ຖ້າພົບເຫັນຜູ້ລະເມີດ ສູບຢາໃນສະຖານທີ່ຕ້ອງຫ້າມ ຈະປັບໃໝເຖິງ 4 ແສນກີບ ເພື່ອໃຫ້ ຊຽງຂວາງເກມ ປອດຄວັນຢາສູບ

ແຂວງຊຽງຂວາງ ເຈົ້າ​ພາບຈັດງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ XI (ຊຽງຂວາງເກມ) ໄດ້ເອົາ​ໃຈ​ໃສ່​ທຸກ​ດ້ານ ເພື່ອ​ໃຫ້​ ຊຽງ​ຂວາງ​ເກມ ປອດ​ຄວັນ​ຢາ​ສູບ ໂດຍສະເພາະໄດ້ວາງມາດຕະການ ຖ້າພົບເຫັນຜູ້ລະເມີດ ສູບຢາໃນສະຖານທີ່ຕ້ອງຫ້າມ ກໍຈະມີການປັບໃໝເປັນເງິນ 400,000 ກີບ.

​ ທ່ານ ບຸນ​ທັນ ວັນ​ທະ​ລີ​ວົງ ວິ​ຊາ​ການ​ສື່​ສານ​ເພື່ອ​ສຸ​ຂະ​ພາບ-ສຸ​ຂະ​ສຶກ​ສາ ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂ​ວງ​ຊ​ຽງ​ຂວາງ ຜູ້​ປະ​ສານ​ງາ​ນ​ວ​ຽກ​ງານ​ປອດ​ຄວັນ​ຢາ​ສູບ​ຂັ້ນ​ແຂວງ ໃຫ້​ສຳ​ພາດເມື່ອບໍ່ດົນຜ່ານມາ​ວ່າ: ໃນ​ໄລ​ຍະ​ການ​ກະ​ກຽມ​ເປັນ​ເຈົ້າ​ພາບງານ​ກິ​ລາ​ແຫ່ງ​ຊາດ​ຄັ້ງ​ນີ້ ກໍ​ໄດ້​ມີ​ການ​ປະ​ຊຸມ​ປຶກ​ສາ​ຫາ​ລື​ວຽກ​ງານ​ຄວບ​ຄຸມ​ຢາ​ສູບ​ຢູ່​ຂັ້ນ​ແຂວງ ພ້ອມນັ້ນ​ກໍ​ໄດ້​ອົບ​ຮົມ​ໃຫ້​ບັນ​ດາ​ທຸ​ລະ​ກິດ​ບໍ​ລິ​ການ ເຮືອ​ນ​ພັກ,​ ໂຮງ​ແຮມ,​ ຮ້ານ​ອາ​ຫານ,​ ຮ້ານ​ກິນ​ດື່ມ,​ ຮ້ານ​ບັນ​ເທີງ,​ ສະ​ຖາ​ບັນ​ການ​ສຶກ​ສາ ແລະ ອົບ​ຮົມ​ໃຫ້​ເຈົ້າ​ໜ້າ​ທີ່​ຜູ້​ທີ່​ຈະ​ມາ​ຮັບ​ຜິດ​ຊອບໜ້າ​ທີ່​ພາຍ​ໃນ​ງານ ເພື່ອບໍ່​ໃຫ້​ມີ​ການ​ລະ​ເມີດ ຊຶ່ງຖ້າພົບເຫັນຜູ້ລະເມີດ ສູບຢາຢູ່ສະຖານທີ່ຕ້ອງຫ້າມ ​ຈະ​ມີ​ການ​ປັບ​ໃໝ​ເປັນ​ເງິນ​ສູງ​ສຸດ 400.000 ກີບ. ນອກນັ້ນ​, ກໍ​ໄດ້​ປຸກ​ລະ​ດົມ​ພໍ່​ແມ່​ປະ​ຊາ​ຊົນ​ຜ່ານ​ຊ່ອ​ງ​ທາງ​ສື່​ຕ່າງ​ໆ ກ່ຽວ​ກັບ​ການ​ຫ້າ​ມ​ສູບ​ຢາ​ໃນ​ສ​ະ​ຖານ​ທີ່​ຕ້ອງ​ຫ້າມ ແລະ ເຜີຍ​ແຜ່​ຜົນ​ຮ້າຍ​ຂອງ​ຢາ​ສູບ.

