ໃນວັນທີ 24 ພຶດສະພາ 2022 ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງ ໄຊເສດຖາ ແຂວງ ອັດຕະປື ໄດ້ລົງກວດກາບັນດາປໍ້ານໍ້າມັນ ທີ່ຂາຍເກີນລາຄາ ພ້ອມທັງປັບໃຫມ ແລະ ສັ່ງໃຫ້ຢຸດຂາຍຊົ່ວຄາວ. ເຈົ້າຫນ້າທີ່ ເປີດເຜີຍວ່າ: ໄດ້ລົງກວດກາ ແລະ ຮັບແຈ້ງຈາກຜູ້ບໍລິໂພກ ວ່າ ຍັງມີປໍ້ານໍ້າມັນຈຳນວນຫນຶ່ງ ທີ່ລັກຂາຍນໍ້າມັນເກີນລາຄາ,
ບ້ານເມືອງ
ຄົນຂົນຢາເສບຕິດ ຖິ້ມລົດ ຖີ້ມຢາ ໜີເຂົ້າປ່າ
ຜູ້ຄ້າຂາຍ ແລະ ຂົນສົ່ງຢາເສບຕິດ ຖິ້ມລົດພ້ອມຢາໄອສ໌ 40 ຫໍ່ ແລະ ຢາບ້າ ໄວ້ໃຫ້ເຈົ້າຫນ້າທີ່ ສ່ວນຜູ້ຄ້າຂາຍຫລົບຫນີເຂົ້າປ່າ. ໃນວັນທີ 21 ພຶດສະພາ 2022 ເຈົ້າຫນ້າທີ່ ປກສ ແຂວງ ຫົວພັນ ໄດ້ຕັ້ງຈຸດກວດກາຕາມເສັ້ນທາງວຽງຈັນ-ຊຳເຫນືອ, ໃນຂະນະນັ້ນ ໄດ້ມີລົດກະບະຣິໂວ້ ອສ 5699 ກຳແພງ
ນະຄອນຫລວງ ວຽງຈັນ ເປີດຂະບວນການປູກໄມ້ ແລະຈັດງານຕະຫລາດນັດເບັ້ຍໄມ້
ນະຄອນຫລວງວຽງຈັນເປີດຂະບວນການປູກໄມ້ ແລະງານຕະຫລາດນັດເບັ້ຍໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຢ່າງເປັນທາງການໃນຕອນເຊົ້າ ວັນທີ 25 ພຶດສະພາ 2022 ທີ່ຕະຫລາດອິນຊີ ພະແນກກະສິກຳ ແລະປ່າໄມ້ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້, ທ່ານ ບຸນເພັງ ສີນະວົງພອນ, ເຈົ້າເມືອງໆໄຊເສດຖາ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະພາແຫ່ງຊາດ ຍົກລະດັບຄວາມຮູ້ດ້ານວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫລວງ
ສະພາແຫ່ງຊາດ (ສພຊ) ຈັດຝຶກອົບຮົມວຽກງານກວດກາພັກ-ລັດ ແລະ ຕ້ານການສໍ້ລາດບັງຫລວງ ໃຫ້ແກ່ຄະນະກວດກາຮາກຖານພັກ ໃນວັນທີ 25 ພຶດສະພາ 2022 ໂດຍມີ ທ່ານ ສຸບັນ ສະວະບຸດ ຮອງປະທານກວດກາພັກ-ລັດ ສະພາແຫ່ງຊາດ, ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ທ່ານ ດາວບົວລະພາ ບາວົງເພັດ ຄະນະປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ
ດ່ານພາສີສາກົນ ບໍ່ເຕ່ນ ເປີດນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ
ແຫລ່ງຂ່າວຈາກ ແຂວງ ຫລວງນໍ້າທາ ໃຫ້ຮູ້ວ່າ: ດ່ານພາສີສາກົນບໍ່ເຕ່ນ ແຂວງຫລວງນໍ້າທາ ເປີດນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ເຂົ້າສູ່ການຄຸ້ມຄອງນໍາເຂົ້າ-ສົ່ງອອກສິນຄ້າ ຢ່າງເປັນທາງການ ໃນວັນທີ 23 ພຶດສະພາ ຜ່ານມາ. ໂອກາດນີ້, ທ່ານ ແອນໂທນີ ຄໍາພາ ຜູ້ຈັດການບໍລິສັດ ບີແວັກລາວ ໄດ້ຜ່ານບົດແນະນໍາ ວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ເຂົ້າສູ່ການຄຸ້ມຄອງນໍາເຂົ້າ-ສົ່ງອອກ ທີ່ດ່ານພາສີສາກົນບໍ່ເຕ່ນ ແຂວງຫລວງນໍ້າທາ
