ໃນຕອນເຊົ້າຂອງວັນທີ 7 ຕຸລາ 2022ຜ່ານມານີ້, ເມືອງ ປາກຊ່ອງ, ແຂວງ ຈຳປາສັກ ໄດ້ປັບປຸງເສັ້ນທາງທີເປ້ເພ້ຈາກຜົນກະທົບໃນຊວງລະດູຝົນທີຜ່ານມາທີ່ສ້າງຄວາມຫຍຸ້ງຍາກໃນການສັນຈອນໄປມາ ແລະ ຂົນສົ່ງສີ້ນຄ້າຂອງພໍ່ແມ່ປະຊາຊົນພາຍໃນ ເມືອງ ປາກຊ່ອງ, ໂດຍການລົງຕິດຕາມຂອງທ່ານ ພີມພອນ ພັນດານຸວົງ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆປາກຊ່ອງ, ທ່ານ ເພັດສະໝອນ ຫານຊະນະ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົງເມືອງ,ມີອຳນາດການປົກຄອງບ້ານ
ບ້ານເມືອງ
ເມືອງ ຫ້ວຍຊາຍ ຊຸກຍູ້ວຽກແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ
ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ເມືອງຫ້ວຍຊາຍ ຈັດກອງປະຊຸມຊຸກຍູ້ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ໃນວັນທີ 13 ຕຸລາ 2022 ໂດຍການເປັນປະທານຂອງ ທ່ານ ທິບພະກອນມະນີຄໍາ ຮອງເຈົ້າເມືອງຫ້ວຍຊາຍ, ຜູ້ຊີ້ນໍາວຽກງານເສດຖະກິດ, ມີຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຫ້ອງການກ່ຽວຂ້ອງ ຢູ່ໃນຄະນະກໍາມະການຊຸກຍູ້ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂັ້ນແຂວງ-ຂັ້ນເມືອງ ເຂົ້າຮ່ວມ. ທ່ານ ລັດດາ ແກ້ວມະນີວົງ
ຈຳປາສັກ ມອບ ອຸທິຍານຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ໃຫ້ວິສາຫະກິດສຳປະທານ
ພິທີມອບ-ຮັບແຫຼ່ງທ່ອງທ່ຽວອຸທິຍານນ້ຳຕົກຕາດຄອນພະເພັງ ແລະອຸທິຍານນ້ຳຕົກຕາດສົມພະມິດໃຫ້ບໍລິສັດຮ່ວມພັດທະນາສີທັນດອນຈຳກັດສຳປະທານໄດ້ຈັດຂື້ນໃນວັນທີ11ຕຸລາ2022ນີ້ໂດຍການເຂົ້າຮວ່ມຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກຳ ແລະການຄ້າ. ໃນພິທີ,ຕາງໜ້າອົງການປົກຄອງແຂວງມອບໂດຍທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງແຂວງຈໍາປາສັກ ແລະຮັບໂດຍ ທ່ານ ລີຊຽງ (LI XIANG) ປະທານ ບໍລິສັດຮ່ວມພັດທະນາສີທັນດອນຈຳກັດ. ໃນພິທີ,
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳຍິງ ອາຊຽນ ຄັ້ງທີ 2
ວັນທີ 12 ຕຸລາ 2022 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳຍິງອາຊຽນ ຄັ້ງທີ 2 ພາຍໃຕ້ຫົວຂໍ້: “ການສ້າງອະນາຄົດແບບຍືນຍົງ, ກວມລວມ ແລະ ເຂັ້ມແຂງ: ການສົ່ງ ເສີມຜູ້ປະກອບການຍິງໃນອາຊຽນ” (ແບບທາງໄກ), ພາຍໃຕ້ການເປັນປະທານຂອງ
ບັນຍາກາດ ງານປະກວດເຮືອໄຟງາມບຸນອອກພັນສາ ຢູ່ນະຄອນ-ຫຼວງພະບາງ ມີຫຼາຍສີສັນສວຍງາມ
ງານປະກວດເຮືອໄຟງາມ ໃນບຸນປະວໍລະນາ (ອອກພັນສາ) ທີ່ນະຄອນ-ຫຼວງພະບາງ ເມືອງມໍລະດົກໂລກ ແຂວງຫຼວງພະບາງ ແມ່ນປາງບຸນໜຶ່ງທີ່ໄດ້ສືບທອດກັນມາແຕ່ບູຮານນະການ ໂດຍໄດ້ຈັດຂຶ້ນໃນມື້ແຮມ 1 ຄໍ່າເດືອນ 11 ຂອງທຸກປີ. ປີນີ້ກົງກັບວັນທີ 11 ຕຸລາ ໂດຍລວມແມ່ນມີຄວາມຄຶກຄື້ນພາຍຫຼັງບໍ່ໄດ້ຈັດຂຶ້ນໃນໄລຍະການລະບາດຂອງພະຍາດໂຄວິດ-19, ໂດຍມີບັນດາກຸ່ມບ້ານໃນເທດສະບານນະຄອນ, ສະຖາບັນການສຶກສາ ແລະ ພາກສ່ວນທຸລະກິດ ສົ່ງເຮືອໄຟເຂົ້າປະກວດ 25 ລໍາ ແລະ
ຄວາມຄືບໜ້າ ໂຄງການສ້ອມແປງເສັ້ນທາງແຫ່ງຊາດ ເລກທີ 13 ໃຕ້
ຄວາມຄືບໜ້າ ໂຄງການສ້ອມແປງເສັ້ນທາງແຫ່ງຊາດ ເລກທີ 13 ໃຕ້ ໄລຍະທີ 2 ຄວາມຍາວ 79 ກມ (Km111+000-Km190+000) ແຂວງ ບໍລິຄຳໄຊ. Cr. Souphaphone Construction
ຫວຽດນາມ ເລີ່ມຂາດແຂນນໍ້າມັນເຊື້ອໄຟ!
ໃນວັນທີ 11 ຕຸລາ 2022 ນີ້ ປະຊາຊົນ ຫວຽດນາມ ໄດ້ພາກັນ ລຽນຄິວຖ້າໃສ່ນໍ້າມັນ ເປັນຈໍານວນຫຼາຍ ໃນນະຄອນໂຮ່ຈີມິນ, ປໍ້ານໍ້າມັນຫຼາຍແຫ່ງໃນນະຄອນໂຮ່ຈີມິນ, ກຳລັງຂາດແຄນນໍ້າມັນເຊື້ອໄຟ ເຮັດໃຫ້ຫຼາຍປໍ້າຕ້ອງໄດ້ກຳນົດ ລົດຈັກໃສ່ໄດ້ແຕ່ 20,000 ດົງ ຫຼື ປະມານ 14,000 ກີບ/ຄັນ. Cr. VNExpress Inter
ເຮືອລີສອດປາກນໍ້າຄານ ຄອງແຊ້ມເຈົ້າທ່າໃນບຸນຊ່ວງເຮືອ ທີ່ທ່າວັດຈັນ ປີ 2022
ເຮືອຣີສອດປາກນໍ້າຄານ ໄດ້ຄອງແຊ້ມເຈົ້າທ່າ ໃນງານແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2022, ໃນວັນທີ 11 ຕຸລາ 2022 ຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທັງເປັນຮອງຫົວໜ້າຄະນະຊີ້ນໍາ ການຈັດງານບຸນອອກພັນສາ
ບຸນອອກພັນສາ ປີນີ້ ທົ່ວ ນວ ມີອຸບັດເຫດເກີດຂຶ້ນ 12 ກໍລະນີ ແລະ ເສຍຊີວິດ 1 ຄົນ
ຕາມຂໍ້ມູນຈາກ ພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ(ນວ)ໃຫ້ຮູ້ວ່າ: ໃນໄລຍະບຸນອອກພັນສາ ປະວໍລະນາ ປະຈຳປີ 2022 ນີ້, ນັບແຕ່ວັນທີ 9-11 ຕຸລາ ທົ່ວນະຄອນຫລວງວຽງຈັນ ມີອຸບັດເຫດເກີດຂຶ້ນທັງໝົດ 12 ກໍລະນີ, ມີພາຫະນະເປ່ເພ 25 ຄັນ, ບາດເຈັບ 19 ຄົນ ໃນນັ້ນ, ບາດເຈັບເລັກນ້ອຍ 4
ເປີດນໍາໃຊ້ທົດລອງສູນຮັບແຈ້ງເຫດສຸກເສີນ ແລະ ສັ່ງການ ນະຄອນຫຼວງ ວຽງຈັນ
ພິທີເປີດນຳໃຊ້ທົດລອງສູນຮັບແຈ້ງເຫດສຸກເສີນ ແລະ ສັ່ງການ ນະຄອນຫຼວງວຽງຈັນ (CCC) ພ້ອມທັງກະກຽມເປີດນຳໃຊ້ເບີໂທສຸກເສີນ 1195 ໃນໄວໆນີ້ ແລະ ກອງປະຊຸມລາຍງານວຽກງານໂຄງການຢຸດຕິການເພີ່ມຂຶ້ນຂອງຜູ້ເສຍຊີວິດຈາກອຸບັດເຫດຕາມທ້ອງຖະໜົນ ໂດຍການພັດທະນາການບໍລິການ ການແພດສຸກເສີນ ແລະ ມາດຕະຖານຄວາມປອດໄຟຕາມທ້ອງຖະໜົນ (SAFER) ໄດ້ຈັດຂຶ້ນໃນວັນທີ 11 ຕຸລານີ້ ທີ່ໂຮງໝໍມິດຕະພາບ, ພາຍໃຕ້ການເປັນປະທານຂອງ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ,










