ພະແນກກະສິກຳ ແລະ ສິ່ງ​ແວດລ້ອມ​ແຂວງຈໍາປາສັກລາຍງານສະພາບປາຕາຍຢູ່ສາຍນໍ້າເຊໂດນ​ ເຂດ​ 3​ ບ້ານ ຂອງເມືອງຊະນະສົມບູນ

ວັນທີ​ 4​ ພຶດສະພາ​ 2026,​ ແນກກະສິກຳ ແລະ ສິ່ງ​ແວດລ້ອມ​ແຂວງຈໍາປາສັກ​ ໄດ້ລາຍງານການເກັບກໍາຂໍ້ມູນສະພາບປາຕາຍ ຢູ່ສາຍນໍາເຊໂດນ​ ເຂດບ້ານນາດ່ານ,​ ບ້ານນາຂາມ ແລະ ບ້ານຄີລີ ເມືອງຊະນະສົມບູນ ວ່າ: ​ພາຍຫຼັງທີ່ໄດ້ຮັບແຈ້ງຈາກຄະນະພັກ​ -​ ອົງການປົກຄອງຂັ້ນທ້ອງຖິ່ນ​ ວ່າ ມີປາຕາຍຢູ່ສາຍນາເຊໂດນ​ 🌊 ເຂດບ້ານນາດ່ານ,​ ບ້ານນາຂາມ ແລະ ບ້ານຄີລີ,​ ໃນວັນທີ​ 2​ ພຶດສະ​ພາ​ 2026,​ ຂະແໜງລ້ຽງສັດ​ ແລະ​ ການປະມົງ​ ພະແນກ​ກະສິກໍາ​ ແລະ​ ສິ່ງ​ແວດລ້ອມ​ແຂວງ​ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນພະແນກ ແລະ ຫ້ອງການກະສິກຳ -​ ສິ່ງແວດລ້ອມເມືອງຊະນະສົມບູນ 🤝 ຮ່ວມກັບ ອົງການປົກຄອງບ້ານໆນາດ່ານ, ບ້ານນາຂາມ ແລະ ບ້ານ ຄີລີ ເຂົ້າຮ່ວມ​ ໄດ້ລົງຕິດຕາມກວດກາສະພາບການຕາຍຂອງປາຕົວຈິງ 🔍 ເຫັນວ່າປາຕາຍໃນໄລຍະ 2​ – 3 ວັນຜ່ານມາ, ເຮັດໃຫ້ມີກິ່ນເໝັນ 🤢 ແລະ​ ນ້ໍາຂຸນ.​ ອີງຕາມຄໍາໃຫ້ການຂອງຄະນະພັກ​ -​ ອົງການປົກຄອງບ້ານ ທີ່ໄດ້ລົງຮ່ວມກັນ ໃຫ້ຂໍ້ມູນວ່າ: ປາເລີ່ມຕາຍແຕ່ວັນທີ 28 ເມສາ 2026 ຫາ ວັນທີ 2 ພຶດສະພາ 2026 ໂດຍບໍ່ຮູ້ສາເຫດການຕາຍຂອງປາທີ່ຕາຍຟູຢູ່ຕາມແຄມນໍ້າ​ ໃນເຂດບໍລິເວນ​ 3​ ບ້ານດັ່ງກ່າວ 🧐, ໃນບໍລິເວນ 3​ ບ້ານ​ ແລະ ບ້ານໃກ້ຄຽງ ແມ່ນບໍ່ມີໂຮງງານ ອຸດສະຫະກຳ ແລະ ກິດຈະການຕ່າງໆ 🚫🏭, ສ່ວນຫຼາຍປະຊາຊົນໃນເຂດດັ່ງກ່າວແມ່ນເຮັດກະສິກໍາ ເຊັ່ນ: ປູກເຂົ້າ ແລະ ສວນຄົວຂະໜາດນ້ອຍ.​ 🌾👩‍🌾

📌#ໃນການລົງຕິດຕາມກວດກາແລະ ເກັບກໍາຂໍ້ມູນຢູ່ພາກສະໜາມຕົວຈິງຄັ້ງນີ້ 🧪 ທາງວິຊາການໄດ້ນໍາໃຊ້ເຄື່ອງວັດແທກຄຸນນະພາບນໍ້າຂັ້ນພື້ນຖານ ເປັນຕົ້ນແມ່ນຄວາມເປັນກົດ​ – ດ່າງ (pH)​,​ ຄ່າຊັກນໍາໄຟຟ້າຂອງນໍ້າ,​ ວັດແທກປະລິມານອອກຊີເຈນທີ່ຈໍາເປັນ (DO),​ ອຸ່ນຫະພູມຂອງນໍ້າ 🌡️ ແລະ ຕະກອນແຂວນລອຍທັງໝົດທີ່ລະລາຍໃນນໍ້າ​.​ ຜົນການວິໄຈ ໃນ​ 3​ ຈຸດບ້ານນາດ່ານ,​ ນາຂາມ ແລະ​ ບ້ານຄີລີ:

📉 ຄວາມເປັນກົດ​ – ດ່າງ: 11,30, 10,16, 11,12

⚡ ຄ່າຊັກນໍາໄຟຟ້າຂອງນໍ້າ: 114,​ 131, 131

💧 ວັດແທກປະລິມານອອກຊີເຈນທີ່ຈໍາເປັນ: 85,6 ລິດ, 152,6​ ລິດ, 95,3​ ລິດ

🌡️ ອຸ່ນຫະພູມຂອງນໍ້າ: 31,13 ອົງສາ,​ 34,​99​ ອົງສາ, 33,02 ອົງສາ​

☁️ ແລະ​ ຕະກອນແຂວນລອຍທັງໝົດທີ່ລະລາຍໃນນໍ້າ:​ 57​ ລິດ,​ 55​ ລິດ​ ແລະ​ 57​ ລິດ.​

ຜ່ານຈາກການສັງເກດຄ່າວັດແທກນ້ໍາທັງ​ 3 ຈຸດ ເຫັນວ່າ ຄ່າຄວາມເປັນກົດ​ – ດ່າງ​ ທັ້ງສາມຈຸດ ແມ່ນຂື້ນສູງກວ່າເກນມາດຕະຖານ ⚠️ ສະແດງໃຫ້ເຫັນວ່າ ມີຄວາມເປັນດ່າງສູງຫຼາຍ ເຊິ່ງຄ່າຄວາມເປັນນ້ໍາປົກກະຕິແມ່ນຢູ່ປະມານ 5​ – 9, ສາເຫດທີ່ຄ່າຄວາມເປັນດ່າງສູງ ອາດເກີດຈາກຫຼາຍປັດໄຈ​ ເຊັ່ນ:

ມີສານລະລາຍດ່າງເຂັ້ມຂຸ້ນເຈື່ອປົນ,​ ນໍ້າ ຫຼື​ ສານລະລາຍນັ້ນ ມີສ່ວນປະສົມສານເຄມີທີ່ມີຄວາມເປັນດ່າງສູງ ເຊັ່ນ: ໂຊດຽມໄດຣອກໄຊ (ໂຊດາໄຟ), ແຄຊຽມໄດຣອກໄຊ (ປູນຂາວ) ຫຼື ໂຊດຽມຄາບໍເນດ; ຈາກຂະບວນການທາງເຄມີ/ ອຸດສະຫະກໍາຈາກນ້ໍາເປື້ອນທີ່ບໍ່ໄດ້ຜ່ານການບໍາບັດ ຈາກໂຮງງານ ຫຼືການຟອກຍ້ອມ 🧺,​ ອຸນຫະພູມນໍ້າ ຈຸດບ້ານນາຂາມ ແລະ ຈຸດບ້ານຄີລີ ແມ່ນຂ້ອນຂ້າງສູງ ແຕ່ກໍບໍ່ສາມາດເຮັດໃຫ້ປາຕາຍໄດ້ ເພາະວ່າ​ນໍ້າເລີກເປັນບໍລິເວນກວ້າງ,​ ຄ່າວັດແທກປະລິມານອອກຊີເຈນທີ່ຈໍາເປັນ ຕ້ອງໃຊ້ໃນການລະລາຍສານອິນຊີ ດ້ວຍວິທີການທາງເຄມີ ເຫັນວ່າ ຈຸດບ້ານນາດ່ານ ແລະ ຈຸດບ້ານຄີລີ ແມ່ນມີຄ່າຕໍ່າກວ່າ ແລະ ຢູ່ໃນເງື່ອນໄຂປົກກະຕິ, ແຕ່ຈຸດບ້ານນາຂາມ ເຫັນວ່າສູງກວ່າ 120 mg/l ຫຼື ສູງປະມານ 32.6 mg/l ແຕ່ກໍບໍ່ສູງເກີນໄປ ຍັງເປັນຄ່າທີ່ຮອງຮັບໄດ້.

📌#ພະແນກ​ກະສິກຳ​ ແລະ​ ສິ່ງ​ແວດລ້ອມ​ແຂວງ​ ລາຍງານ​ຕື່ມວ່າ: ຜ່ານການກວດກາຕົວຈິງ ເຫັນວ່າ ສະພາບການດັ່ງກ່າວ​ ມີຄວາມ​ສ່ຽງ​ຕໍ່ສຸຂະພາບຂອງຄົນ​ ແລະ​ ສັດ ⚠️☣️.​ ປັດຈຸບັນ,​ ຄະນະກຳມະການປົກຄອງເມືອງຊະນະສົມບູນ ອອກແຈ້ງການ​ ເລກທີ​ 97/ຄປມ.ຊບ, ລົງ​ວັນທີ​ 4​ ພຶດສະພາ​ 2026​ ໂດຍແນະນໍາໃຫ້ຄະນະພັກຮາກຖານຕາແສງ, ນາຍບ້ານ ແຈ້ງພໍ່ແມ່ປະຊາຊົນໃນຂອບເຂດບໍລິເວນດັ່ງກ່າວ ຢຸດການນໍາໃຊ້ນໍ້າ ແລະ ບໍ່ໃຫ້ເອົາປາ ແລະ ສັດນໍ້າ ມາບໍລິໂພກ 🚫🐟🍽️ ຈົນກວ່າເຫດການດັ່ງກ່າວ ຄືນສູ່ສະພາບປົກກະຕິ.​ ປັດຈຸບັນ​,​ ພະແນກ​ກະສິກໍາ​ ແລະ​ ສິ່ງ​ແວດລ້ອມ​ແຂວງ​ ຍັງສືບຕໍ່ປະສານສົມທົບກັບ ກົມລ້ຽງສັດ ແລະ​ ການປະມົງ​ ແລະ​ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ຂັ້ນແຂວງ, ຂັ້ນເມືອງ ເພື່ອລົງຕິດຕາມກວດກາ​ -​ ເກັບຕົວຢ່າງນໍ້າ,​ ປາ ແລະ ສັດນໍ້າ ສົ່ງເຂົ້າໄປວິໄຈ ຢູ່ສູນວິໄຈຂອງສູນກາງ 🔬 ເພື່ອຢັ້ງຢືນຜົນການຕາຍຂອງປາ ໃຫ້ລະອຽດຈະແຈ້ງຕື່ມອີກ.

📸 ພາບ​: ພະແນກ​ກະສິກໍາ​ ແລະ​ ສິ່ງ​ແວດລ້ອມ​ແຂວງ

error: Content is protected !!