ເພື່ອຈະເປັນການບໍ່ເສຍເວລາເລາະຫາປໍ້ານໍ້າມັນ ທ່ານໃດທີ່ຕ້ອງການຮູ້ວ່າປໍ້າໃດແນ່ທີ່ຍັງເປີດໃຫ້ບໍລິການຢູ່ສາມາດເບິ່ງໄດ້ທີ່ລິ້ງດ້ານລຸ່ມນີ້: https://gas.mts.la ທີ່ມາ: ແຜນທີ່ຈາກ Loca
ບ້ານເມືອງ
ແມ່ນແທ້ບໍ? ປໍ້ານໍ້າມັນແຖວ ສີ່ແຍກທາດຫຼວງ ຕ້ອງຊື້ເຄື່ອງດື່ມຄົບ 100,000 ກີບ ໃນອາເມຊອນ ຈຶ່ງໃຫ້ເຕີມນໍ້າມັນ
ຈາກສະຖານະການວິກິດນໍ້າມັນ ປໍ້ານ້ຳມັນຫຼາຍໆແຫ່ງໃນນະຄອນຫຼວງວຽງຈັນ ໄດ້ປິດຊົ່ວຄາວ ເຮັດໃຫ້ປະຊາຊົນ ມີຄວາມລໍາບາກ ໃນການຊອກເຕີມນ້ຳມັນ ອາດເປັນໂອກາດໃຫ້ບາງຄົນສວຍໃຊ້ໂອກາດໄປໃນທາງທີ່ຜິດ ເຊິ່ງຫຼ້າສຸດໄດ້ມີ ຜູ້ໃຊ້ເຟສບຸກຊື່ Fong Clpn ໄດ້ອອກມາໂພສຮູບ ປ້ໍານ້ຳມັນ ປຕທ ສາຂາ ສີ່ແຍກທາດຫຼວງ ໂດຍມີເນື້ອຫາວ່າ ລູກຄ້າຕ້ອງໄດ້ຊື້ສິນຄ້າພາຍໃນຮ້ານອາເມຊອນ, ໃນຮູບພາບດັ່ງກ່າວມີຂໍ້ຄວາມທີ່ວ່າ “ຊື້ເຄື່ອງດື່ມອາເມຊອນໜຶ່ງແສນກີບ ສາມາດເຕີມໄດ້ 100,000 ກີບ ສຳລັບລົດໃຫຍ່
ສ.ອາເມຣິກາ-ອາຊຽນ ຈະປຶກສາຫາລືຫລາຍບັນຫາສຳຄັນໃນພາກພື້ນ
ອີງຕາມຂ່າວຈາກ VOVWORLD, ກອງປະຊຸມສຸດຍອດພິເສດ ສ.ອາເມຣິກາ-ອາຊຽນ ແມ່ນໂອກາດ ເພື່ອໃຫ້ ສ.ອາເມຣິກາ ປັບປຸງການພົວພັນຄູ່ຮ່ວມມືກັບ ບັນດາປະເທດໃນພາກພື້ນ. ບັນດາຫົວຂໍ້ທີ່ຈະປຶກສາຫາລືໃນກອງປະຊຸມປະກອບມີ: ການແຜ່ລະບາດຂອງ COVID-19, ຄວາມປອດໄພ ດ້ານສຸຂະພາບຂອງໂລກ, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ ໂດຍກອງປະຊຸມ ຄັ້ງນີ້ ຈະຈັດຂຶ້ນຢູ່ ນະຄອນຫລວງ ວໍຊິງຕັນ ໃນວັນທີ 12 ຫາວັນທີ
ຄຶກຄື້ນເປັນພິເສດ ບຸນບັ້ງໄຟ ທາງພາກໃຕ້
ບຸນບັ້ງໄຟ ແມ່ນປະເພນີທີ່ສຳຄັນ ເຊິ່ງໄດ້ສືບທອດຕໍ່ກັນມາແຕ່ບູຮານນະການ ທີ່ຫຼາຍເຂດບ້ານ ຍັງຮັກສາ ແລະ ປະຕິບັດຈັດບຸນດັ່ງກ່າວໃນແຕ່ລະປີ. ເຊິ່ງມື້ນີ້ິ້ຈະພາທຸກຄົນມາເບິ່ງພາບບັນຍາກາດຂອງບຸນປັ້ງໄຟທາງພາກໃຕ້ ບອກເລີຍວ່າ ເຕັມທີ່ສຸດໆ. ນີ້ຄືບຸນບັ້ງໄຟບ້ານ ຫ້ວຍຍາງ, ເມືອງ ຊະນະສົມບູນ, ແຂວງ ຈຳປາສັກ ບອກໄດ້ເລີຍວ່າ ຄຶກຄື້ນ ອີຫຼີ! ຮູບພາບ: ຜະລິດຕະພັນລາວ LaoProducts
ຈຸດຂາຍປີ້ ຫຼວງພະບາງ ສາມາດຮັບຈອງປີ້ລົດໄຟລ່ວງໜ້າໄດ້ແລ້ວ
ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານໃນການຊື້ປີ້ ແລະ ຂະຫຍາຍການບໍລິການ ໃນການຊື້ປີ້ລົດໄຟ ໃຫ້ຫຼາກຫຼາຍຂຶ້ນ, ຈຸດຂາຍປີ້ລົດໄຟ ຫຼວງພະບາງ ໄດ້ເປີດໃຫ້ບໍລິການຈອງປີ້ລົດໄຟ ໂດຍເລີ່ມແຕ່ວັນອັງຄານທີ 10 ພຶດສະພາ ເປັນຕົ້ນໄປ. ລາຍລະອຽດຄືດັ່ງນີ້: 1. ລາຍລະອຽດການຈອງປີ້ລົດໄຟ 1).ຈຸດຂາຍປີ້ ຫຼວງພະບາງ ແມ່ນສາມາດຈອງປີ້ພາຍໃນ 4-7 ວັນກ່ອນການອອກເດີນທາງ (ສຳລັບລົດໄຟທີ່ອອກເດີນທາງຈາກ ສະຖານີ ຫຼວງພະບາງ ຂອງລົດໄຟແຕ່ລະຖ້ຽວ).
