າ ແລະ ລູກຫລານຂອງ ພວກເຮົາທັງໝົດ.

ແນວໃດກໍຕາມ, ສປປ ລາວ ມີຄວາມຄືບໜ້າຢ່າງໃຫຍ່ຫລວງ ແລະ ສາມາດຮັບປະກັນຜົນປະໂຫຍດດ້ານສຸຂະພາບ ແລະ ເສດຖະກິດຢ່າງມະຫາສານ ດ້ວຍການຄວບຄຸມຢາສູບທີ່ເຂັ້ມງວດ ແລະ ພວກເຮົາມີຄວາມພາກພູມໃຈທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ກະຊວງສາທາລະນະສຸກ ໃນຄວາມພະຍາຍາມຄວບຄຸມຢາສູບ. ຄວາມພະຍາຍາມດັ່ງກ່າວນີ້ ມັນຮຽກຮ້ອງໃຫ້ມີການຮ່ວມມືກັນຂອງຫລາຍຂະແໜງການ, ລວມທັງ ພາສີ-ອາກອນ, ຕຳຫລວດ ແລະ ການເງິນ ແລະ ແຜນການ, ການຮ່ວມມືກັນຂອງທຸກຂະແໜງການຂອງພາກລັດ ແລະ ທົ່ວສັງຄົມ ສາມາດປົກປ້ອງປະຊາຊົນຈາກພະຍາດທີ່ເກີດຈາກຢາສູບ.

ຂ່າວ-ພາບ: ສຸພາສະຫວັນ

error: Content is protected !!