ຂະນະທີ່ ກິດ​ຈະ​ກຳຫຼັກ ເພື່ອໃຫ້ຊຽງຂວາງເກມປອດຄວັນຢາສູບ ​ຊຶ່ງໃນມື້ເປີດງານ ກໍ​ແມ່ນ​ໄດ້​ມີຂະ​ບວນ​ກ້ອນ​ກຳ​ລັງ​ປອດຄວັນຢາສູບ ເດີນສວນສະໜາມ ໂດຍ​ມີ​ອາ​ສາ​ສະ​ໜັກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກ້ອນ​ກຳ​ລັງ​ຈຳ​ນວນ 100 ຄົນ ຖື​ປ້າຍ​ໃນ​ການ​ສົ່ງ​ເສີມບໍ່​ໃຫ້​ຄົນ​ສູບ​ຢາ ໂດຍ​ສະ​ເພາະ​ແມ່ນ​ປ້າຍ ຍິນ​ດີ​ຕ້ອນ​ຮັບ​ສູ່​ການ​ແຂງ​ຂັນ​ກິລ​າ​ແຫ່ງ​ຊາດ​ຄັ້ງ​ທີ XI ປ​ອ​ດ​ຄວັນ​ຢາ​ສູບ ແລະ ຍັງ​ມີໂຕກາຕູນ Mascot ສົ່ງ​ເສີມ​ປອດ​ຄັວນ​ຢາ​ສູບ​ຄື ທ້າວ ກະ​ທິ ກັບ​ ນາງ ນໍ້າ​ຫວານ ຊຶ່ງ​ໄດ້​ກ​າຍ​ເປັນ​ສີ​ສັນ​ໃນງານຄັ້ງນີ້. ນອກ​ຈາກນັ້​ນ, ກໍ​ຍັງ​ມີ​ກິດ​ຈະ​ກໍ​າ​ປິ່ນ​ອ້ອມ​ ກໍ​ຄື​ການ​ຕັ້ງ​ເຕັ້ນ​ໂຄ​ສະ​ນາກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ຢາ​ສູບ ຫ້າມ​ສູບ​ຢາ​ໃນ​ບໍ​ລິ​ເວນ​ຕິດ​ປ້າຍ​ຫ້າມ​ສູບ ຫ້າມ​ນຳ​ຢາ​ສູບ​ເຂົ້າ​ໄປ​ໃນ​​ສະ​ໜາມ​ກິລາ​ໄຫ​ຫີນ ​ທັງ​ຢາ​ສູບ​ທົ່​ວ​ໄປ ແລ​ະ ຢາ​ສູບ​ໄຟ​ຟ້າ ໂດຍ​ໄດ້​ສົມ​ທົບ​ກັບ​ເຈົ້າໜ້າ​ທີ່ ທີ່​ປະ​ຈຳ​ຢູ່​ຈຸດ​ເຂົ້າ​ງານ ຊຶ່ງ​ຜ່ານ​ມາ ​ກໍ​ເຫັນ​ເຈົ້າ​ໜ້າ​ທີ່​ໄດ້​ຢືດ​ເອົາ​ຢາ​ສູບ ແລະ ອຸ​ປະ​ກອນ​ຢາ​ສູບ​ໄຟ​ຟ້າ​.

ທ່ານ ບຸນທັນ ວັນທະລີວົງ ຍັງກ່າວຕື່ມວ່າ: ນອກນີ້, ຢູ່ສະ​ໜາມ​ແຂ່ງ​ຂັນ​ທົ່ວ​ໄປ ​ກໍ​ໄດ້​ຕັ້ງ​ຈຸດ​ໂຄ​ສະ​ນາ ແລະ ແຈກ​ຢາຍ​ສະ​ຕິກ​ເກີ ​ຫ້າ​ມ​ສູບ​ຢາ; ພ້ອມນັ້ນ, ​ກໍ​ສືບ​ຕໍ່​ຕິດ​ປ້າຍ​ຫ້າມ​ສູບ​ຢາ​ຕາມ​ຈຸດ​ຕ່າງໆ ເພື່ອ​ເຮັດ​ໃຫ້​ຜູ້​ມາ​ຊົມ​ກິ​ລາ​ພາຍ​ໃນ​ງານ ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ. ຢ່າງ​ໃດ​ກໍ​ຕາມ, ​ພວກ​ເຮົາ​ກໍ​ຈະ​ໄດ້​ສົມ​ທົບ​ກັບ​ພາກ​ສ່ວນ​ກ່ຽວ​ຂ້ອງ ສືບ​ຕໍ່​ຕິດ​ຕາມກວດ​ກາ ຫາ​ກ​ພົບ​ເຫັນ​ກໍ​ຈະ​ມີ​ການ​ປັບ​ໃໝ​ຕາມ​ມາດ​ຕະ​ການ​ທີ່​​ກໍາ​ນົດ​ໄວ້ ເພື່ອ​ເຮັດ​ໃຫ້​ງານ​ກິລາ​ແຫ່ງ​ຊາດ​ຄັ້ງ​ນີ້​ ປອດ​ຄວັນ​ຢາ​ສູບ ແລະ ບັນ​ລຸ​ຕາມ​ເປົ້າ​ໝາຍ​.

(ຂ່າວ-ພາບ: ທີມຂ່າວໜັງສືພິມປະຊາຊົນ)

error: Content is protected !!