ນະຄອນຫລວງ ວຽງຈັນ ທໍາລາຍຢາເສບຕິດຫລາຍກວ່າ 4,3 ໂຕນ

ພິທີທໍາລາຍຢາເສບຕິດຫລາຍກວ່າ 4,3 ໂຕນ ທີ່ສານໄດ້ຕັດສິນແລ້ວ ຢູ່ນະຄອນຫລວງວຽງຈັນ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ (12 ຕຸລາ) ຄົບ ຮອບ 21 ປີ, ຈັດຂຶ້ນໃນວັນທີ 15 ຕຸລາ 2022 ຢູ່ສະຖານທີ່ເຂດກໍ່ສ້າງຫ້ອງວ່າການປົກ ຄອງເມືອງໄຊທານີ ໃນນັ້ນ, ປະກອບມີ: ເຮໂຣອິນ 17 ກວ່າກິໂລ, ຢາໄອ 2.966 ກວ່າກິໂລ, ຢາບ້າ 1,137 ກວ່າກິໂລ, ຢາອີ ຫລາຍກວ່າ 44 ກິໂລ, ກັນຊາ 15 ກິໂລ, ຝິ່ນເຄືອບໄມ້ 82 ກວ່າກິໂລ, ໃບແຄັດ 92 ກວ່າກິໂລ ແລະ ແປ້ງຝຸ່ນຜະລິດຢາເສບຕິດ ຫລາຍກວ່າ 5 ກິໂລ.

ພິທີທຳລາຍຢາເສບຕິດໃນຄັ້ງນີ້, ມີ ທ່ານ ອານຸພາບ ຕຸນາລົມ ປະທານສະພາ ປະຊາຊົນນະ ຄອນຫລວງວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການຈັດຕັ້ງມະຫາຊົນ, ອົງການ ຈັດຕັ້ງສາກົນ, ທູຕາ ນຸທູດປະຈໍາລາວ, ຫົວໜ້າກອງບັນຊາການ ປກສ 9 ຕົວເມືອງ, ອົງການປົກຄອງເມືອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ໄດ້ສົມທົບກັບພາກສ່ວນຕ່າງໆ ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 1,202 ເລື່ອງ, ກັກຜູ້ຖືກຫາໄດ້ 1,964 ຄົນ (ຍິງ 226 ຄົນ). ໃນນີ້ ແກ້ໄຂຈຸດມົ້ວສຸມຢາເສບ ຕິດໄດ້ 160 ຈຸດ, ມີຜູ້ມົ້ວສຸມ 557 ຄົນ (ຍິງ 74 ຄົນ) ແລະ ໄດ້ຢຶດຢາເສບຕິດ ແລະ ວັດຖຸຊັບສິນຂອງກາງໄດ້ຄື: ຢາບ້າຫລາຍກວ່າ 2,8 ໂຕນ, ເຮໂຣອິນຫລາຍກວ່າ 72 ກິ ໂລ, ຢາເຄຕາມິນ ຫລາຍກວ່າ 8 ກິໂລ, ຢາໄອ ຫລາຍກວ່າ 40 ກິໂລ, ແປ້ງປະສົມ ຢາບ້າ ຫລາຍກວ່າ 1.997 ກິໂລ. ນອກນີ້ ຍັງມີໂລຫະຄ້າຍຄໍາ ຈໍານວນ 25 ບາດ, ເງິນ 420 ລ້ານກວ່າກີບ, 3 ລ້ານກວ່າບາດ (ສະກຸນເງິນໄທ), 4.900 ໂດລາສະຫະລັດ, ລົດໃຫຍ່ 28 ຄັນ, ລົດຈັກ 80 ຄັນ, ປືນ 35 ກະບອກ ແລະ ເຄື່ອງປໍ້າຢາບ້າ 1 ຊຸດ.

ມາຮອດປັດຈຸບັນ, ໄດ້ສະຫລຸບສໍານວນຄະດີສົ່ງຟ້ອງ ໃຫ້ໄອຍະການປະຊາຊົນນະ ຄອນຫລວງ ເພື່ອສັ່ງຟ້ອງສານຕັດສິນຕາມກົດໝາຍ ມີ 638 ເລື່ອງ ແລະ ຍັງສືບຕໍ່ ສືບສວນ-ສອບສວນ ອີກຈໍານວນ 664 ເລື່ອງ. ສໍາລັບການຄຸ້ມຄອງກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນຫລວງວຽງຈັນ ຂະແໜງຄຸ້ມຄອງຊັບສິນ ຂອງລັດ ພະແນກການເງິນ ໄດ້ມອບເງິນປັບໃໝ, ເງິນທີ່ສານຕັດສີນຮິບ ແລະ ເງິນ ໄດ້ຈາກການຂາຍຊັບສິນຄະດີຢາເສບຕິດ ທີ່ສານໄດ້ຕັດສີນຮິບເປັນຂອງລັດ ທີ່ໃຊ້ໄດ້ຢ່າງເດັດ ຂາດ, ເຊິ່ງມີເງິນສົດຢູ່ໃນບັນຊີຂອງກອງທຶນລວມຫລາຍກວ່າ 4,6 ຕື້ກີບ.

ແນວໃດກໍຕາມ, ບັນຫາຢາເສບຕິດ ຍັງຈະສືບຕໍ່ສົ່ງຜົນອັນຕະລາຍໃຫຍ່ຫລວງຕໍ່ສັງຄົມ, ຄຸກຄາມຄວາມໝັ້ນຄົງ, ຄວາມສະຫງົບສຸກ ແລະ ຄວາມປອດໄພຂອງຊາດ. ສະ ນັ້ນ ໃນຕໍ່ໜ້ານີ້ ພາກສ່ວນກ່ຽວຂ້ອງຈະໄດ້ສຸມໃສ່ປະຕິບັດວຽກງານຈຸດສຸມຄື: ສ້າງຄວາມຮັບຮູ້ໃຫ້ທົ່ວສັງຄົມກ່ຽວກັບຜົນຮ້າຍ ແລະ ຄວາມອັນຕະລາຍຂອງຢາເສບຕິດ, ສືບຕໍ່ຄົ້ນ ຄວ້າ ນິຕິກໍາກ່ຽວກັບການແກ້ໄຂຢາເສບຕິດ, ຍົກສູງປະສິດທິພາບການເຄື່ອນໄຫວເຮັດວຽກ ຂອງກໍາລັງປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ, ການຕິດຕາມຄຸ້ມຄອງເປົ້າໝາຍ ແລະ ເພີ່ມທະວີການຮ່ວມມືກັບສາກົນ ແລະ ປະເທດເພື່ອນມິດ ໃນການແກ້ໄຂບັນຫາຢາເສບຕິດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ຂ່າວ-ພາບ: ສຸພາສະຫວັນ

error: Content is protected !!