ເກີດເຫດນ້ຳປ່າໄຫຼສຸ ເຮັດໃຫ້ເຮືອນຂອງປະຊາຊົນຢູ່ ເມືອງ ປາກແຊງ, ແຂວງ ຫລວງພະບາງ

ວັນທີ 15 ສີງຫາ 2022 ນີ້ ໄດ້ເກີດມີນ້ຳປ່າໄຫຼສຸຢູ່ ບ້ານ ສະຄີງ ແລະ ບ້ານ ນາໂພ, ເມືອງ ປາກແຊງ, ແຂວງ ຫລວງພະບາງ ເຮັດໃຫ້ເຮືອນຂອງປະຊາຊົນ ຢູ່ຢູ່ແຄມຕາຝັ່ງໄດ້ຮັບຄວາມເສຍຫາຍໜັກ 2 ຫຼັງ ແລະເສຍຫາຍເລັກນ້ອຍອີກຈຳນວນໜື່ງ ສ່ວນພື້ນທີ່ນາແມ່ນໄດ້ຮັບຄວາມເສຍຫາຍບາງສ່ວນ. ທ່ານ ສຸກດາວັນ ພັນຈັກຂັນ ເຈົ້າເມືອງປາກແຊງໄດ້ໃຫ້ສຳພາດວ່າ: ເນື່ອງຈາກສະພາບຝົນຕົກໜັກ ຕິດຕໍ່ກັນຫຼາຍຊົ່ວໂມງ ແລະຫຼາຍວັນ ຈື່ງເຮັດໃຫ້ນ້ຳຫ້ວຍໂພ ແລະຫ້ວຍສະຄີງ ເກີດມີນ້ຳປ່າໄຫຼສຸເອົາຂອນໄມ້ມາຕັນທໍ່ລະບາຍນ້ຳລອດທາງ ຈົນເກີດມີນ້ຳໄຫຼຖ້ວມເຮືອນຂອງປະຊາຊົນ ແລະພື້ນທີ່ທຳການຜະລິດເສຍຫາຍຈຳນວນໜື່ງ ຮ້າຍແຮງແມ່ນມີເຮືອນຂອງປະຊາຊົນຢູ່ບ້ານສະຄີງ 1 ຫຼັງ ແລະບ້ານນາໂພ 1 ຫຼັງ ໄດ້ຮັບຄວາມເສຍຫາຍໜັກ, ພາຍຫຼັງໄດ້ຮັບແຈ້ງເຫດການ ການນຳຂອງເມືອງ ໄດ້ສົ່ງກຳລັງທະຫານ-ຕໍ່າຫຼວດ ລົງຊ່ວຍປະຊາຊົນເປັນການດ່ວນ ເຊີ່ງສາມາດຍົກຍ້າຍເຄື່ອງໃຊ້ອອກຈາກເຮືອນທີ່ໄດ້ຮັບຜົນກະທົບໜັກ ທັງໄດ້ຊ່ວຍປະຊາຊົນອະນາໄມເຮືອນທີ່ຖືກຜົນກະທົບ ພາຍຫຼັງລະດັບນ້ຳເປັນປົກກະຕິ, ພ້ອມນີ້ ໄດ້ນຳໃຊ້ເງີນແຮສຸກເສີນວຽກງານໄພພິບັດຂອງເມືອງ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບໃນເບື້ອງຕົ້ນ.

ສ່ວນແຜນການຝື້ນຟູໄລຍະຍາວ ທ່ານເຈົ້າເມືອງປາກແຊງໃຫ້ຮູ້ວ່າ: ຈະສືບຕໍ່ປຸກລະດົມທຸກພາກສ່ວນ ເຂົ້າຊ່ວຍເຫຼືອປະຊາຊົນໃຫ້ໄດ້ທຳການຜະລິດໃນລະດູແລ້ງ ເພື່ອທົດແທນຄວາມເສຍຫາຍໃນລະດູຝົນ, ທັງຈະວາງແຜນສ້ອມແປງເສັ້ນທາງຈຸດທີ່ເປ່ເພ ໃຫ້ສາມາດສັນຈອນໄດ້ສະດວກຕາມປົກກະຕິ.

ແຫຼ່ງຂໍ້ມູນ: Lao National Radio

error: Content is protected !!