ຫວຽດນາມ ເລັ່ງສ້າງທາງລົດໄຟຄວາມໄວສູງ 1,545 ກິໂລແມັດ

 ໃນ​ເດືອນໜ້າ​ນີ້ ກະຊວງ​ຄົມ ມະນາຄົມ ຫວຽ​ດນາມ ຈະຢືນ​ຂໍ້​ສະ​ເໜີ ສ້າງລົດ​ທາງໄຟ ​ຄວາມ​ໄວ​ສູງ ​ໄລຍະ​ທາງ 1,545 ກິ​ໂລ​ແມັດ ​ເຊື່ອມ​ຕໍ່​ ທາງພາກ​ເໜືອ​ ຫາທາງ ​ພາກ​ໃຕ້ ​ຕໍ່​ຄະນະ​ ກໍາມະການ​ ກົມ​ການ​ເມືອງ​ ສູນ​ກາງ​ພັກ​ ກອມ​ມູນິດຫວຽດນາມ ທີ່ມີອໍານາດ ໃນການຕັດສິນໃຈ.

ສຳລັບ ​ທາງ​ລົດ​ໄຟ​ ສອງ​ໄລຍະ​ທຳ​ອິດ ​ມີ​ຄວາມ​ຍາວ ​ລວມກັນ 665 ກິ​ໂລ​ແມັດ, ​ໃຊ້​ເງິນ​ລົງທຶນ ​ທັງ​ໝົດ 24.7 ຕື້​ໂດ​ລາ​ ສະຫະລັດ ຄາດ​ວ່າ ຈະ​ເປີດ​ບໍລິການ ​ພາຍໃນ​ປີ 2032 ​ແລະ ​ໂຄງການ ​ທັງ​ໝົດ ​ຈະ​ໃຫ້​ສຳ​ເລັດ ຢ່າງ​ເປັນ​ທາງ​ການ ​ໃນສົກ​​ປີ 2045-2050.

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

error: Content is protected !!