ລົດໄຟ EMU ຂະບວນໃໝ່ມາຮອດ ສປປ ລາວ ວັນທີ 23 ກັນຍາຜ່ານມາ

ເພື່ອຍົກລະດັບຄວາມສາມາດໃນການຂົນສົ່ງຜູ້ໂດຍສານໃຫ້ດີຂຶ້ນຕື່ມ ຕອບສະໜອງຕໍ່ປະລິ ມານການຂົນສົ່ງ ແລະ ກະກຽມເຂົ້າໃນການຮອງຮັບຜູ້ໂດຍສານໃນປີທ່ອງທ່ຽວລາວປີ 2024 ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ຈັດຊື້ລົດໄຟ EMU “ຂະບວນລ້ານຊ້າງ” ຂະບວນໃໝ່ ເຊິ່ງໄດ້ມາຮອດນະຄອນຫຼວງວຽງຈັນ ໃນວັນທີ 23 ກັນຍາ ແລະ ຈະຖືກນຳໃຊ້ໃນໄວໆນີ້.

ໃນການຈັດຊື້ລົດໄຟ EMU ຂະບວນໃໝ່ໃນເທື່ອນີ້ ຈຸດປະສົງຫຼັກເພື່ອແນໃສ່ຮັບໃຊ້ປີທ່ອງທ່ຽວລາວ 2024 ແລະ ຮັບຕ້ອນຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວຊົມປະເທດລາວ ບໍລິສັດທາງລົດໄຟລາວ-ຈີນ ໄດ້ປັບປຸງ ແລະ ຍົກລະດັບຊັ້ນທຸລະກິດໃຫ້ມີຄວາມທັນສະໄໝ ມີຄວາມສະດວກສະບາຍ ແລະ ງົດງາມຂຶ້ນ ເຊິ່ງບ່ອນນັ່ງຊັ້ນທຸລະກິດຈະມີຄວາມເປັນສ່ວນຕົວ ມີລະບົບສາກໄຟແບບບໍ່ມີສາຍ ແລະ ມີລະບົບປັບທ່ານັ່ງທີ່ໄດ້ປ່ຽນເປັນການຄວບຄຸມແບບໜ້າຈໍສໍາຜັດ ເພື່ອເປັນໃບໜ້າໃຫ້ ອັນໃໝ່ໃຫ້ແກ່ນັກທ່ອງທ່ຽວໄດ້ສຳຜັດກັບຄວາມທັນສະໄໝລະດັບສາກົນ.

ເພື່ອປະກອບສ່ວນເຂົ້າໃນການເປີດປີທ່ອງທ່ຽວລາວ ບໍລິສັດທາງລົດໄຟລາວ-ຈີນ ຍັງໄດ້ຜະລິດປະກາດໂຄສະນາກ່ຽວກັບສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງລາວ ເພື່ອປະກາດຢູ່ເທິງລົດໄຟ ກຽມພ້ອມອຳນວຍຄວາມສະດວກເລື່ອງການຈອງປີ້ໃຫ້ແກ່ນັກທ່ອງທ່ຽວລາວ ແລະ ຕ່າງຊາດທີ່ມາເປັນກຸ່ມໃຫຍ່ ເຝິກອົບຮົມດ້ານມາລະຍາດ ການຕ້ອນຮັບແຂກໃຫ້ແກ່ພະນັກງານບໍລິການທາງລົດໄຟທັງຂະແໜງການຂົນສົ່ງໂດຍສານ ຂະແໜງການຂົນສົ່ງສິນຄ້າ ແລະ ອື່ນໆ ພ້ອມນັ້ນ ບໍລິສັດຍັງໄດ້ຮັບພະນັກງານໃໝ່ ເພື່ອບັນຈຸເຂົ້າໃນຫຼາຍຕຳແໜ່ງໜ້າວຽກທີ່ສຳຄັນ ລວມທັງເຝິກອົບຮົມພະນັກງານຊຸດໃໝ່ ແລະ ເພີ່ມທະວີຍົກສູງການເຮັດວຽກຂອງພະນັກງານຂອງທຸກໆຕຳແໜ່ງ ຈັດຊື້ວັດສະດຸອຸປະກອນທີ່ຈຳເປັນນຳໃຊ້ເຂົ້າໃນວຽກງານທີ່ກ່ຽວຂ້ອງ ເພີ່ມກຳລັງແຮງໃຫ້ກັບວຽກງານຄຸ້ມຄອງການບຳລຸງຮັກສາທາງລົດໄຟອັນເປັນວຽກທີ່ຕ້ອງຈັດຕັ້ງປະຕິບັດທຸກໆມື້ເຊັ່ນ: ວຽກລະບົບໄຟຟ້າ ວຽກລະບົບສັນຍານ ວຽກລະບົບລາງ ວຽກອຸປະກອນກົນຈັກຕ່າງໆ ໃຫ້ເຮັດວຽກໄດ້ຢ່າງປົກກະຕິ ເພື່ອຮັບປະກັນຄວາມປອດໄພ ຍົກສູງການບໍລິການທີ່ມີຄຸນນະພາບ ສົ່ງເສີມຂະແໜງການທ່ອງທ່ຽວຂອງລາວ ຮັບໃຊ້ເຂົ້າໃນສັງຄົມ ແລະ ຮັບໃຊ້ການພັດທະນາປະເທດຊາດ.

ນັບແຕ່ເປີດໃຫ້ບໍລິການເສັ້ນທາງລົດໄຟລາວ-ຈີນ ມາຮອດໃນວັນທີ 23 ກັນຍາ 2023 ໄດ້ມີການຂົນສົ່ງຜູ້ໂດຍສານທັງໝົດ 3.230.600 ກວ່າເທື່ອຄົນ ສະເພາະປີ 2023 ມາຮອດວັນທີ 23 ກັນຍາ ໄດ້ມີການສົ່ງຜູ້ໂດຍສານທັງໝົດ 1.792.900 ເທື່ອຄົນ.

error: Content is protected !!