ຄະນະມົນຕີຊີເກມຂອງ ສປປ ລາວ ໄດ້ເດີນທາງ ເຂົ້າຮ່ວມກອງປະຊຸມ ກະກຽມຄວາມພ້ອມການຈັດການແຂ່ງຂັນກິລາຊີເກມ ຄັ້ງທີ 32 ທີ່ຈະຈັດຂຶ້ນໃນເດືອນພຶດສະພາ 2023 ປະເທດ ກໍາປູເຈຍ ເປັນເຈົ້າພາບ. ຄະນະມົນຕີປະກອບດ້ວຍ: ທ່ານ ນາງຂັນທະລີ ສິລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ປະທານສະຫະພັນຄົນພິການແຫ່ງຊາດລາວ, ທ່ານ ສົມພູ
ບ້ານເມືອງ
ລາວ ຍັງບໍ່ມີວັກຊິນ ຫຼື ຢາປົວສະເພາະໄຂ້ຍຸງລາຍ ແຕ່ສາມາດປ້ອງກັນ ດ້ວຍການເບິ່ງແຍງທີ່ຖືກຕ້ອງ
ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ກະຊວງສາ ທາລະນະສຸກ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ລາວ ຍັງບໍ່ທັນມີວັກຊິນ ຫລື ຢາປົວສະເພາະພະຍາດໄຂ້ຍຸງລາຍ, ແຕ່ຖ້າຫາກຄົນເຈັບ ໄດ້ຮັບການເບິ່ງແຍງທີ່ຖືກຕ້ອງຈາກແພດໝໍ ກໍຈະສາມາດປ້ອງກັນ ການເຈັບເປັນຮຸນແຮງ ແລະ ເສຍຊີວິດໄດ້. ເນື່ອງຈາກໄລຍະນີ້ ພະຍາດໄຂ້ຍຸງລາຍພວມລະ ບາດຢ່າງກວ້າງຂວາງ ຖ້າຫາກທ່ານມີອາການໄຂ້ຂຶ້ນສູງ ໃຫ້ໄປຫາໝໍທັນທີ. ເຊື້ອໄວຣັດໄຂ້ຍຸງລາຍ
ສົ່ງແຮງໃຈເຊຍທີມຊາດ ລາວ ຮອບຮອງຊະນະເລີດ
ຕາຕະລາງ ຄະແນນການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 19 ປີ ຊີງແຊັມອາຊຽນປະຈຳປີ 2022 ທີ່ປະເທດອິນໂດເນເຊຍ ກຸ່ມບີ ທີມຊາດລາວ ລົງສະໜາມ 4 ນັດ ຊະນະ 4 ນັດ ມີ 12 ຄະ ແນນ ເປັນອັນດັບ 1 ກຸ່ມບີ. ທີມຊາດລາວ
ກຽມເປີດເສັ້ນທາງບິນໃໝ່ ຣັດເຊຍ – ລາວ
ບໍລິສັດສາຍການບິນເຊົ່າເໝົາລຳ ຂອງ ຣັດເຊຍ I-Fly Airlines ກຽມເປີດເສັ້ນບິນໃໝ່ ຈາກເມືອງ ວລາດິວັດສຕົກ (ຣັດເຊຍ) ສູ່ ນະຄອນຫລວງ ວຽງຈັນ ລາວ ເຊິ່ງຄາດວ່າຈະໃຫ້ບໍລິການຖ້ຽວບິນທຳອິດໃນທ້າຍເດືອນສິງຫານີ້. ເສັ້ນທາງ ວລາດິວັດສຕົກ-ວຽງຈັນ ມີແຜນການບິນ 4 ຖ້ຽວຕໍ່ອາທິດ ໂດຍໃຊ້ເຮືອບິນ Airbus A330 ໃນການໃຫ້ບໍລິການ. ປັດຈຸບັນນີ້,
ເຈົ້າໜ້າທີ່ເລັ່ງຊອກຫາ ເຈ້ທິບ! ສໍ້ໂກງເງິນມີຜູ້ເສຍຫາຍຫຼາຍກວ່າ 5,000 ຄົນ
ເວັບໄຊປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ວ່າ: ຈາກການກວດສອບຂອງເຈົ້າໜ້າທີ່ ເຈ້ທິບ ໄດ້ເດີນທາງອອກນອກປະເທດໄປຕັ້ງແຕ່ວັນທີ 29 ມິຖຸນາ 2022 ໂດຍເດີນທາງຜ່ານດ່ານ ຕມ ຂົວມິດຕະພາບ ລາວ-ໄທ 1. ເຊິ່ງປັດຈຸບັນ, ເຈົ້າໜ້າທີ່ກໍາລັງເລັ່ງຕິດຕາມຕົວມາດໍາເນີນຄະດີຕາມລະບຽບກົດໝາຍ. ນາງ ພອນທິບ ຫຼື ທີ່ເອີ້ນກັນວ່າ ເຈ້ທິບ ອາຍຸພຽງ 30 ປີ ກາຍເປັນເປົ້າໝາຍທີ່ເຈົ້າໜ້າທີ່ກໍາລັງຕ້ອງການຕົວມາດໍາເນີນຄະດີ
ເມືອງ ລະຄອນເພັງ ປ່ອຍປາ 120,000 ໂຕ ຄືນທໍາມະຊາດ ເພື່ອສະເຫຼີມສະຫຼອງ ວັນອະນຸລັກ ສັດນໍ້າສັດປ່າ ແລະວັນປ່ອຍປາແຫ່ງຊາດ
