ວັນທີ 01 ກັນຍາ 2023 ສານປະຊາຊົນຂັ້ນຕົ້ນແຂວງ ອຸດົມໄຊ ໄດ້ຄົ້ນຄວ້າພິຈາລະນາລົງໂທດຕັດອິດສາລະພາບ 04 ຈໍາເລີຍ ຊື່ ທ້າວ ຟົງວາ ອາຍຸ 35 ປີ, ສັນຊາດລາວ ອາຊີບ ປະຊາຊົນ, ຢູ່ບ້ານ ສາລາ ເມືອງ ຫ້ວຍຊາຍ, ແຂວງບໍ່ແກ້ວ(ຈໍາເລີຍ1), ຖືກກັກຕົວ
ບ້ານເມືອງ
ຄຶກຄື້ນຫຼາຍ! ງານໂລະລາດປີນີ້ທີ່ນະຄອນ ຫຼວງພະບາງ.
ຕອນເຊົ້າ ວັນທີ 13 ກັນຍາ 2023 ນີ້, ທີ່ເສັ້ນທາງກາງເມືອງ ນະຄອນ ຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2566 ຄສ 2023 ໃຫ້ກຽດເຂົ້າຮ່ວມງານດັ່ງກ່າວ ມີ ທ່ານ ສົມສະຫວາດ ເລັ່ງສະຫວັດ
ທໍາລາຍໜັງຄວາຍ ແລະ ສິ້ນສ່ວນໝູ 4.405 ກິໂລ ມູນຄ່າ 75 ລ້ານກວ່າກີບ
ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າ ປະເພດໜັງຄວາຍ ແລະ ສິ້ນສ່ວນໝູ ທີ່ລັກລອບຜະລິດ, ນໍາເຂົ້າ ແລະ ຈໍາໜ່າຍ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ນໍ້າໜັກ 4.405 ກິໂລ ມູນຄ່າ 75.800.000 ກີບ ໃນວັນທີ 9 ກັນຍາ 2023 ຢູ່ສະໜາມບໍາບັດຂີ້ເຫຍື້ອ. ສໍາລັບສິ້ນສ່ວນໝູ
ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ມີມາດຕະການເດັດຂາດຕໍ່ກັບປ້າຍໂຄສະນາ.
ເລີ່ມແຕ່ຕົ້ນເດືອນສິງຫາ 2023 ຮອດປັດຈຸບັນ, ໜ່ວຍງານກວດກາ-ຄຸ້ມຄອງປ້າຍຂອງສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳຮ່ວມກັບ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ໄດ້ພ້ອມກັນເອົາໃຈໃສ່ລົງກວດກາບັນດາປ້າຍທີ່ບໍ່ຖືກຕ້ອງຂອງຜູ້ປະກອບການດຳເນີນທຸລະກິດຕ່າງໆພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ທັງໝົດ 91 ປ້າຍ, ໃນນີ້ມີປ້າຍທີ່ຖືກຕ້ອງຕາມລະບຽບກົດໝາຍ 7 ປ້າຍ, ສ່ວນປ້າຍທີ່ບໍ່ຖືກຕ້ອງຕາມລະບຽບການເຊັ່ນ: ຂະໜາດຕົວໜັງສື, ສະຫຼະພະຍັນຊະນະ, ປ້າຍບໍ່ມີພາສາລາວ, ປ້າຍພິມເປັນພາສາໄທ ແລະ ປ້າຍເນື້ອໃນບໍ່ສອດຄ່ອງກັບໃບທະບຽນວິສາຫະກິດລວມມີ 85 ປ້າຍ. ປັດຈຸບັນໄດ້ມີຜູ້ປະກອບການຈຳນວນໜຶ່ງທີ່ໄດ້ໃຫ້ການຮ່ວມມືເຂົ້າມາພົວພັນປະກອບເອກະສານຕັ້ງປ້າຍຂອງຕົນໃຫ້ຖືກຕ້ອງລວມ 15 ປ້າຍ.
ນາຍົກລັດຖະມົນຕີ ເດີນທາງເຖິງ ສ. ອິນໂດເນເຊຍ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43.
ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນ ທາງເຖິງສະຫນາມບິນສາກົນ ໂຊກາໂນ ຮັດຕະ (Soekarno Hatta), ນະຄອນ ຫຼວງ ຈາກາກຕາ, ສາທາລະນະລັດ ອິນໂດເນເຊຍ ໃນວັນທີ 4 ກັນຍາ 2023,
ຊີ້ແຈງ ກໍລະນີການຫ້າມການຜະລິດແປຮູບໜໍ່ໄມ້ ການເກັບຊື້-ຂາຍໜໍ່ໄມ້ແຫ້ງຢູ່ພາຍໃນເມືອງແອດ
ຈາກກໍລະນີທີ່ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງແອດ ແຂວງຫົວພັນ ໄດ້ອອກແຈ້ງການ, ສະບັບ ເລກທີ 663 ຫກປມ, ລົງວັນທີ 23 ສິງຫາ 2023 ກ່ຽວກັບການຫ້າມການຜະລິດແປຮູບໜໍ່ໄມ້, ການເກັບຊື້-ຂາຍໜໍ່ໄມ້ແຫ້ງຢູ່ພາຍໃນເມືອງແອດ ເຮັດໃຫ້ສັງຄົມມີຄວາມສົນໃຈ ແລະ ເກີດການວິພາກວິຈານຫຼາຍພໍສົມຄວນ. ຕໍ່ບັນຫານີ້, ທ່ານ ທອງສຸກ ສົມພາວັນ, ເຈົ້າເມືອງ
ສົກຮຽນໃໝ່ 2023-2024 ສືບຕໍ່ກ້າວສູ່ຄຸນນະພາບໃໝ່
ສົກຮຽນໃໝ່ ປີ 2023-2024 ໄດ້ໄຂຂຶ້ນໃນມື້ນີ້ ດ້ວຍບັນຍາກາດອັນຟົດຟື້ນມ່ວນຊື່ນໃນຂອບເຂດທົ່ວປະເທດ. ເມື່ອເວົ້າເຖິງການພັດທະນາປະເທດຊາດ, ຍາມໃດພັກ-ລັດຖະບານ ເຮົາກໍ່ໄດ້ຖືເອົາການພັດທະນາ ຊັບພະຍາກອນມະນຸດ ເປັນວຽກງານສໍາຄັນ, ໄດ້ ເອົາໃຈໃສ່ເປັນພິເສດ ຕໍ່ການສ້າງເງື່ອນໄຂ ແລະ ໂອກາດທີ່ເທົ່າທຽມກັນ ໃຫ້ແກ່ທຸກຄົນໄດ້ເຂົ້າເຖິງການສຶກສາ, ປັບປຸງ ແລະ ຍົກຄຸນນະພາບ ຂອງການຮຽນການສອນ ແລະ ພັດທະນາຊັບພະຍາກອນມະນຸດຂອງຊາດ ໃຫ້ມີຄວາມຮູ້ຄວາມສາມາດ ຕອບສະໜອງ ໄດ້
ຈູດທໍາລາຍອຸປະກອນຫຼິ້ນການພະນັນ
ໃນວັນທີ 28 ກໍລະກົດ 2023, ເຈົ້າໜ້າທີ່ກົມຕໍາຫຼວດສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ລົງມ້າງເປົ້າໝາຍມີການບໍລິການຫຼິ້ນການພະນັນ 4 ຈຸດຢູ່ຂອບເຂດເທດສະ ບານເມືອງໄຊ ແຂວງອຸດົມໄຊ. ໃນນີ້, ຢູ່ຫົວໜ່ວຍທຸລະກິດໂຮງແຮມ 3 ຈຸດ ສາມາດກັກຕົວເປົ້າໝາຍມີສ່ວນກ່ຽວຂ້ອງໃຫ້ການບໍລິການຫຼິ້ນການພະນັນ (ຕູ້ເກມໄຟຟ້າ) ໄດ້ຈໍານວນ 5 ຄົນ ພ້ອມທັງຢຶດຂອງກາງອຸປະກອນການພະນັນອີກຫຼາຍປະເພດ.
3 ປະເທດຫຼັກໆທີ່ແຮງງານລາວອອກໄປເຮັດວຽກໄລຍະ 2ປີ ຜ່ານມາ
ນັບຕັ້ງແຕ່ປີ 2021 ຫາ ເຄິ່ງປີ 2023 ຫຼື ປະມານ 2 ປີເຄິ່ງ ທີ່ຜ່ານມາ ແຮງງານລາວໄປເຮັດວຽກ ຢູ່ຕ່າງປະເທດເກືອບ 1 ເເສນຄົນ ໂດຍ 3 ປະເທດຫຼັກ ທີ່ແຮງງານໄປອອກແຮງງານ ໄດ້ແກ່ ໄທ, ສ.ເກົາຫຼີ ແລະ ຍີ່ປຸ່ນ ຕະຫຼອດໄລຍະ
ກຽມເປີດບໍລິການສາຍສະໜາມບິນວັດໄຕໃນໄວໆນີ້
ການບໍລິການລົດຮັບ-ສົ່ງ ທີ່ສະໜາມບິນວັດໄຕນະຄອນຫຼວງວຽງຈັນ ໄດ້ຢຸດໃຫ້ບໍລິການໃນເດືອນມີນາ 2020 ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ຄາດວ່າຈະເປີດບໍລິການຄືນໃໝ່ໃນວັນທີ 23 ສິງຫານີ້ ຫຼັງຈາກໄດ້ຢຸດໃຫ້ບໍລິການເປັນເວລາ 3 ປີ. ໃນວັນທີ 12 ສິງຫາ 2023 ອີງຕາມການແຈ້ງການຈາກເຟສບຸກ ລົດເມນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ: ການບໍລິການລົດເມຮັບ-ສົ່ງ ສະໜາມບິນວັດໄຕ ໂດຍເຊື່ອມຕໍ່ລະຫວ່າງຄິວລົດເມຕະຫຼາດເຊົ້າ ຫາ ສະໜາມບິນສາກົນວັດໄຕ ມີກຳນົດຈະເປີດໃຫ້ບໍລິການຄືນ ໃນວັນທີ 23










