ບາງຜົນງານເດັ່ນທີ່ຜ່ານມາຂອງເຂດເສດຖະກິດສາມຫຼ່ຽມຄໍາ

ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ຮັບການສ້າງໃນປີ 2007 ໃນຮູບແບບການລົງທຶນ ທົ່ວໄປ ພາຍໃຕ້ສັນຍາວ່າດ້ວຍການພັດທະນາເຂດເສດຖະກິດ ແລະ ແຫຼ່ງທ່ອງທ່ຽວຄົບວົງຈອນອາຊຽນ ໂດຍມີອາຍຸສຳປະທານ 50 ປີ, ໃນເນື້ອທີ່ 827 ຮຕ. ປີ 2010 ລັດຖະບານ ໄດ້ອອກດໍາລັດຍົກລະດັບເປັນເຂດເສດຖະກິດພິເສດ ໂດຍກໍານົດອາຍຸສໍາປະທານຈາກ 50 ປີ ມາເປັນ 99 ປີ, ມີເນື້ອທີ່ 3.000 ເຮັກຕາ, ປີ 2014 ໄດ້ມີການປັບປຸງສັນຍາ ເພື່ອໃຫ້ສອດຄ່ອງກັບການຍົກລະດັບເປັນເຂດເສດຖະກິດພິເສດ ເຊິ່ງເພີ່ມມູນຄ່າການລົງທຶນຈາກ 86,6 ລ້ານໂດລາສະຫະລັດ ມາເປັນ 1 ຕື້ໂດລາສະຫະລັດ ໃນນັ້ນພື້ນທີ່ 827 ເຮັກຕາ ຕາມສັນຍາສະບັບປີ 2007 ລັດຖະບານຍັງຖືຫຸ້ນ 20% ແລະ ຜູ້ພັດທະນາຖືຮຸ້ນ 80%, ສ່ວນພື້ນທີ່ 2.173 ເຮັກຕາ ຜູ້ພັດທະນາລົງທຶນເອງ 100%.

ທ່ານ ໂຕກ່ຽວ ແກ້ວກຸນນະບຸດ ສ່ວຍສາອາກອນ ປະຈໍາເຂດເສດຖະກິດສາມຫຼ່ຽມຄໍາ ຕາງໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຜ່ານມາສາມາດດຶງດູດການລົງທຶນໄດ້ທັງໝົດ 238 ບໍລິສັດ (ຂະແໜງອຸດສາຫະກໍາ 9 ບໍລິສັດ, ການຄ້າ 41 ບໍລິສັດ, ການບໍລິການ 185 ບໍລິສັດ ແລະ ຂະແໜງກະສິກໍາ 3 ບໍລິສັດ), ນອກຈາກນັ້ນ ຍັງມີຫົວໜ່ວຍວິສາຫະກິດຂະໜາດນ້ອຍ ໂດຍສະເພາະຫ້າງຮ້ານຕ່າງໆ ມີຈໍານວນ 1.000 ກວ່າຫ້າງຮ້ານ, ມາເຖິງປັດຈຸບັນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີການລົງທຶນຕົວຈິງໄປແລ້ວ 2,4 ຕຶ້ກວ່າໂດລາສະຫະລັດ ໃນນັ້ນ, ເປັນການລົງທຶນຂອງລັດຖະບານ 13,8 ລ້ານໂດລາສະຫະລັດ, ຜູ້ພັດທະນາ 893 ລ້ານກວ່າໂດລາສະຫະລັດ ແລະ ຜູ້ລົງທຶນລາຍຍ່ອຍ 1,5 ຕື້ກວ່າໂດລາສະຫະລັດ, ການຈັດຕັ້ງປະຕິບັດ ບັນດາໂຄງການຢູ່ພາຍໃນເຂດທັງໝົດ 81 ໂຄງການ ມີມູນຄ່າ 1,6 ຕື້ໂດລາສະຫະລັດ, ໃນນີ້ ເປັນການລົງທຶນຂອງກຸ່ມບໍລິສັດ ດອກງີ້ວຄໍາ 36 ໂຄງການ ມູນຄ່າ 1 ຕື້ໂດລາສະຫະລັດ, ບໍລິສັດລາຍຍ່ອຍ 45 ໂຄງການ ມູນຄ່າ 668 ລ້ານໂດລາສະຫະລັດ, ໂຄງການທີ່ໄດ້ຈັດຕັ້ງປະຕິບັດສໍາເລັດ 21 ໂຄງການ ມູນຄ່າ 8 ລ້ານໂດລາສະຫະລັດ, ໂຄງການສືບຕໍ່ປີ 2021-2022 ທັງໝົດ 35 ໂຄງການ ມູນຄ່າ 322 ລ້ານໂດລາສະຫະລັດ. ໂຄງການທີ່ພົ້ນເດັ່ນ ແມ່ນໂຄງການກໍ່ສ້າງສະໜາມບິນ ສາກົນ ແຂວງບໍ່ແກ້ວ ມີມູນຄ່າ 175 ລ້ານໂດລາສະຫະລັດ ເຊິ່ງເລີ່ມລົງມືກໍ່ສ້າງມາແຕ່ເດືອນ ກັນຍາ 2020 ແລະ ຄາດໝາຍຈະໃຫ້ສໍາເລັດໃນກາງປີ 2023 ນີ້.

