6 ເດືອນຕົ້ນປີ ແຂວງ ໄຊສົມບູນ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 214.22 ຕື້ກີບ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX, ທ່ານ ທັນຕາ ກອງຜາລີ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 18 ແຂວງ ໄຊສົມບູນ ຮອງປະ ທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 6 ກໍລະກົດນີ້ ກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງ ແຂວງໄຊສົມບູນ ຍັງມີສິ່ງທ້າທາຍຫຼາຍດ້ານ. ແຂວງໄຊສົມບູນ ເປັນແຂວງທຸກຍາກມີຄວາມຕ້ອງການທຶນເຂົ້າໃນການພັດທະນາ ແລະ ການສະໜັບສະໜູນຈາກທຸກພາກສ່ວນ.

ທ່ານກ່າວວ່າ: ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນຄັ້ງນີ້ ໂດຍໄດ້ຮັບການແຕ່ງຕັ້ງໃຫ້ຢູ່ໃນກອງເລຂາຂອງກອງປະຊຸມ ຊຶ່ງໄດ້ລົງເລິກຮັບຜິດຊອບກະກຽມເນື້ອໃນເອກະສານ ໃນຂົງເຂດກໍາມາທິການແຜນການ, ການເງິນ ແລະ ການກວດສອບ ເປັນຕົ້ນ: 1. ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ; 2. ມະຕິວ່າດ້ວຍການຮັບຮອງເອົາແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ; 3. ມະຕິວ່າດ້ວຍການຮັບຮອງເອົາຄວາມຄືບໜ້າ ແລະ ທິດທາງການປະຕິຮູບລັດວິສາຫະກິດ. ໃນນາມ ສສຊ ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ຜ່ານການຕິດຕາມກວດກາ 6 ເດືອນຕົ້ນປີ 2022 ເຫັນໄດ້ວ່າອົງການປົກຄອງແຂວງໄດ້ເອົາໃຈໃສ່ໃນການປະຕິບັດວຽກງານຮອບດ້ານຕາມພາລະບົດບາດສິດ-ໜ້າທີ່ ໂດຍສະເພາະການຄຸ້ມຄອງບໍລິຫານລັດທາງດ້ານການເມືອງ-ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ໃນທ່າມກາງຄວາມຫຍຸ້ງຍາກຫຼາຍດ້ານ ທີ່ໄດ້ຮັບຜົນກະທົບຈາກສະ ພາບການຂອງໂລກ ແລະ ສະພາບການພາຍໃນປະເທດເປັນຕົ້ນ: ອັດຕາເງິນເຟີ້, ອັດຕາແລກປ່ຽນ, ນ້ຳມັນແພງ, ລາຄາສິນຄ້າ-ການບໍລິການ ເພີ່ມຂຶ້ນສູງແບບກ້າວກະໂດດ ແລະ ຕໍ່ເນື່ອງ. ເຖິງຢ່າງໃດກໍຕາມອົງ ການປົກຄອງແຂວງ ໄດ້ມີຄວາມພະຍາຍາມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2022, ຕິດພັນກັບດໍາລັດ 414/ລບ, ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຂອງແຂວງ ເຫັນໄດ້ອັນພົ້ນເດັ່ນເປັນຕົ້ນໂຄງການທົດລອງຂຸດຄົ້ນແຮ່ເຫຼັກເພື່ອສົ່ງອອກ, ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ SMEs. ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ 2022 ແຂວງໄຊສົມບູນ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 214.22 ຕື້ກີບ ເທົ່າກັບ 38,39% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 27,40%, ລາຍຈ່າຍປະຕິບັດໄດ້ 105.91 ຕື້ກີບ ເທົ່າກັບ 29,31% ຂອງແຜນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 20,74%; ບ້ວງລົງທຶນຂອງລັດໄດ້ຮັບອະນຸມັດທຶນທັງໝົດ 162,615 ຕື້ກີບ, ໃນນີ້: ສູນກາງອະນຸມັດ 46 ໂຄງການ ມູນຄ່າ 151,162 ຕື້ກີບ (ສະພາແຫ່ງຊາດຮັບຮອງແລ້ວ); ແຂວງອະນຸມັດ 137 ໂຄງການ ມູນຄ່າ 11,452 ຕື້ກີບ (ພາກສ່ວນກ່ຽວຂ້ອງກຳລັງກະກຽມສະເໜີສະພາປະຊາຊົນແຂວງ ຮັບຮອງ).

