ສະຖານີລົດໄຟ ນາໝໍ້ ຈະເລີ່ມໃຫ້ ບໍລິການຜູ້ໂດຍສານ ຕັ້ງແຕ່ວັນທີ 1 ມີຖຸນາເປັນຕົ້ນໄປ

ສະຖານີ ນາໝໍ້ ໃກ້ຈະດຳເນີນທຸລະກຳຂົນສົ່ງຜູ້ໂດຍສານ ເລີ່ມແຕ່ ວັນທີ 1 ມີຖຸນາ ເປັນຕົ້ນໄປ ຊຶ່ງປັດຈຸບັນຈະມີລົດໄຟທຳມະດາຖ້ຽວ K12/1 ລົງຈອດຢູ່ສະຖານີດັ່ງກ່າວ. / ຜູ້ໂດຍສານທີ່ມີຄວາມຕ້ອງການເດີນທາງໄປ ນາໝໍ້ ແຂວງ ອຸດົມໄຊ ແມ່ນສາມາດເລີ່ມຊື້ປີ້ລົດໄຟໄດ້ແລ້ວ.

ອ່ານເພີ່ມ...

ຈະມີການປັບປ່ຽນຄ່າປີ້ລົດໄຟ ລາວ-ຈີນ ທຸກໆສະຖານີ

ວັນທີ 30 ພຶດສະພາ 2022 ນີ້, ທາງເພຈ ບໍລິການຊື້ປີ້ລົດໄຟ ໄດ້ອອກແຈ້ງການເຖິງຜູ້ໂດຍສານວ່າ: ຈະມີການປັບປ່ຽນຄ່າປີ້ລົດໄຟ ລາວ-ຈີນ ທຸກໆສະຖານີ,​ ໂດຍອີງຕາມອັດຕາແລກປ່ຽນ 2200 ກີບ/1ຢວນ, ເຊິ່ງຈະເລີ່ມແຕ່ວັນທີ 01 ມິຖຸນາ 2022 ເປັນຕົ້ນໄປ ແລະ ຍັງໄດ້ແຈ້ງເພີ່ມອີກວ່າ: ຖ້າມີການປ່ຽນແປງຈະແຈ້ງໃຫ້ທ່ານຊາບອີກຄັ້ງ.​

ອ່ານເພີ່ມ...

ປີນີ້ ທົ່ວປະເທດມີແຜນປູກໄມ້ ໃນເນື້ອທີ່ 37, 200 ເຮັກຕາ

ໃນປີ 2022 ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງຖິ່ນ ໃຫ້ເປັນຂະ ບວນຟົດຟື້ນ ໂດຍມີແຜນການ ຄື: ເກັບແກ່ນ 20,000 ກິໂລກຣາມ, ກ້າເບ້ຍ 34 ລ້ານກວ່າເບ້ຍ ແລະ ປູກໄມ້ 37,200

ອ່ານເພີ່ມ...

ນາຍົກລັດຖະມົນຕີ ຊີ້ນຳວຽກງານ ແຂວງ ຈຳປາສັກ

ຕອນບ່າຍ ວັນທີ 28 ພຶດສະພາ 2022, ພາຍຫລັງສໍາເລັດການຊີ້ນໍາ ແລະ ຊຸກຍູ້ວຽກງານ ແຂວງ ອັດຕະປື, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ການນຳຫລັກແຫລ່ງ ແຂວງຈຳປາສັກ ໂດຍການນຳພາຄະນະໃຫ້ຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມຂອງທ່ານ ວິໄລວົງ ບຸດດາຄຳ

ອ່ານເພີ່ມ...

ຜົນສໍາເລັດ ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XI

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ໄດ້ໄຂຂຶ້ນ ໃນວັນທີ 18 ພຶດສະພາ ແລະ ປິດລົງ ໃນວັນທີ 26 ພຶດສະພາ 2022 ທີ່ສໍານັກງານສູນກາງພັກ ນະຄອນຫລວງ ວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ອ່ານເພີ່ມ...

ສ.ເກົາຫຼີ ມີຄວາມຕ້ອງແຮງງານ ລາວ ໃນແຕ່ລະປີຫຼາຍກວ່າ 1,500 ຄົນ

ອີງຕາມແຈ້ງການຂອງກະຊວງການຈ້າງງານ ແລະ ແຮງງານຂອງ ສ.ເກົາຫຼີ, ຊຶ່ງເປັນໂອກາດດີໃຫ້ແກ່ແຮງງານລາວທີ່ຕ້ອງການໄປເຮັດວຽກຢູ່ ສ.ເກົາຫຼີ, ສຳລັບປີ 2022 ມີຄວາມຕ້ອງການແຮງງານ ລາວ ໃນລະບົບໄລຍະຍາວ 3-5 ປີ (EPS) ຈຳນວນ 500-1,000 ຄົນຕ່ໍປີ ແລະ ລະບົບໄລຍະສັ້ນ 3-6 ເດືອນ (SW) ມີຄວາມຕ້ອງການໃນແຕ່ລະເດືອນຫຼາຍກວ່າ 1,000

ອ່ານເພີ່ມ...

