ສະພາແຫ່ງຊາດ ຮັບຮອງ ແຕ່ງຕັ້ງຮອງນາຍົກລັດຖະມົນຕີ ເພີ່ມຕື່ມ ຈຳນວນ 2 ທ່ານ

ພົອ ວິໄລ ຫຼ້າຄໍາຟອງ ຖືກແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີ ປ້ອງກັນຄວາມສະຫງົບ. ທ່ານ ສະເຫຼີມໄຊ ກົມມະສິດ ຖືກແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ.

ອ່ານເພີ່ມ...

ສະຫລອງຄົບຮອບ 30 ປີ ແຫ່ງການພົວພັນ ອາຊຽນ-ອິນເດຍ

ເພື່ອສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການພົວພັນ ອາຊຽນ-ອິນເດຍ, ກອງປະຊຸຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍ ສະໄໝພິເສດ  ໄດ້ຖືກຈັດຂຶ້ນໃນວັນທີ 16-17 ມິຖຸນາ 2022 ທີ່ ນິວເດລລີ, ປະເທດ ອິນເດຍ ໂດຍການເປັນປະທານຮ່ວມຂອງລັດ ຖະມົນຕີຕ່າງປະເທດ ສິງກະໂປ ແລະ ລັດຖະມົນຕີຕ່າງປະເທດ ອິນເດຍ, ມີບັນດາລັດຖະມົນຕີຕ່າງປະເທດ

ອ່ານເພີ່ມ...

ເປັນຄູອາສາມາ 10 ປີທົນບໍ່ໄຫວ ຈິ່ງຂໍບໍາເນັດ  ດ້ວຍເງິນສະຫວັດດີການ ຈຳນວນ 500,000  ກີບ

ຄູເນັ່ງທ່າວ ເພຍຫລວງ ອາຍຸ 35 ປີ ເປັນອີກໜຶ່ງຄົນ ທີ່ສະຫມັກມາເປັນຄູສອນໄດ້ 10 ປີແລ້ວ ແຕ່ຍັງບໍ່ໄດ້ລັດຖະກອນ ສຸດທ້າຍຈຶ່ງຈຳໃຈຂໍລາຈາກໂຮງຮຽນຫມູ່ຄູ່, ອາຈານນັກຮຽນທີ່ແສນຮັກທີ່ ມສ ທົ່ງແສນ, ເມືອງ ຄຳເກີດ, ແຂວງ ບໍລິຄຳໄຊ ເພື່ອໄປຫາຊ່ອງທາງເດີນໃໝ່ທີ່ຈະກຸ້ມຢູ່ກຸ້ມກິນໃນວັນຂ້າງໜ້າ. ຄູອາສາ ຜູ້ນີ້ທີ່ເພິ່ນທຸ່ມເທເຮັດວຽກຟຣີມາເຖິງ 10 ປີ ແຕ່ບໍjໄດ້ຫຍັງນອກຈາກຄວາມຮັກ

ອ່ານເພີ່ມ...

ລັດຖະມົນຕີ ກະຊວງການເງິນ ແຈ້ງໃຫ້ທຸກດ່ານພາສີອຳນວຍຄວາມສະດວກໃນການນຳເຂົ້ານ້ຳມັນເຊື້ອໄຟ

ລັດຖະມົນຕີກະຊວງການເງິນ ອອກແຈ້ງການ ເລກທີ 1768/ກງ, ລົງວັນທີ 17 ມິຖຸນາ 2022 ເລື່ອງການນໍາເຂົ້າ, ການເຄື່ອນຍ້າຍ ແລະ ການສະໜອງນໍ້າມັນເຊື້ອໄຟໃຫ້ຊຸມຊົນນໍາໃຊ້ໃນຂອບເຂດທົ່ວປະເທດ. ເພື່ອຈັດຕັ້ງປະຕິບັດການນໍາເຂົ້າ ແລະ ການສະໜອງນໍ້າມັນເຊື້ອໄຟ ໃຫ້ທົ່ວເຖິງໃນຂອບເຂດທົ່ວປະເທດ ຕາມນະໂຍບາຍຂອງລັດຖະບານ ໃຫ້ມີຄວາມສະດວກ ແລະ ວ່ອງໄວ, ທັນສະພາບການ, ຮັບປະກັນການຕອບສະໜອງຕາມແຜນການນຳເຂົ້າ ຂອງບັນດາບໍລິສັດນ້ຳມັນເຊື້ອໄຟ ທີ່ໄດ້ຮັບອະນຸຍາດຈາກລັດທະບານ.

ອ່ານເພີ່ມ...

ເຈົ້າໜ້າທີ່ສຶກສາອົບຮົມ ຜູ້ບໍລິການ ແລກປ່ຽນເງິນຕາ ອອນລາຍ ພ້ອມຈະຖືກດໍາເນີນຄະດີຕາມກົດໝາຍ

ວັນທີ 17 ມິຖູນາ 2022, ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ໄດ້ນຳຕົວ ທ້າວ ພຸດທະວົງ ອາຍຸ 25 ປີ ຢູ່ບ້ານ ນາທອງ, ເມືອງ ໂພນໂຮງ, ແຂວງ ວຽງຈັນ ຜູ້ເປີດບໍລິການແລກປ່ຽນເງິນຕາຕ່າງປະເທດ ອອນລາຍ ໂດຍບໍ່ໄດ້ຮັບອະນຸຍາດ ມາສຶກສາອົບຮົມກ່າວເຕື່ອນ ແລະ ຈະຖືກດຳເນີນຄະດີຕາມກົດໝາຍໃນຂັ້ນຕອນຕໍ່ໄປ.

ອ່ານເພີ່ມ...