ພ້ອມດຽວກັນນີ້, ແຂວງໄຊສົມບູນ ຍັງມີບາງຂໍ້ສະເໜີເຖິງລັດຖະບານຄື: 1. ຊຸກຍູ້ຂະແໜງການ ກ່ຽວຂ້ອງໃຫ້ການຮ່ວມມືຈັດຕັ້ງປະຕິບັດດຳລັດ 414/ລບ ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດ ແຂວງໄຊສົມບູນ; 2. ຊຸກຍູ້, ສົ່ງເສີມການຜະລິດເພື່ອສົ່ງອອກເປັນຕົ້ນ ການຜະລິດສິນຄ້າກະສິກຳ-ຫັດຖະກຳ ປະຈຳທ້ອງຖິ່ນ, ການທ່ອງທ່ຽວທຳມະຊາດ ແລະ ວັດທະນາທຳ ໃນຂອບເຂດທົ່ວແຂວງ; ຊຸກຍູ້ການຜະລິດສິນຄ້າທົດແທນການນໍາເຂົ້າທີ່ແຂວງມີທ່າແຮງ ແລະ ມີໜໍ່ແໜງເຊັ່ນ: ການປຸງແຕ່ງກະສິກຳ, ການຜະລິດເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງເພື່ອຮັບໃຊ້ການຜະລິດ ແລະ ການດໍາລົງຊີວິດປະຈໍາວັນ; ຊຸກຍູ້ການ ພັດທະນາແຫຼ່ງທ່ອງທ່ຽວຕາມທິດສີຂຽວ ແລະ ຍືນຍົງ ຕາມແຜນພັດທະນາຂອງແຂວງ; 3. ຊຸກຍູ້ໂຄງການກໍ່ ສ້າງພື້ນຖານໂຄງລ່າງຈຳນວນໜຶ່ງເຊັ່ນ: ໂຄງການປັບປຸງຍົກລະດັບທາງປູຢາງສອງຊັ້ນເສັ້ນທາງຫຼວງແຫ່ງຊາດ 5B ແຕ່ຂົວນໍ້າຍອນ ຫາ ບ້ານນາໄຊສະຫວ່າງ ເຂດແດນແຂວງວຽງຈັນ, ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ແຕ່ສາມແຍກພູຄຳ-ລ້ອງແຈ້ງ-ຊຳທອງ-ຊາຍແດນແຂວງຊຽງຂວາງ, ໂຄງການກໍ່ສ້າງເສັ້ນທາງ ແຕ່ບ້ານຜາລະແວກ-ນໍ້າປຸ່ງ-ບ້ານພູກະທະ, ເສັ້ນທາງທະລຸໄປຫາເຂດຈຸດສຸມພັດທະນາ ແລະ ເຂດການຜະລິດພາຍໃນແຂວງ, ເສັ້ນທາງປູຢາງແຕ່ເມືອງທ່າບົກໄປຫາເມືອງລ້ອງຊານ ແລະ ໂຄງການກໍ່ສ້າງລະບົບນໍ້າປະ ປາຢູ່ເມືອງທ່າໂທມ ແລະ ເມືອງລ້ອງແຈ້ງ; 4. ຊຸກຍູ້ການພັດທະນາດ້ານການສຶກສາ, ສາທາລະນະສຸກ, ພັດ ທະນາສີມືແຮງງານໃນສາຂາວິຊາຊີບຕ່າງໆໃຫ້ຊາວໜຸ່ມມີວຽກເຮັດງານທຳ, ສ້າງລາຍໄດ້ແກ້ໄຂຄວາມທຸກຍາກ; 5. ຕິດຕາມແກ້ໄຂຜົນກະທົບດ້ານທຳມະຊາດ ແລະ ສັງຄົມ ຈາກໂຄງການຂຸດຄົ້ນແຮ່ທາດຈຳນວນໜຶ່ງທີ່ບໍ່ທັນປະຕິບັດຕາມມາດຕະຖານເຕັກນິກ, ຂັ້ນຕອນຂອງກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ຂໍ້ມູນຂ່າວໂດຍ: ຍຸພິນທອງ

error: Content is protected !!