ໃນຕອນເຊົ້າ ວັນທີ 5 ກໍລະກົດ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະ ມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະ ນະຜູ້ແທນແຂວງຮ່າຕິ້ງ ສສ ຫວຽດນາມ ເຊິ່ງນຳໂດຍທ່ານ ຫວໍ ຈ້ອງ ຫ້າຍ ປະທານຄະນະກຳມະການປະຊາຊົນ ແຂວງຮ່າຕິ້ງ ໃນໂອກາດເດີນທາງມາຢ້ຽມຢາມ ແລະ
ບ້ານເມືອງ
ແຂວງ ບໍ່ແກ້ວ ຍັງພົບປໍ້າຂາຍນໍ້າມັນເກີນລາຄາ
ໃນຕອນເຊົ້າຂອງ ວັນທີ 3 ກໍລະກົດ 2022 ເຈົ້າໜ້າທີ່ກວດກາພະແນກການຄ້າ ໄດ້ລົງຕິດຕາມ, ກວດກາການຈໍາໜ່າຍນໍ້າມັນເຊື້ອໄຟ ພາຍໃນເທດສະບານແຂວງບໍ່ແກ້ວພົບເຫັນ 2 ຫົວໜ່ວຍທຸລະກິດ ມີການຂາຍນໍ້າມັນເກີນລາຄາທີ່ ແລະ ຂາຍນໍ້າມັນເປັນສະກຸນເງິນຕາຕ່າງປະເທດ. ສະນັ້ນ, ທາງເຈົ້າໜ້າທີ່ກວດກາ ຈຶ່ງໄດ້ສ້າງບົດບັນທຶກກັບເຈົ້າຂອງປຳ້ພອ້ມທັງໃສ່ກະແຈ, ລ໋ອກຫົວຈ່າຍນໍ້າມັນ ເພື່ອໃຫ້ຜູ້ກ່ຽວຂາຍຕໍເປັນການປິດການບໍລິການຊົ່ວຄາວ ຈົນກວ່າຈະດໍາເນີນການແກ້ໄຂໃຫ້ສອດຄ່ອງຕາມຂັ້ນຕອນຂອງລະບຽບກົດໝາຍສໍາເລັດກອ່ນ ຈຶ່ງຈະອະນຸຍາດໃຫ້ເປີດບໍລິການຂາຍຄືນໃຫມ່. ຂໍ້ມູນຂ່າວ: ໜັງສືພິມແຂງ ບໍ່ແກ້ວ
ເຈົ້າໜ້າທີ່ ຈັບແກ້ງຂາຍຢາໃຫ້ໄວລຸ້ນ ເຂດເທດສະບານເມືອງ ທ່າແຂກ ພ້ອມຂອງກາງ 1,000 ກວ່າເມັດ
ເຈົ້າໜ້າທີ່ ປກສ ແຂວງ ຄຳມ່ວນ, ໄດ້ມ້າງລາຍຄະດີມົ້ວສຸມເສບຢາເສບຕິດ ແລະ ຄ້າ-ຂາຍ ຢູ່ເຂດບ້ານໂພນສະອາດ ເມືອງທ່າແຂກ ແຂວງຄຳມ່ວນ, ຈັບກຸ່ມເປົ່າໝາຍ ໄດ້ 5 ຄົນ, ພ້ອມຂອງກາງຢາບ້າ 1,140 ເມັດ. ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ຈຶ່ງຮູ້ວ່າຜູ້ຖືກຫາຊື່ ທ້າວ ລຳພອນ ອາຍຸ 37
ປະທານປະເທດ ແຕ່ງຕັ້ງຜູ້ຕາງໜ້າພິເສດ ເຂົ້າຮ່ວມພິທີສາບານຕົນ ເຂົ້າຮັບຕຳແໜ່ງຂອງປະທານາທິບໍດີ ຟີລິບປິນ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງລັດຖະບານ ແຫ່ງ ສາທາລະນະລັດ ຟີລິບປິນ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນຖານະຜູ້ຕາງໜ້າພິເສດ ທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມພິທີສາບານຕົນເຂົ້າຮັບຕຳແໜ່ງປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ຄົນທີ 17 ຂອງ ທ່ານ Ferdinand
ກະຊວງ ຖວທ ສະເໜີ ຮ່າງກົດໝາຍວ່າດ້ວຍ ວິຈິດສິນ (ສ້າງໃໝ່)
ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ສະເໜີ ຮ່າງກົດໝາຍ ວ່າດ້ວຍວິຈິດສິນ (ກົດໝາຍສ້າງໃໝ່) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 4 ກໍລະກົດ ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໃບ
ປກສ ເມືອງ ຄົງເຊໂດນ ວາງ 5 ບາດກ້າວແກ້ໄຂບັນຫາຢາເສບຕິດ
ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ເມືອງ ຄົງເຊໂດນ ແຂວງ ສາລະວັນ ໄດ້ເລີ່ມປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ນັບແຕ່ເດືອນກັນຍາ 2021 ຫາ ເດືອນ ມິຖຸນາ 2022 ເຮັດໃຫ້ວຽກງານດັ່ງກ່າວ ລຸລ່ວງ ແລະ ສຳເລັດໄປແລ້ວຫລາຍດ້ານ ເຊິ່ງສະແດງອອກຄວາມເປັນເຈົ້າການຂອງພໍ່ແມ່ປະຊາຊົນ, ອົງການປົກຄອງບ້ານ, ເຈົ້າໜ້າທີ່ ແລະ
ການປ່ອຍສັດ, ລ້ຽງສັດ ແລະ ການມ້າງຮົ້ວ ແລວທາງລົດໄຟ ແມ່ນຜິດຕໍ່ລະບຽບກົດໝາຍວ່າດ້ວຍການລົດໄຟ
ຕາມການລາຍງານຈາກ Laos – China Railway Company Limited ໃຫ້ຮູ້ວ່າ: ຜ່ານມາໄດ້ມີເຫດການສັດລ້ຽງທີ່ຖືກປ່ອຍເຂົ້າມາໃນເຂດແລວທາງລົດໄຟເປັນຈຳນວນຫຼາຍຄັ້ງ, ສາເຫດກໍມາຈາກມີປະຊາຊົນຈໍານວນໜຶ່ງ ຍັງບໍ່ເອົາໃຈໃສ່ປະປ່ອຍ, ລ້ຽງສັດຢູ່ໃກ້ບໍລິເວນແລວທາງລົດໄຟ ແລະ ອີກສາເຫດໜຶ່ງກໍແມ່ນເນື່ອງຈາກວ່າມີຄົນບໍ່ດີໄປລັກຮົ້ວ ແລະ ທໍາລາຍຮົ້ວກັ້ນຄວາມປອດໄພແລວທາງລົດໄຟ, ຈິ່ງເຮັດໃຫ້ມີສັດລ້ຽງເຂົ້າໄປໃນແລວທາງລົດໄຟ ພາໃຫ້ເກີດອຸປະຕິເຫດ ລົດໄຟຕໍາສັດລ້ຽງ, ເຊີ່ງເປັນອັນຕະລາຍຕໍ່ການເດີນລົດໄຟ ແລະ ຫຼາຍເທື່ອເຮັດໃຫ້ລົດໄຟຈຳເປັນຕ້ອງໄດ້ຢຸດແບບສຸກເສີນ ຫຼື ຈອດລົດຊົ່ວຄາວເພື່ອກວດກາຄວາມເສຍຫາຍ ໃຫ້ມີຄວາມຮັບປະກັນຄວາມປອດໄພ ຈຶ່ງສາມາດເດີນລົດໄຟຕໍ່.
ອັດຕະປື ຫາລືຜົນກະທົບດ້ານສິ່ງແວດລ້ອມໂຄງການຂຸດຄົ້ນ-ປຸງແຕ່ງ ຫີນອ່ອນປະໂກໄດ
ວັນທີ 29 ມິຖຸນາ 2022 ແຂວງອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລື ຂັ້ນບ້ານ, ເມືອງ, ແຂວງ ຕໍ່ຮ່າງບົດລາຍ ງານການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບດ້ານສິ່ງ ແວດລ້ອມຂອງ ໂຄງການຂຸດຄົ້ນ ແລະ ສ້າງຕັ້ງໂຮງງານປຸງແຕ່ງ ຫີນອ່ອນປະໂກໄດ ແບບທົດລອງສໍາເລັດຮູບ ເພື່ອຈຳໜ່າຍພາຍໃນ ແລະ ຕ່າງປະເທດ ຢູ່ບ້ານ ຄຳວົງສາ,ເມືອງພູວົງ, ແຂວງອັດຕະປື
ເປີດນໍາໃຊ້ຈຸດປ່ຽນຖ່າຍສິນຄ້າສະຖານີວຽງຈັນໃຕ້ ຢ່າງເປັນທາງການ
CRI-FM 93 ໄດ້ລາຍງານໃຫ້ຮູ້ວ່າ: ຄ່ຽງຄູ່ກັບຕູ້ຄອນເທັນເນີບັນຈຸສິນຄ້າຂ້າມຊາດງວດທຳອິດ ໄດ້ສຳເລັດການປ່ຽນຖ່າຍຈາກລາງລົດໄຟມາດຕະຖານໄປເຖິງລາງລົດໄຟໜຶ່ງແມັດ ແລະແລ່ນໄປສູ່ທ່າກຳປັ່ນແຫລມສະບັງ ຂອງໄທ, ຈຸດເຄື່ອນຖ່າຍສິນຄ້າສະຖານີລົດໄຟ ວຽງຈັນໃຕ້ ໄດ້ເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 1 ກໍລະກົດນີ້, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ທາງລົດໄຟ ຈີນ-ລາວ-ໄທ ໄດ້ສໍາເລັດການເຊື່ອມຕໍ່ກັນ. ຈຸດປ່ຽນຖ່າຍສິນຄ້າສະຖານີວຽງຈັນໃຕ້ ສາມາດຂຶ້ນເໜືອເຊື່ອມຕໍ່ສູນລໍາລຽງສິນຄ້ານະຄອນເສີງຕູ່, ຈຸ່ງກິ່ງ ຊີອ່ານ ແລະເຂດອື່ນໆຂອງຈີນ ແລະເຊື່ອມຕໍ່ລົດໄຟຈີນ-ເອີຣົບ,
ພົບວັດຖຸບູຮານທີ່ເກົ່າແກ່ຈຳນວນ 237 ຕົວຢ່າງ ເຊິ່ງຝັງໄວ້ໃຕ້ດິນ ຢູ່ທີ່ຜາສາດຫີນ ວັດພູຈໍາປາສັກ 
ມີການລາຍງານຂອງເພຈ ໃນວັນທີ 30 ມິຖຸນາ 2022 ໃນເວລາ 14:24:22 ໂມງ ໂດຍໃສ່ຫົວຂໍ້ວ່າ : Korean cultural heritage investigation team discovers 317 relics in Laos Temple ໄດ້ມີການຄົ້ນພົບ ວັດຖຸບູຮານ ທີ່ເກົ່າແກ່