ຕ້ອນຮັບຄະນະນັກກິລາທີ່ເຂົ້າຮ່ວມເເຂ່ງຂັນ ງານມະຫາກໍາກິລາຊີເກມຄັ້ງທີ 31 ກັບຄືນມາ ລາວ
ຕອນບ່າຍວັນທີ 24 ພຶດສະພາ 2022 ທ່ານເເສງພອນ ພົນອາມາດ ຫົວຫນ້າກົມກິລາລະດັບສູງ ກະຊວງສຶກສາທິການ ເເລະກິລາ ທັງເປັນຫົວຫນ້າຄະນະນັກກິລາລາວເຂົ້າຮ່ວມ ຊີເກມ ຄັ້ງທີ 31 ໄດ້ນໍາພາຄະນະຄູຝຶກເເລະນັກກິລາ ຈໍານວນ 117 ຈາກທັງຫມົດ10 ປະເພດກິລາຄື: ວໍວີນາມ, ມວຍລາວ, ຍີງປືນ, ມວຍສາກົນ, ລົດຖີບ. ດອກປີກໄກ່,
ຈະເດີນທາງໄປຕ່າງປະເທດຕ້ອງມີໃບຢັ້ງຢືນສັກວັກຊີນ ໂຄວິດ-19
ກ່ຽວກັບການອອກໃບຢັ້ງຢືນການຮັບວັກຊີນ ສັກຢາກັນພະຍາດ ( Certificate of Vaccinations ) ຊົ່ວຄາວໃຫ້ຜູ້ທີ່ມີຈຸດປະສົງ ເດິນທາງໄປຕ່າງປະເທດ; ອີງຕາມ ການເຫັນດີຂອງຄະນະພະແນກສາທາລະນະສຸກ ນະຄອນຫຼວງ ວຽງຈັນ ຄັ້ງວັນທີ 20 ພຶດສະພາ 2022. ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ຂໍແຈ້ງມາຍັງບຸກຄົນ, ນິຕິບຸກຄົນ ແລະ ຊາວຕ່າງດ້າວ ທີ່ຢູ່ໃນ
ເອ໊ມບັບເປ້ ນັກເຕະທີ່ໄດ້ຮັບຄ່າເມື່ອຍສູງທີ່ສຸດ
ກາຍເປັນຂ່າວໃຫຍ່ໃນວົງການບານເຕະ ທັນທີທີ່ການຕັດສິນໃຈຕໍ່ສັນຍາສະບັບໃໝ່ຂອງ ຄີລີຢັນ ເອ໊ມບັບເປ້ (Kylian Mbappe) ກອງໜ້າຄວາມໄວສູງ ຂອງ ປາຣີສ ແຊງ-ແຊກແມງ (Paris Saint Germain ຫຼື PSG) ສະໂມສອນໃຫຍ່ໃນ ຫຼີກ ອ່ອງ ຝຣັ່ງ (France ligue 1) ອອກໄປຈົນຮອດປີ 2025.
ກຽມພ້ອມຮັບມືກັບໄພພິບັດ ທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນ ປີ 2022
ວັນທີ 23 ພຶດສະພາ 2022 ນີ້, ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ໄດ້ອອກແຈ້ງການແນະນຳ ມາຍັງບັນດາຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ, ນະຄອນຫລວງ, ບັນດາຮອງປະທານ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ກຽມຄວາມພ້ອມຮັບມືກັບໄພພິບັດ ທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນ ປີ 2022 ດັ່ງນີ້: ໃຫ້ຄະນະຄຸ້ມຄອງໄພພິບັດຂັ້ນສູນກາງແຕ່ລະຂັ້ນ (ສູນກາງຮອດທ້ອງຖິ່ນ) ໂດຍສະເພາະເມືອງທີ່ມີຄວາມສ່ຽງທີ່ອາດຈະເກີດໄພພິບັດ ໃຫ້ເອົາໃຈໃສ່ເຝົ້າລະວັງ ແລະ
ທັບນັກກິລາລາວ ສາມາດຍາດໄດ້ 42 ຫລຽນ ໃນມະຫາກໍາກິລາ ຊີເກມ ຄັ້ງທີ 31
ໃນມະຫະກໍາກິລາຊີເກມ ຄັ້ງທີ 31 ຈັດຂຶ້ນທີ່ ສສ ຫວຽດນາມ, ທັບນັກກິລາລາວສາມາດຍາດມາໄດ້ 42 ຫລຽນ ໃນນັ້ນຫລຽນຄໍາ 2 ຫລຽນ, ຫລຽນເງິນ 7 ຫລຽນ ແລະ ຫລຽນທອງ 33 ຫລຽນ. ສໍາລັບ ຫລຽນຄໍາ ແມ່ນໄດ້ຈາກກິລາ ໂວວີນາມ ປະເພດຟ້ອນດາບຄູ່ຍິງ










