ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອລ້າເປັນມູນຄ່າປະມານ 109,000 ໂດລາສະຫະລັດ ເພື່ອປະຕິບັດ “ໂຄງການກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ໃນແຂວງໄຊຍະບູລີ” ພາຍໃຕ້ໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP).

ໂຄງການມີຈຸດປະສົງໃນການຍົກລະດັບການເຂົ້າເຖິງການປິ່ນປົວເບື້ອງຕົ້ນໂດຍການກໍ່ສ້າງຕຶກປິ່ນປົວໃໝ່, ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກ ແລະ ຕິດຕັ້ງຖັງເກັບນ້ຳ ໃຫ້ແກ່ບ້ານຫ້ວຍຂົວຫຼວງ ເມືອງໄຊຍະບູລີ ແຂວງໄຊຍະບູລີ.

ພິທີເຊັນສັນຍາເປັນການລົງນາມ ລະຫວ່າງ ພະນະທ່ານ ໂຄອິຊຶມິ ຊິໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ຈັນທະວົງ ອ່ອນສົມລີ, ຫົວໜ້າຫ້ອງການສາທາລະນະສຸກ ເມືອງໄຊຍະບູລີ ໂດຍມີ ທ່ານ ເພັງນິລັນ ຄຳພັນເພັງ, ເລຂາຄະນະພັກພັກແຂວງໄຊຍະບູລີ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ.

ທ່ານທູດ ໂຄອິຊຶມິ ໄດ້ກ່າວໃນພິທີເຊັນສັນຍາວ່າ “ ອາຄານປິ່ນປົວຂອງໂຮງໝໍນ້ອຍ ຫ້ວຍຂົວຫຼວງ ໃນປັດຈຸບັນແມ່ນໄດ້ສ້າງຂຶ້ນໃນປີ 1994, ໄດ້ມີການເປເພເສຍຫາຍຢ່າງໜັກໜ່ວງ, ພ້ອມນັ້ນ, ຕົວອາຄານຍັງຕັ້ງຢູ່ເຂດຕ່ຳລຽບແຄມແມ່ນ້ຳຂອງ ຈຶ່ງເຮັດໃຫ້ເກີດນ້ຳຖ້ວມຕາມພື້ນທຸກໆຄັ້ງທີ່ມີຝົນຕົກໜັກ. ໂຄງການດັ່ງກ່າວຈະໄດ້ມີການກໍ່ສ້າງອາຄານປິ່ນປົວຫຼັງໃຫມ່ຢູ່ບ່ອນທີ່ປອດໄພ ແລະ ບໍ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ເຊິ່ງເປັນຕອນດິນທີ່ພໍ່ແມ່ປະຊາຊົນໄດ້ຊື້ຫາກະກຽມໄວ້.

error: Content is protected !!