ເດືອນ ກໍລະກົດ 2022 ຕິດລໍາດັບເດືອນຮ້ອນທີ່ສຸດໃນປະຫວັດສາດ

ອົງການອຸຕຸນິຍົມວິທະຍາໂລກ (World Meteorological Organization ຫຼື WMO) ເປີດເຜີຍລາຍງານວ່າ: ເດືອນ ກໍລະກົດ 2022 ຄືໜຶ່ງໃນເດືອນທີ່ໂລກມີອຸນຫະພູມສູງທີ່ສຸດ 3 ລໍາດັບທໍາອິດ ເທົ່າທີ່ມີການບັນທຶກໄວ້ໃນ ປະຫວັດສາດ ເຖິງແມ່ນຈະເກີດປະກົດການ ລານີຢາ ຊຶ່ງຄວນຈະເຮັດໃຫ້ອຸນຫະພູມຫຼຸດລົງ.

ນັກອຸຕຸນິຍົມວິທະຍາ ລະບຸວ່າ ຄື່ນຄວາມຮ້ອນໄດ້ປົກຄຸມພື້ນທີ່ສ່ວນໃຫຍ່ຂອງ ຢູໂຣບ ໃນເດືອນ ກໍລະກົດ ແລະ ຄາດວ່າ ທ່າອ່ຽງນີ້ ຈະຕໍ່ເນື່ອງຕະຫຼອດເດືອນ ສິງຫາ ສົ່ງຜົນກະທົບຕໍ່ການກະເສດ ແລະ ເພີ່ມຄວາມສ່ຽງຈາກ ໄຟປ່າ.

ແຄລ ນູລລິສ ໂຄສົກ WMO ກ່າວວ່າ: ຫຼາຍປະເທດໃນ ຢູໂຣບ ຕ່າງກໍຜະເຊີນກັບ ອຸນຫະພູມສູງເປັນສະຖິຕິໃໝ່ ໂດຍອຸນຫະພູມໃນຫຼາຍປະເທດ ເພີ່ມສູງກວ່າ 40 ອົງສາເຊ ພ້ອມເຕືອນວ່າ ຢູໂຣບ ແລະ ສ່ວນອື່ນໆ ຂອງໂລກ ຈະຕ້ອງປັບຕົວກັບຄື່ນຄວາມຮ້ອນ ແລະ ລະດັບອຸນຫະພູມສູງໃນໄລຍະລະດູຮ້ອນໃນປີຕໍ່ໆໄປ ຊຶ່ງກໍາລັງກາຍເປັນ “ຄວາມປົກກະຕິໃໝ່”.

ລາຍງານຂອງ WMO ຊີ້ອີກວ່າ ປະລິມານນໍ້າແຂງໃນທະເລ ແອນຕາກຕິກ ບໍລິເວນຂວ້າໂລກໃຕ້ ຫຼຸດລົງຢູ່ລະດັບຕໍ່າສຸດຂອງເດືອນ ມິຖຸນາ ແລະ ເດືອນ ກໍລະກົດ.

ລາຍງານຍັງເຕືອນວ່າ ຄວາມແຫ້ງແລ້ງ ແລະ ຄື່ນຄວາມຮ້ອນໃນ ຢູໂຣບ ຈະດໍາເນີນໄປ ແລະ ປະລິມານນໍ້າຝົນທີ່ໜ້ອຍລົງ ຈະຍິ່ງເຮັດໃຫ້ສະຖານະການບໍ່ດີລົງອີກ.

ຂໍ້ມູນຈາກ: https://www.voathai.com/a/wmo-july-is-one-of-warmest-months-on-record/6694860.html

error: Content is protected !!