ໃນວັນທີ 12 ກໍລະກົດ 2022 ນີ້ທີອ່າງເກັບນໍ້າ ວັງແຄນ, ເມືອງ ລະຄອນເພັງ ໄດ້ຈັດພິທີປ່ອຍປາຄືນສູ່ແຫຼ່ງນໍ້າທໍາມະຊາດ ເພື່ອສະເຫຼີມສະຫຼອງວັນອະນຸລັກ ສັດນໍ້າສັດປາ ແລະວັນປ່ອຍປາແຫ່ງຊາດ 13 ກໍລະກົດ ຄົບຮອບ 25 ປີ, ທັງເປັນການປູກຈິດສໍານຶກໃນການປົກປັກຮັກສາ, ອະນຸລັກສັດນໍ້າ-ສັດປ່າໃຫ້ມີຄວາມອຸດົມສົມບູນ ແລະຍືນຍົງ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ໜູໄຊ ຈັນດາວົງ
ການນຳຂັ້ນສູງຂອງລາວ ຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ
ໃນວັນທີ 12 ກໍລະກົດ 2022, ທີ່ ສະຖານທູດ ຍີ່ປຸ່ນ ປະຈຳ ສປປ ລາວ, ບັນດາການນຳຂັ້ນສູງຂອງ ສປປ ລາວ ໄດ້ເຂົ້າຮ່ວມພິທີວາງພວງມາລາ ແລະ ເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ພະນະທ່ານ ຊິນໂຊ ອາເບະ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ. ເຂົ້າຮ່ວມພິທີໃນຄັ້ງນີ້ມີ: ພະນະທ່ານ
ເມືອງ ນານ ກວດພົບສິນຄ້າ ຫຼາຍກວ່າ 30 ລາຍການ ໝົດອາຍຸ-ສິນຄ້າປອມແປງ
ໃນອາທິດຜ່ານມານີ້, ທີ່ຫ້ອງປະຊຸມເມືອງ ນານ, ແຂວງ ຫຼວງພະບາງ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງນານ ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ແລະ ພິທີທໍາລາຍສິນຄ້າໝົດອາຍຸ, ສິນຄ້າປອມແປງ ໂດຍມີ ທ່ານ ແສງເພັດ ເພັດດວງຈັນ ຮອງເຈົ້າເມືອງໆນານ, ທ່ານ ບຸນສົມ ຄູນມະນີ ຫົວໜ້າພະແນກອຸດສາຫະກໍາ ແລະ
ດ່ານສາກົນຂົວມິດຕະພາບ II ເລີ່ມທົດລອງການເສຍຄ່າທຳນຽມ-ຄ່າບໍລິການຜ່ານລະບົບ Easy Pass
ພິທີເປີດທົດລອງການເສຍຄ່າທຳນຽມ ແລະ ຄ່າບໍລິການຢູ່ດ່ານສາກົນຂົວມິດຕະພາບ II ສະຫວັນນະເຂດ-ມຸກດາຫານ ຜ່ານລະບົບ Easy Pass ຜ່ານທະນາຄານ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ດ່ານສາກົນແຫ່ງດັ່ງກ່າວ ຊຶ່ງມີທ່ານ ສົມບູນ ອິນຖະປັດຖາ ຫົວໜ້າຫ້ອງການກະຊວງການເງິນ, ທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານທະນາຄານພັດທະນາລາວ ຈຳກັດ, ມີຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ II, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການພົວພັນຮ່ວມມື ລາວ-ກໍາປູເຈຍ ໄດ້ຮັບການເສີມຂະຫຍາຍ ຢ່າງແໜ້ນແຟ້ນ
ໃນລະຫວ່າງວັນທີ 6-8 ກໍລະກົດ 2022, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ໄດ້ນໍາພາຄະນະຜູ້ແທນ ເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 14,