ປະຊາຊົນ ບ້ານ ບວມອໍ້ ເມືອງ ຊຽງເງິນ ພໍໃຈກັບບ່ອນຢູ່ໃໝ່ທີ່ໂຄງການລົດໄຟລາວ-ຈີນ ຈັດສັນໃຫ້

ປະຊາຊົນ ບ້ານ ບວມອໍ້, ເມືອງ ຊຽງເງິນ, ແຂວງ ຫລວງພະບາງ ຫລາຍກວ່າ 430 ຄົນ, ມີຄວາມເພິ່ງພໍໃຈຕໍ່ທີ່ຢູ່ຖາ ວອນໃໝ່ທີ່ໂຄງການລົດໄຟ ລາວ-ຈີນ ຈັດສັນໃຫ້ ພາຍຫລັງທີ່ໄດ້ເຂົ້າອາໃສຢູ່ນັບແຕ່ທ້າຍປີ 2021 ເປັນຕົ້ນມາ. ທ່ານ ຊຽງຮັກ ທໍາມະວົງ, ຮອງນາຍບ້ານບວມອໍ້ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 25

ອ່ານເພີ່ມ...

ວັນປູກຕົ້ນໄມ້ແຫ່ງຊາດປີນີ້ ນະຄອນຫລວງ ວຽງຈັນ ວາງແຜນປູກຕົ້ນໄມ້ໃຫ້ໄດ້ 400 ກວ່າເຮັກຕາ

ປີນີ້ ນະຄອນຫລວງ ວຽງຈັນ ວາງແຜນປູກຕົ້ນໄມ້ໃຫ້ໄດ້ໃນເນື້ອທີ່ 400 ກວ່າເຮັກຕາ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ໂດຍເນັ້ນໜັກໃສ່ປະເພດໄມ້ປະດັບ ແລະ ໄມ້ເສດຖະກິດທີ່ຕະຫລາດມີຄວາມຕ້ອງການສູງ. ທ່ານ ສີເມືອງ ສຸດທິວົງນໍລາດ, ຫົວໜ້າຂະແໜງປ່າໄມ້ ພະແນກກະສິກໍາ ແລະປ່າໄມ້ນະຄອນຫລວງ ວຽງຈັນ ໃຫ້ສໍາພາດວ່າ: ໃນຈໍານວນເນື້ອທີ່ 400 ເຮັກຕາ

ອ່ານເພີ່ມ...

ອຸບັດເຫດລົດໃຫຍ່ຕໍາລົດໃຫຍ່ ສີ່ແຍກໂຮງໝໍມະໂຫສົດ

ທ່ານ ພັນໂທ ບຸນແອັດ ສຸບົວຈັນ ຮອງພະແນກຕໍາຫລວດຊີ້ນໍາ ຈະລາຈອນ ເມືອງ ສີສັດຕະນາກ ໄດ້ໃຫ້ຂໍ້ມູນ ເບື້ອງຕົ້ນກ່ຽວກັບອຸບັດເຫດລົດໃຫຍ່ຕໍາລົດໃຫຍ່ ຢູ່ສີ່ແຍກໂຮງຫມໍມະໂຫສົດ ນີ້ວ່າ: ເມື່ອເວລາປະມານ 23:40 ໂມງ ຂອງວັນທີ 24 ພຶດສະພາ 2022 ມີເຫດລົດໃຫຍ່ຕໍາລົດໃຫຍ່ຢູ່ສີ່ແຍກໂຮງຫມໍມະໂຫສົດ ເມື່ອເຈົ້າຫນ້າທີ່ລົງ ໄປກວດກາ ເປັນລົດຟໍຈູນເນີທີ່ມຸ່ງຫນ້າມາແຕ່ເສັ້ນທາງໂຮງແຮມດອນຈັນພາເລດ ພໍມາຮອດສີ່ແຍກໂຮງໝໍມະໂຫສົດ

ອ່ານເພີ່ມ...

ເຈົ້າໜ້າທີ່ ລົງກວດກາຜູ້ປະກອບການຂາຍນ້ຳມັນໃສ່ກະຕຸກໂດຍບໍ່ໄດ້ຮັບອະນຸຍາດ ຢູ່ໃນເມືອງ ໂພນໂຮງ

ໃນວັນທີ 23 ພຶດສະພາ 2022 ນີ້ ຫ້ອງການອຸດສາຫະກຳ-ການຄ້າ ເມືອງ ໂພນໂຮງ ນຳໂດຍ ທ່ານ ຈຳປາ ທອງ ແກ້ວິຈິດ ກຳມະການພັກເມືອງ ຫົວໜ້າ ຫ້ອງການອຸດສາຫະກຳ-ການຄ້າເມືອງ ໂດຍສົມທົບ ພາກສ່ວນກ່ຽວຂ້ອງຂອງເມືອງໄດ້ລົງຕິດຕາມ ກວດກາ ແລະ ສຶກສາອົບຮົມ ຜູ້ປະກອບການ ຂາຍນ້ຳມັນໃສ່ກະຕຸກ ທີ່ຈຳໜ່າຍຢູ່ແຄມທາງ

ອ່ານເພີ່ມ...
error: Content is protected !!