ເຈົ້າໜ້າທີ່ສຶກສາອົບຮົມ ຜູ້ບໍລິການ ແລກປ່ຽນເງິນຕາ ອອນລາຍ ພ້ອມຈະຖືກດໍາເນີນຄະດີຕາມກົດໝາຍ

ວັນທີ 17 ມິຖູນາ 2022, ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ໄດ້ນຳຕົວ ທ້າວ ພຸດທະວົງ ອາຍຸ 25 ປີ ຢູ່ບ້ານ ນາທອງ, ເມືອງ ໂພນໂຮງ, ແຂວງ ວຽງຈັນ ຜູ້ເປີດບໍລິການແລກປ່ຽນເງິນຕາຕ່າງປະເທດ ອອນລາຍ ໂດຍບໍ່ໄດ້ຮັບອະນຸຍາດ ມາສຶກສາອົບຮົມກ່າວເຕື່ອນ ແລະ ຈະຖືກດຳເນີນຄະດີຕາມກົດໝາຍໃນຂັ້ນຕອນຕໍ່ໄປ.

ອ່ານເພີ່ມ...

ຊີ້ແຈງຄວາມຄືບໜ້າ ການກວດກາຄືນ ບັນດາໂຄງການເຊົ່າ-ສໍາປະທານທີ່ດິນ

ລັດຖະບານ ກໍຄືຂະແໜງການກ່ຽວຂ້ອງ ໄດ້ກວດກາຄືນ 438 ໂຄງການເຊົ່າ, ສໍາປະທານທີ່ດິນ ທີ່ດໍາເນີນໄປບໍ່ມີປະສິດທິພາບ, ການອະນຸຍາດບໍ່ຖືກຕ້ອງຕາມກົດໝາຍ ໃນນີ້ໄດ້ລຶບລ້າງໂຄງການທີ່ບໍ່ມີຕົວຕົນ 74 ໂຄງການ; ຂະນະທີ່ການຈັດສັນດິນໃນສາມປະເພດປ່າ ທີ່ມີປະຊາຊົນດຳລົງຊີວິດຢູ່ກ່ອນການກຳນົດເປັນປ່າສະຫງວນ, ລັດ ຍັງບໍ່ທັນໄດ້ອອກໃບຢັ້ງຢືນການນໍາໃຊ້ທີ່ດິນໃຫ້ ພຽງແຕ່ອອກແຜນທີ່ດິນ ເພື່ອເປັນຂໍ້ມູນໃຫ້ແກ່ປະຊາຊົນນໍາໃຊ້ ແລະ ເສຍຄ່າທໍານຽມການນໍາໃຊ້ທີ່ດິນ ຫຼື ພາສີທີ່ດິນປະຈໍາປີ. ກອງປະຊຸມສະໄໝສາມັນ ເທື່ອທີ 3

ອ່ານເພີ່ມ...

ປກສ ເມືອງ ຫາດຊາຍຟອງ ກວາດລ້າງກຸ່ມຂາຍຢາເສບຕິດຂາຍໜ້ອຍຂາຍຫຼາຍຈັບໝົດ

ພັຕ ຄຳຈັນ ວິໄລ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ໃນເດືອນພຶດສະພາ 2022, ມີພົນລະເມືອງແຈ້ງຕໍ່ເຈົ້າໜ້າທີ່ ປກສ ເມືອງວ່າ ມີກຸ່ມຄົນຈຳນວນໜຶ່ງຄ້າຂາຍຢາເສບຕິດຢູ່ບ້ານໂພນປ່າເປົ້າ ເມືອງ ສີສັດຕະນາກ, ເຈົ້າໜ້າທີ່ຈຶ່ງໄດ້ລົງເກັບກຳຂໍ້ມູນເຫັນວ່າແມ່ນຄວາມຈິງ. ວັນທີ 14 ມິຖຸນາ 2022 ເວລາ

ອ່ານເພີ່ມ...

ການຊົດເຊີຍຜົນກະທົບຈາກທາງລົດໄຟ ລາວ-ຈີນ ທີ່ຍັງບໍ່ທັນຖືກແກ້ໄຂຂາດຕົວ ເນື່ອງຈາກຫລາຍສາເຫດ

ໃນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ມິຖຸນາ 2022, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍ ທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສສຊ ໃນຫລາຍບັນຫາ ໂດຍສະເພາະ ບັນຫາກ່ຽວກັບການແກ້ໄຂຊົດເຊີຍຜົນກະທົບຈາກທາງລົດໄຟລາວ-ຈີນ ໂດຍທ່ານ ໄດ້ຊີ້ແຈງວ່າ: ການແກ້ໄຂຊົດເຊີຍໃຫ້ປະຊາຊົນ

ອ່ານເພີ່ມ...

ອາຊຽນ-ອິນເດຍ ຮັດແໜ້ນສາຍພົວພັນການຮ່ວມມື

ອີງຕາມການລາຍງານຂ່າວຈາກ ສໍານັກຂ່າວສານຕ່າງປະເທດ (https://www.trtworld.com) ລາຍງານວ່າ, ​ໃນ​ກອງ​ປະຊຸມ​ວາລະ​ພິ​ເສດ ຄົບຮອບ 30 ​ປີ ຄວາມ​ສຳພັນສະມາຄົມປະຊາ​ຊາດ ເອເຊຍ ຕາ​ເວັນ​ອອກ​ສ່ຽງ​​ໃຕ້ ຫຼື ອາ​ຊຽນ (Special ASEAN-India Foreign Ministers’ Meeting) ທີ່ຈັດຂຶ້ນຢູ່ທີ່ ນິວເດລລີ, ປະເທດ ອິນເດຍ ໃນລະຫວ່າງ​ ວັນ​ທີ

ອ່ານເພີ່ມ...
error: Content is protected !!