30 ກວ່າປີ ລາວ ອະນຸຍາດລົງທຶນດ້ານພະລັງງານ 90 ແຫ່ງ  ມີກຳລັງຕິດຕັ້ງ 10 ພັນກວ່າເມກາວັດ

ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານໃນໂອອາດຂຶ້ນສະເໜີ ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 9 ວັນທີ 5 ກໍລະກົດ ນີ້ວ່າ: ນັບແຕ່ປີ 1990 ເປັນຕົ້ນມາ ການພັດທະນາພະລັງງານຢູ່ ສປປ ລາວ ລັດດຖະບານໄດ້ເປີດກວ້າງການລົງທຶນ ໂດຍອະນຸຍາດໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃສ່ການພັດທະນາພະລັງງານເຂື່ອນໄຟຟ້າ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງສັງຄົມ ເພື່ອເຮັດໃຫ້ມີແຫຼ່ງຜະລິດໄຟຟ້າ ເນື່ອງຈາກປະເທດເຮົາມີທ່າແຮງ ແລະ ສົ່ງອອກຂາຍຕ່າງປະເທດ ເພື່ອນຳເອົາເງິນຕາເຂົ້າມາ ພັດທະນາປະເທດ.

ມາຮອດປັດຈຸບັນ ສປປ ລາວ ມີແຫຼ່ງຜະລິດໄຟຟ້າທັງໝົດ 90 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 10,956.14 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 56,027.07 ລ້ານກິໂລວັດໂມງຕໍ່ປີ, ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ພັດທະນາພື້ນຖານໂຄງລ່າງ, ສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນ, ທ້ອງຖິ່ນ ແລະ ສັງຄົມໄດ້ຫຼາຍພໍສົມຄວນ.

error: Content is protected !!