ສ.ເກົາຫລີ ໄດ້ຮັບຄວາມເສຍຫາຍ ຈາກພາຍຸຫີນໜາມໝໍ່ຢ່າງໜັກ

ຕາມ​ຂ່າວ​ຈາກ​ ເຊ​ອຸນ, ສ.​ເກົາຫລີ ສັ່ງ​ຍົກຍ້າຍ ປະຊາຊົນ 3,463 ຄົນ ອອກ​ຈາກ ​ພື້ນ​ທີ່ ປະສົບ​ໄພ ສ່ວນ​ໃຫຍ່ ທາງ​ພາກ​ໃຕ້ ​ຂອງ​ປະ​ເທດ ​ເຮັດ​ໃຫ້ ​ຕ້ອງ​ຍົກ​ເລີກ ​ຖ້ຽວ​ບິນ​ ຫລາຍ​ຮ້ອຍ​ຖ້ຽວ, ສັ່ງ​ໂຈະ​ກິດຈະກຳ​ ທາງ​ທຸລະ​ກິດ ຊົ່ວຄາວ ​ແລະ ຢຸດ​ການ​ຮຽນ​ການ​ສອນ​ໃນ​ໂຮງຮຽນ ​ເພື່ອ​ຄວາມ​ປອດ​ໄພ ຈາກ​ນັ້ນ

ອ່ານເພີ່ມ...

ໜີບໍ່ພົ້ນ! ໃຊ້ລົດບັນທຸກ 6 ລໍ້ ຂົນກັນຊາອັດແທ່ງ 1,600 ກິໂລກຼາມ

ເຈົ້າໜ້າທີ່ ພະແນກຕໍາຫຼວດ ປກສ ເມືອງ ທ່າພະບາດ ແຂວງ ບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນຕອນເຊົ້າ ວັນທີ 06 ກັນຍາ 2022 ນີ້, ໄດ້ຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງເປັນປົກກະຕິ ໃນການກວດກາຄວາມເປັນລະບຽບຮຽບຮ້ອຍ ຜ່ານການກວດກາພົບເຫັນ ລົດບັນທຸກ 06 ລໍ້, ຍີ່ຫໍ້ ສະກັດໂຊເວີ ສີ ແດງ

ອ່ານເພີ່ມ...

ກະຊວງ ປກສ ປະຕິບັດນະໂຍບາຍຕໍ່ນາຍຕໍາຫຼວດທີ່ໄດ້ຮັບເຄາະຮ້າຍໃນການ ປະຕິບັດໜ້າທີ່ຢູ່ ເມືອງ ວຽງຄໍາ

ກະຊວງ ປກສ ໄດ້ເອົາໃຈໃສ່ໃນການປະຕິບັດນະໂຍບາຍດ້ານຕ່າງໆຢ່າງສົມດຽດ ຕໍ່ນາຍຕໍາຫຼວດ ທີ່ເສຍຊີວິດ ແລະ ໄດ້ຮັບບາດເຈັບ ໃນລະຫວ່າງການປະຕິບັດໜ້າທີ່ ໃນວັນທີ 1 ກັນຍາ 2022 ຜ່ານມາ ທີ່ໄດ້ລົງແກ້ໄຂເປົ້າໝາຍຊື້-ຂາຍ ຢາເສບຕິດ ຢູ່ບ້ານຫ້ວຍເຈາະ ກຸ່ມສາມສຸມ ເມືອງວຽງຄຳ ແຂວງຫຼວງພະບາງ ຊຶ່ງໃນຄະນະນັ້ນເປົ້າໝາຍໄດ້ມີການແກະລະເບີດ ເຮັດໃຫ້ເຈົ້າໜ້າທີ່ເສຍຊີວິດ 3 ສະຫາຍ ແລະ

ອ່ານເພີ່ມ...

ດ່ານພາສີສາກົນວັງເຕົ່າ ອົບຮົມການນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ

ການຈັດຝຶກອົບຮົມນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ທີ່ດ່ານພາສີສາກົນວັງເຕົ່າ ເມືອງ ໂພນທອງ,ແຂວງ ຈຳປາສັກ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ດ່ານດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ວິເລືອງ ວໍລະບຸດ ຮອງຫົວໜ້າ ພາສີປະຈຳແຂວງຈຳປາສັກ, ມີທ່ານ ແກ້ວອຸດອນ ພາລີຈັນ ຫົວໜ້າດ່ານພາສີສາກົນວັງເຕົ່າ ພ້ອມດ້ວຍເຈົ້າໜ້າທີ່ພາສີພາຍໃນດ່ານເຂົ້າຮ່ວມ. ທ່ານ ວິເລືອງ ວໍລະບຸດ ໄດ້ກ່າວວ່າ: ລະບົບແຈ້ງພາສີຜ່ານປະຕູດຽວໄດ້ຮັບການພັດທະນາມາໃນໄລຍະໜຶ່ງແລ້ວ. ຮອດປັດຈຸບັນໄດ້ສໍາເລັດການສ້າງລະບົບໂດຍພື້ນຖານ ແລະ

ອ່ານເພີ່ມ...