ສະມາຄົມນໍ້າມັນເຊື້ອໄຟ ລາວ ສະເໜີ 3 ບັນຫາຕໍ່ລັດຖະບານ
ທ່ານ ສີສັງຄົມ ໂຄດໂຍທາ ປະທານສະມາຄົມນ້ໍາມັນເຊື້ອໄຟລາວ ແລະ ອາຍແກັສລາວ (ສນກ) ໄດ້ຜ່ານບົດສະຫຼຸບຂອງ ສະມາຄົມປີ 2021 ແລະ ທິດທາງແຜນການປີ 2022 ໃນກອງປະຊຸມ ສນກ ປະຈໍາປີ 2022 ວັນທີ 10 ພຶດສະພາ ມີບາງຕອນ ໄດ້ສະເຫນີຂໍ້ຄິດເຫັນຕໍ່ພາກລັດ 3 ບັນຫາຄື:
ນາຍົກລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະຫະລັດ ອາເມຣິກາ ທີ່ ວໍຊິງຕັນ
ໃນຕອນຄໍ່າ ວັນທີ 10 ພຶດສະພາ ທີ່ຜ່ານມາ, ທີ່ສະໜາມບິນສາກົນວັດໄຕ, ທ່ານ ນາງ ຈອຍ ຊາກຸໄຣ, ຮອງເອກອັກຄະລັດຖະທູດ ສະຖານທູດສະຫະລັດ ອາເມຣິກາ ປະຈຳນະຄອນຫຼວງ ວຽງຈັນ ໄດ້ຮ່ວມອວຍພອນພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຈາກ ສປປ ລາວ ໃຫ້ເດີນທາງຢ່າງສະຫວັດດີພາບ
ອັບເດດ ຕົວເລກ ຜູ້ຕິດເຊື້ອໃໝ່ ປະຈຳວັນທີ 11 ພຶດສະພາ 2022
11 ພຶດສະພາ 2022 ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 167 ຄົນ, ໃນນັ້ນຕິດເຊື້ອ ພາຍໃນ 161 ຄົນ ແລະ ຕິດເຊື້ອ ນຳເຂົ້າ 6 ຄົນ ເຊິ່ງລາຍລະອຽດມີດັ່ງນີ້: ແຂວງທີ່ຕິດເຊື້ອ ພາຍໃນ ນຳເຂົ້າ ນະຄອນລວງວຽງຈັນ 72 2 ຄຳມ່ວນ 2
ນາຍົກ ສີລັງກາ ລາອອກຈາກຕຳແໜ່ງ ເນື່ອງຈາກເປັນທາງອອກທີ່ດີສຸດ ໃນການຫລຸດຜ່ອນຄວາມຮຸນແຮງຂອງວິກິດການທີ່ເກີດຂຶ້ນ
ສຳນັກຂ່າວ ຣອຍເຕີ ລາຍງານ, ວັນທີ 9 ພຶດສະພາ ນີ້ວ່າ ທຳນຽບ ລັດຖະບານ ສີລັງກາ ອອກຖະແຫລງ ການວ່າ:ທ່ານ ມາຫິນທາ ຣາຈາປັດຊາ (Mahinda Rajapaksa), ລາອອກຈາກ ຕໍາແໜ່ງ ນາຍົກ ລັດຖະມົນຕີ ສີລັງກາ ເນື່ອງຈາກ ເປັນທາງອອກທີ່ດີສຸດ ໃນການຫລຸດຜ່ອນຄວາມຮຸນແຮງຂອງວິກິດການທີ່ເກີດຂຶ້ນ
ມື້ທໍາອິດ ເປີດດ່ານສາກົນຂົວມິດຕະພາບ 1 ມີຜູ້ເດີນທາງ ເຂົ້າ-ອອກ ນະຄອນຫລວງ ວຽງຈັນ ເກືອບ 400ຄົນ
ກົມຕໍາຫລວດກວດຄົນ ເຂົ້າ-ອອກ ເມືອງ ກະຊວງປ້ອງກັນຄວາມສະຫງົບ ມີຄວາມພ້ອມຮ້ອຍສ່ວນຮ້ອຍໃນການຕ້ອນຮັບຜູ້ຄົນທັງພາຍໃນເເລະຕ່າງປະເທດທີ່ຈະເດີນທາງຜ່ານ ເຂົ້າ-ອອກ ຜ່ານດ່ານສາກົນເເຫ່ງຕ່າງໆໃນຂອບເຂດທົ່ວປະເທດ ພາຍຫລັງທີ່ລັດຖະບານອະນຸຍາດໃຫ້ເປີດດ່ານສາກົນທຸກແຫ່ງນັບເເຕ່ ວັນທີ 9 ພຶດສະພາ ເປັນຕົ້ນໄປ ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ19.ພັນເອກ ສາຍສະຫມີງ ສີວິໄລ ຫົວຫນ້າກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ ກະຊວງປ້ອງກັນຄວາມສະຫງົບໃຫ້ສໍາພາດ ຕອນແລງໃນ ວັນທີ 9 ພຶດສະພາ 2022 ນີ້ວ່າ:










