ການແຂ່ງຂັນເຕະບານໂລກ ກາຕາ ປີ 2022 ຈັດຂຶ້ນຢ່າງຍິ່ງໃຫຍ່ ຈອງກຸກ BTS” ຮ່ວມສະແດງເພງກັບນັກຮ້ອງເຈົ້າພາບ

ພິທີ​ເປີດ ການແຂ່ງຂັນ ເຕະບານ ຊີງຂັນໂລກ ກາຕາ ປີ 2022 ຫຼື “FIFA World Cup Qatar 2022”  ​ໄດ້ຈັດຂຶ້ນ ຢ່າງຍິງ​ໃຫຍ່ ​ໃນວັນທີ 20 ພະຈິກນີ້ ຢູ່​ນະຄອນຫລວງ ໂດຮາ ຂອງ​ປະ​ເທດ ​ກາ​ຕາ ​ໂດຍ​ມີ ການສະແດງ ສິນລະປະ ຂອງອ່າວເປີເຊຍ ຈາກສິລະປິນ  ໂດຍທີ່ມີ “ຈອງກຸກ” ສະມາຊິກໜຸ່ມສຸດຂອງວົງ BTS ມາຮ່ວມຮ້ອງເພງກັບນັກຮ້ອງຊື່ດັງ “ຟາຮັດ ອັລ ຄູໄບຊີ” ຂອງເຈົ້າພາບ. ​ແລະ ນັກຮ້ອງດັງ ຈາກ 5 ທະວີບ ຮ່ວມກັນ ຮ້ອງເພງ ພິທີເປີດ ການແຂ່ງຂັນ ເຕະບານໂລກ ຢ່າງ​ຄຶກຄື້ນ ແລະ ໂຄສະນາ ເຜີຍແຜ່ອີກ ຫລາຍເພງ .

ການແຂ່ງຂັນເຕະບານໂລກ 2022 ຫຼື “FIFA World Cup Qatar 2022” ໄດ້ເປີດຂຶ້ນຢ່າງເປັນທາງການແລ້ວຕັ້ງແຕ່ວັນທີ 20 ພະຈິກ ໄປຈົນຮອດວັນທີ 18 ທັນວາ ເຊິ່ງເປັນການແຂ່ງຂັນວັນສຸດທ້າຍໃນນັດຊີງຊະນະເລີດນັ້ນເອງ.

ສຳລັບ ​ການ​​ແຂ່ງຂັນ​ ໃນ​ຄັ້ງນີ້ ​ມີ​ທັງ​ໝົດ 32 ທີ​ມ ຈາກ​ທົ່ວ​ໂລກ ທີ່ຜ່ານ​ເຂົ້າຮອບ ຄັດ​ເລືອກ ຊຶ່ງຮອບທຳອິດ ຂອງການ ແຂ່ງ ຂັນ ​ແມ່ນທີ​ມຊາດ ກາຕາ ທີ່ເປັນເຈົ້າ ພາບ ພົບກັບ ທີມຊາດ ເອກວາດໍ ​ເປັນ​ມື້ ເປີດ​ສະໜາມ​ ການ​ແຂ່ງຂັນ ​ຢ່າງ​ເປັນ​ທາງ​ການ.

ເຊິ່ງຜົນການແຂ່ງຂັນ ປາກົດວ່າເຈົ້າພາບ ກາຕາ ເສຍໃຫ້ ເອກວາດໍ ໄປ 0-2 ປະຕູ.

error: Content is protected !!