ອັອສເຕຣເລຍ ມອບເຄື່ອງຟອກໝາກໄຂ່ຫລັງ ໃຫ້ ລາວ

ວັນທີ 1 ກັນຍາ 2022 ທີ່ນະຄອນຫລວງ ວຽງຈັນ, ທ່ານ ແດນ ເຮວເດິນ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳສປປ ລາວ ແລະ ທ່ານນາງ ໂລຢິງຣູ ແຈັກເກີລີນ ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ມອບເຄື່ອງຟອກໝາກໄຂ່ຫລັງ ຈຳນວນ 4 ໜ່ວຍ, ມຸນຄ່າ 1 ຕື້ກີບ

ອ່ານເພີ່ມ...

ວິນເນີຣ ຫຼວງພະບາງ (winner LPB) ຄອງແຊັມຂັນຊະນະເລີດດອກປີກໄກ່ ຊີງຂັນປະທານສະພາແຫ່ງຊາດ

ການແຂ່ງຂັນກິລາດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 21 ຊີງຂັນທ່ານປະທານສະພາແຫ່ງຊາດ ປະຈຳປີ 2022 ປິດສາກລົງຢ່າງເປັນທາງການ ໃນວັນທີ 4 ກັນຍາ 2022 ນີ້ ຢູ່ສະໂມສອນ ດອກປີກໄກ່ ເສດຖາ ນະຄອນຫຼວງ ວຽງຈັນ, ໂດຍສະໂມສອນດອກປີກໄກ່ ວິນເນີ ຫຼວງພະບາງ (winner LPB) ສ້າງຜົນງານໄດ້ຢ່າງໂດນເດັ່ນ

ອ່ານເພີ່ມ...

ເມືອງ ປາກລາຍ ກຽມຈັດບຸນຊ່ວງເຮືອປະຈຳປີ ພສ 2565

ເມືອງ ປາກລາຍ ແຂວງ ໄຊຍະບູລີ ອອກແຈ້ງຂ່າວບຸນ ອອກພັນສາປະວໍຣະນາ (ບຸນຊ່ວງເຮືອ ປະຈຳປີ ພສ 2565) ທີ່ເມືອງ ປາກລາຍ ໃນວັນທີ 10-11 ຕຸລາ 2022 ເຊິ່ງເມືອງປາກລາຍເປັນເມືອງທີ່ມີຮິດຄອງ ແລະ ມີປະຫວັດສາດ ທີ່ມີການຈັດບຸນອອກພັນສາ ບຸນຊ່ວງເຮືອທີ່ຍິ່ງໃຫຍ່ ເປັນເອກະລັກທີ່ໂດດເດັ່ນອີກເມືອງຫນຶ່ງໃນລາວ. ຮູບພາບຈາກເພຈ :

ອ່ານເພີ່ມ...

ມົ້ວສຸມດື່ມນໍ້າກະທ້ອມ ຖືກເຈົ້າໜ້າທີ່ກັກຕົວ ພ້ອມສຶກສາອົບຮົມ

ເຈົ້າໜ້າທີ່ ປກສ ນະຄອນ ປາກເຊ ແຂວງ ຈໍາປາສັກ ໃຫ້ການສຶກສາອົບຮົມກຸ່ມໄວລຸ້ນຈໍານວນ 7 ຄົນ ທີ່ຖືກກັກໂຕເນື່ອງຈາກມີການພົວພັນກັບການຄ້າ-ຂາຍ ແລະ ມົ້ວສຸມດື່ມນໍ້າໃບກະທ້ອມ. ການສຶກສາອົບຮົມມີຂຶ້ນໃນວັນທີ 5 ກັນຍາ 2022 ຢູ່ທີ່ກອງບັນຊາການ ປກສ ນະຄອນປາກເຊ, ໂດຍເຈົ້າໜ້າທີ່ ປກສ ໃຫ້ຮູ້ວ່າ: ຄະດີຄ້າ-ຂາຍ ນໍ້າກະທ້ອມທີ່ປຸງແຕ່ງແລ້ວ

ອ່ານເພີ່ມ...

ເກີດ​ມີ​ນໍ້າຍື່ງຖ້ວມ ເຂດບ້ານນາພຶງ ເມືອງເຟືອງ ແຂວງວຽງຈັນ ອີກຮອບ!

ວັນທີ 5 ກັນຍາ 2022 ນີ້​ມີລາຍງານວ່າເກີດ​ມີ​ນໍ້າຍື່ງຖ້ວມ ເຂດບ້ານ ນາພຶງ, ເມືອງ ເຟືອງ, ແຂວງ ວຽງຈັນ ອີກຮອບ​ໜຶ່ງ​ ພາຍຫລັງມີຝົນຕົກຕໍ່ເນື່ອງກັນຄືນນີ້. ພາບຈາກ FB: ລຽນ ໂຮມສໍາພັນ

ອ່ານເພີ່ມ...

ປກສ ແຂວງ ວຽງຈັນ ປະກາດຫາເຈົ້າຂອງລົດຈັກທີ່ຖືກລັກ ໃຫ້ນໍາເອກະສານມາຢັ້ງຢືນ ເພື່ອຮັບລົດຄືນ

ກອງບັນຊາການ ປກສ ແຂວງ ວຽງຈັນ ຂໍແຈ້ງມາຍັງພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ ຕະຫຼອດຮອດພໍ່-ແມ່ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຊາບວ່າ: ໃນຄັ້ງວັນທີ17 ສີງຫາ 2022 ເຈົ້າ ຫນ້າທີ່ ວິຊາສະເພາະ ປກສ ແຂວງ ວຽງຈັນ ໄດ້ກັກລົດຈັກ ຈໍານວນ 06

ອ່ານເພີ່ມ...
error: Content is protected !!