ພ້ອມນັ້ນ ຍັງໄດ້ສຸມໃສ່ໂຄງການຜະລິດກະສິກໍາປູກຝັງ-ລ້ຽງສັດຄົບວົງຈອນເຊັນ: ມີຟາມງົວ 01 ແຫ່ງ ມີງົວປະມານ 5.000 ກວ່າໂຕ, ຟາມໝູມີໝູຫລາຍ 1.000 ໂຕ, ລ້ຽງເປັດ-ຫ່ານ 12.000 ກວ່າໂຕ, ຜະລິດພືດຜັກເຊິ່ງມີເນື້ອທີ່  14,6  ເຮັກຕາ, ປູກຫົວບຸກມີເນື້ອທີ່ 28,6 ເຮັກຕາ ແລະ ສວນກ້າເບັ້ຍໄມ້ປະດັບເຊິ່ງມີເບັ້ຍໄມ້ຫລາຍແສນຕົ້ນ. ໃນ 09 ເດືອນຕົ້ນປີ 2022 ໄດ້ອອກໃບທະບຽນວິສາຫະກິດໃຫ້ແກ່ນັກລົງທຶນທັງໝົດລວມທັງອອກໃໝ່ ແລະ ຂໍດັດແກ້ໃບທະບຽນ ທັງໝົດມີຈຳນວນ 747 ຫົວໜ່ວຍວິສາຫະກິດ; ມີທຶນຈົດທະບຽນທັງໝົດ 140.581.000 ລ້ານໂດລາສະຫາລັດ. ເປັນບໍລິສັດ 36 ບໍລິສັດ ມີທຶນຈົດທະບຽນທັງໝົດ 142 ລ້ານກ່ວາໂດລາສະຫາລັດ; ໃນນັ້ນ, ເປັນການອອກໃບທະບຽນໃໝ່ 632 ຫົວໜ່ວຍ, ດັດແກ້ໃບທະບຽນ 117 ຫົວໜ່ວຍ; ໃນນັ້ນ, ມີຂະແໜງການຄ້າ 239 ຫົວໜ່ວຍ, ຂະແໜງການບໍລິການ 501 ຫົວໜ່ວຍ, ຂະແໜງອຸດສາຫະກຳ 07 ຫົວໜ່ວຍ.ສົມທົບຄະນະສະເພາະກິດຂັ້ນແຂວງລົງແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍໄດ້ທັງໝົດ 181 ຄັນ, ສາມາດຈັດເກັບລາຍຮັບໄດ້ 16 ຕື້ 445 ລ້ານກວ່າກີບ, ສໍາລັບພາຫະນະທີ່ຢູ່ໃນບັນຊີ 157 ຄັນ, ມາແຈ້ງຕົວຈິງຈໍານວນ 60 ຄັນ (ປ້າຍລັດບໍລິຫານ 21 ຄັນ ແລະ ປ້າຍທຸລະກິດ 1% ຈໍານວນ 39 ຄັນ).

