ເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ ໄປຊາຍແດນຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ

ພິທີເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນ ຈາກສະຖານີໄຟຟ້າ ບ້ານຫາດ, ເມືອງໂຂງ ແຂວງຈຳປາສັກ ໄປຫາຊາຍແດນຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 3 ມັງກອນ 2023 ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ລັດວິສາຫະກິດໄຟຟ້າລາວ, ການນໍາແຂວງຈຳປາສັກ ແລະ ແຂວງອັດຕະປື ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ລັດວິສາຫະກິດໄຟຟ້າລາວ, ຄະນະຮັບຜິດຊອບຊີ້ນໍາໂຄງການ, ບໍລິສັດຜູ້ພັດທະນາໂຄງການພ້ອມດ້ວຍພະນັກງານ-ວິຊາການ, ກໍາມະກອນ ຕະຫລອດຮອດອົງການປົກຄອງທ້ອງຖິ່ນ ທີ່ໄດ້ສຸມສະຕິປັນຍາ, ເຫື່ອແຮງ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນປະກອບສ່ວນເຂົ້າໃນການກໍ່ສ້າງໂຄງການ ແລະ ປະຕິບັດບັນດາວຽກງານທີ່ຕິດພັນ ເຊິ່ງເຮັດໃຫ້ໂຄງການ ສໍາເລັດຕາມເວລາທີ່ກຳນົດໄວ້. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນ ສະພາບການເຕີບໃຫຍ່ ແລະ ຂະຫຍາຍຕົວ ຂອງຂະ ແໜງພະລັງງານ ຂອງ ສປປ ລາວ ໂດຍສະເພາະ ຄວາມສາມາດໃນການສະໜອງພະລັງງານໄຟຟ້າ ໃຫ້ແກ່ປະຊາຊົນລາວ ໄດ້ຊົມໃຊ້ ໃນແຕ່ລະໄລຍະ. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນນີ້ ຕໍ່ການພັດທະນາເສດຖະກິດສັງຄົມ ຂອງປະເທດເຮົາ ກໍຄືການພັດທະນາບັນດາທ້ອງຖິ່ນ ທີ່ກ່ຽວຂ້ອງ.

ໂອກາດດຽວກັນ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ໄດ້ຍົກໃຫ້ເຫັນ ເຖິງຄວາມພະຍາຍາມ ແລະ ຜົນສຳເລັດທີ່ພົ້ນເດັ່ນ ໃນການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ຂອງລັດວິສາຫະກິດ ໄຟຟ້າລາວ ໂດຍສະເພາະ ການດຶງດູດການລົງທຶນ, ການສະໜອງໄຟຟ້າໃຫ້ປະຊາຊົນ ໄດ້ຊົມໃຊ້ ແລະ ອື່ນໆ. ພ້ອມທັງໃຫ້ຮູ້ ກ່ຽວກັບປະຫວັດຄວາມເປັນມາໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນ ໄປຊາຍແດນກໍາປູເຈຍ ເຫັນວ່າ: ໂຄງການສາຍສົ່ງໄຟຟ້າ ແລະ ສະຖານີ 500 ກິໂລໂວນ ດັ່ງກ່າວ ແມ່ນໂຄງການທໍາອິດຂອງ ສປປ ລາວ ທີ່ໄດ້ຈັດຕັ້ງປະຕິບັດໃນຮູບແບບສຳປະທານ (ຜູ້ຮ່ວມພັດທະນາເປັນຜູ້ກໍ່ສ້າງ ແລະ ດໍາເນີນງານ ຫລື ຮູບແບບ (BOT) ໂດຍເປັນການລົງທຶນ ຂອງບໍລິສັດ Yunnan Energy Investment (HK) Co.,Limited, ມີມູນຄ່າການລົງທຶນທັງໝົດ 150 ລ້ານກວ່າໂດລາ, ສາຍສົ່ງດັ່ງກ່າວ ມີຄວາມຍາວ 200 ກວ່າກິໂລແມັດ ໂດຍຜ່ານພື້ນທີ່ເມືອງໂຂງ, ເມືອງອຸທຸມພອນ ແຂວງຈຳປາສັກ ແລະ ເມືອງສະໜາມໄຊ, ເມືອງພູວົງ ແຂວງອັດຕະປື, ເປັນໂຄງການພັດທະນາສາຍສົ່ງແຫ່ງຊາດທີ່ມີລັກສະນະຄົບວົງຈອນ, ນໍາໃຊ້ເຕັກນິກ ທີ່ທັນສະໄໝ, ເປັນຜົນສໍາເລັດທີ່ສໍາຄັນ ແລະ ມີລັກສະນະຍຸດທະສາດ ທີ່ຕິດພັນຢ່າງສະໜິດແໜ້ນກັບການສົ່ງອອກພະລັງງານໄຟຟ້າ ໄປຍັງບັນດາປະເທດໃກ້ຄຽງ. ຈາກຜົນສຳເລັດດັ່ງກ່າວ, ເຮັດໃຫ້ລັດວິສາຫະກິດໄຟຟ້າລາວ ສາມາດສົ່ງອອກກະແສໄຟຟ້າອອກໄປຈໍາໜ່າຍຢູ່ຕ່າງປະເທດ ກໍຄື ຣາຊະອານາຈັກກໍາປູເຈຍ ທັນຕາມກຳນົດເວລາທີ່ໄດ້ກໍານົດໄວ້ ເຊິ່ງແມ່ນໜຶ່ງຍຸດທະສາດທີ່ສໍາຄັນ ຂອງການພັດທະນາອຸດສາຫະກໍາພະລັງງານຢູ່ປະເທດເຮົາ ທັງໃນສະເພາະໜ້າ ແລະ ຍາວນານໃຫ້ນັບມື້ເພີ່ມຂຶ້ນ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

error: Content is protected !!