        ໃນໄລຍະຜ່ານມາໄດ້ປະຕິບັດພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 272 ຕື້ກວ່າກີບ ທີ່ມາຈາກອາກອນມອບເໝົາຈາກກິດຈະການກາຊີໂນ ແລະ ການສະແດງສີສັນພິເສດ, ຄ່າທໍານຽມ ແລະ ຄ່າບໍລິການ, ອາກອນລາຍໄດ້, ອາກອນເງີນເດືອນ, ອາກອນມູນຄ່າເພີ່ມ ແລະ ຜົນປະໂຫຍດອື່ນໆ, ເຊິ່ງບໍລິສັດທີ່ມອບພັນທະຫຼາຍກວ່າໝູ່ແມ່ນ ກຸ່ມບໍລິສັດ ດອກງີ້ວຄໍາ ຈຳກັດ ແລະ ບໍລິສັດ ບັນເທີງ ດອກງີ້ວຄໍາ. ໃນ 09 ເດືອນ ຕົ້ນປີ 2022 ຈັດເກັບລາຍຮັບໄດ້ທັງໝົດ: 47 ຕື້ກ່ວາກີບ, ທຽບໃສ່ເວລາດຽວກັນຂອງປີຜ່ານມາ ປະຕິບັດໄດ້ 398,06 %, ທຽບໃສ່ແຜນການປີປະຕິບັດໄດ້ 78,33 % ຂອງແຜນການປີ. ລາຍຮັບທີ່ຈັດເກັບຜ່ານດ່ານສາກົນ ສາມຫຼ່ຽມຄໍາ ໃນ 09 ເດືອນປີ 2022 ສາມາດຈັດເກັບລາຍຮັບຈາກພາສີ-ອາກອນຂາເຂົ້າ (ອມພ 5%, ພາສີຂາເຂົ້າປົກກະຕິບຸກຄົນ) ໄດ້ທັງໝົດ 4 ຕື້ 349 ລ້ານກີບ (ທຽບໃສ່ແຜນປີປະຕິບັດໄດ້ 12,69%) ແລະ ລາຍຮັບອອກວິຊາກັບດ່ານ B2, B3 ປະຕິບັດໄດ້ທັງໝົດ 4.871 ຄົນ ເປັນເງິນ 1.727.563.320 ກີບ.

ສໍາລັບແຜນຈຸດສຸມໃນປີ 2023, ທ່ານ ໂຕກ່ຽວ ແກ້ວກຸນນະບຸດ ໃຫ້ຮູ້ວ່າ: ຈະສືບຕໍ່ຍົກສູງວຽກງານ ປກຊ-ປກສ ພາຍໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ໃຫ້ມີຄວາມປອດໄພ, ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເຂດ; ຕິດຕາມຊຸກຍູ້ ແລະ ສຸມໃສ່ໂຄງການກໍ່ສ້າງສະໜາມບິນສາກົນ ແຂວງບໍ່ແກ້ວ, ສະໜາມກ໊ອບ, ສະໜາມກິລາຄົບວົງຈອນ ແລະ ໂຄງການຕະຫລາດນໍ້າ ໃຫ້ສໍາເລັດຕາມແຜນ (ພ້ອມເປີດນໍາໃຊ້ເປັນທາງການ); ສູມໃສ່ການກະກຽມ ການຈັດງານເທສະການ ດອກງິ້ວບານ ຄັ້ງທີ 20, ປະຈຳປີ 2023; ສຸມໃສ່ປະສານສົມທົບກັບສະພາບໍລິຫານ ຂສພຄ, ບັນດາພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ແຂວງ ເພື່ອແກ້ໄຂບັນຫາຄົງຄ້າງ ໃນ 06 ກຸ່ມວຽກຕາມບົດບັນທຶກທີ່ໄດ້ຕົກລົງກັນ ໂດຍຕິດພັນກັບການຈັດເກັບລາຍຮັບມອບເຂົ້າງົບປະມານໃຫ້ໄດ້ຕາມລະດັບຄາດໝາຍ; ສືບຕໍ່ຊຸກຍູ້ລະດົມ ແລະ ດຶງດູດການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາລົງທຶນ ແລະ ພັດທະນາເຂດເສດ ຖະກິດພິເສດ ສາມຫຼ່ຽມຄໍາ ໃຫ້ນັບມື້ຫຼາຍຂຶ້ນ. ມັນຍັງມີຄວາມຈໍາເປັນເພື່ອຊ່ວຍໃຫ້ປະຊາຊົນມີລາຍໄດ້ຫຼາຍເພື່ອໃຫ້ພວກເຂົາສາມາດຜະລິດເວລາໄດ້ຢ່າງມີຄວາມສຸກ. ອຸດສາຫະກໍາເກມໃຫ້ໂອກາດນີ້ກັບທຸກຄົນ. ຂໍ້ມູນເພີ່ມເຕີມກ່ຽວກັບອຸດສາຫະກໍາເກມສາມາດພົບໄດ້ຢູ່ໃນເວັບໄຊທ໌ https://gamblinganswer.com/

                                                                                (ພາບ+ຂ່າວ: ມີໄຊ)

error: Content is protected !!